ພື້ນທີ່ນັກຂຽນ ນະວະນິຍາຍອອນລາຍ ຍຸກໃໝ່

ນະວະນິຍາຍ ຫຼືຄົນສະໄໝໃຫມ່ເອີ້ນວ່າ ນິຍາຍ ເປັນການຂຽນຄຳຮ້ອຍແກ້ວປະເພດບັນເທີງຊະນິດໜຶ່ງ ເປັນເລື່ອງທີ່ສົມມຸດຂຶ້ນມາ ແຕ່ເປັນການສົມມຸດທີ່ມີຄວາມຈິງຂອງເຫດການ ຫຼືຕົວລະຄອນ ໂດຍການສອດແຊກອາລົມ ເຊິ່ງຈະເຮັດໃຫ້ບົດນະວະນິຍາຍໜ້າສົນໃຈ

ເຊິ່ງມື້ນີ້ເຮົາຈະມາແນະນຳແອັບອ່ານນະວະນິຍາຍໃນສະໄໝໃຫມ່ ເປັນແອັບທີ່ເປີດໃຫ້ນັກຂຽນນະວະນິຍາຍທີ່ເປັນຄົນລາວສາມາດຂຽນນະວະນິຍາຍຂອງຕົນເອງເພື່ອສ້າງລາຍໄດ້ ແລະເຜີຍແຜ່ໃນຮູບແບບອອນລາຍ

ແອັບພິເຄຊັນ Joylada ເປັນແອັບນະວະນິຍາຍແນວໃຫມ່ໃນແບບແຊັດລົມກັນ ຫຼືການຂຽນຂໍ້ຄວາມລະຫວ່າງຕົວລະຄອນໃນນິຍາຍ ເຊິ່ງປັດຈຸບັນພາຍໃນແອັບມີນັກຂຽນລາວທີ່ຂຽນນະວະນິຍາຍຕິດອັນດັບຕົ້ນໆຂອງແອັບເຊັ່ນເລື່ອງ: ຮັກໃນມ່ານໝອກ, ແສນຮັກ, ລ້ອມວົງເລົ່າເລື່ອງ (Ghost), ອາຖັນເບັນຈະເພດ, ແມ່ນາກ (ລາວ): ນາງສາຍຄຳ, ຂັບ ສົ່ງ ຜີ, ກົົນລວງ, ສິ້ນຜີໂຜງ ແລະອີກຫຼາຍຫຼາຍເລື່ອງທີ່ເຮົາຍັງບໍ່ໄດ້ນຳສະເໜີ ສາມາດເຂົ້າໄປຫາອ່ານໄດ້

ລັກສະນະຂອງນະວະນິຍາຍໃນສະໄໝກ່ອນ ແລະໃນສະໄໝນີ້ ສ່ວນຫຼາຍເປັນປະເພດໃຫ້ຮູ້ ຄະຕິເຕືອນໃຈ ໃຊ້ນະວະນິຍາຍເປັນເຄື່ອງມືໃນການສອນບົດຮຽນຊີວິດໃຫ້ກັບລຸກໃຫ້ກັບຫຼານ ແລະຍັງມີນະວະນິຍາຍທີ່ສ້າງຂຶ້ນດ້ວນຈິນຕະນາການ ໃຫ້ຄວາມມ່ວນຊວນຫົວ ຫຼືນະວະນິຍາຍທີ່ສະຫຍອງຂັວນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...