ວິທີບັນທຶກຮູບພາບຈາກ Word ທັງໝົດງ່າຍໆພາຍໃນຄັ້ງດຽວ

ຕາມປົກກະຕິຖ້າຍາກບັນທຶກຮູບພາບໃນ Word ອາດຈະຕ້ອງໃຊ້ເວລາດົນເພາະຈະຕ້ອງເອົາເທື່ອລະຮູບ ຖ້າມີ 20 ຮູບກໍ່ບັນທຶກ 20 ເທື່ອ, ເຮົາເລີຍຈະມາແນະນຳວິທີ ທີ່ຈະເອົາຮູບພາບຈາກ Word ພາຍໃນຄັ້ງດຽວ ເຊິ່ງຈະເຮັດໃຫ້ໄວຂຶ້ນ ແລະສະດວກສະບາຍ

ເລືອກ File word ທີ່ຈະໂຫລດຮູບພາບ

ຄິກຂວາເພື່ອປ່ຽນຊື່ (Rename) ເພື່ອປ່ຽນນາມສະກຸນຂອງ File ຈາກ .docx ເປັນ .zip

ຫາກບໍ່ເຫັນນາມສະກຸນ File ໃຫ້ເຮັດຕາມນີ້ເລີຍ Search> ພິມວ່າ Folder Explorer Options ກົດເປີດ > ຈາກນັ້ນເລືອກ View > ເອົາເຄື່ອງໝາຍຖືກຕ້ອງຈາກຊ່ອງ Hide extensions for known file types ອອກ > ok

ຫຼັງຈາກປ່ຽນນາມສະກຸນແລ້ວໃຫ້ແຕກ File .zip

ໃຫ້ເຂົ້າໄປທີ່ Folder > Word

ແລ້ວເລືອກ Folder > Media ກໍ່ຈະໄດ້ຮູບທັງໝົດທີ່ຢູ່ໃນ word ເປັນທີ່ຮຽບຮ້ອຍ

ວິທີເລັກໆນ້ອຍໆ ທີ່ຈະເຮັດໃຫ້ການເຮັດວຽກຂອງເຈົ້າໄວຂຶ້ນ ລອງພາກັນໄປເຮັດເບິ່ງເດີ້ ຈຶ່ງບໍ່ຕ້ອງມາເສຍເວລາບັນທຶກເອົາເທື່ອລະຮູບ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...