ຂ່າວດີ! 5 ຕຸລາ 2021 ຈະສາມາດອັບເດດ Windows 11 ໄດ້ແລ້ວ

ຫຼັງຈາກທີ່ຊຸມຊົນ Windows Insider ຊຸມຊົນທີ່ສ່ຽງໃນການເປີດນຳໃຊ້ Windows 11 ລຸ້ນທົດລອງໄປກ່ອນໜ້ານີ້ ເຊິ່ງຫຼາຍໆຄົນກໍ່ເຈີກັບຂໍ້ຜິດພາດຫຼາຍປະການໃນການທົດລອງໃຊ້ມາຕັ້ງແຕ່ເດືອນມິຖຸນາ

ປັດຈຸບັນ, ທາງ Microsoft ປະກາດຈະເປີດຈຳໜ່າຍ Windows 11 ຢ່າງເປັນທາງການໃນວັນທີ 5 ກັນຍາ 2021 ນີ້ ແລະຜູ້ທີ່ໃຊ້ງານ Windows 10 ກໍ່ຍັງຈະສາມາດອັບເດດໃຊ້ງານວິນໂດໃຫມ່ໄດ້ຟຣີອີກດ້ວຍ

ໂດຍຈຸດເດັ່ນຂອງ Windows 11 ກໍ່ມີການອອກແບບທີ່ທັນສະໄໝ, ເໝາະສຳລັບເອົາໄວ້ຫຼິ້ນເກມເພາະມີການປົດລ໋ອກຂອງເຕັກໂນໂລຍີ DirectX12 Ultimate, DirectStorage แລະ Auto HDR, ມີການຮ່ວມມືກັບ Amazon ແລະ Intel ເພື່ອພັດທະນາ Microsoft Store ໂດຍການສາມາດນຳໃຊ້ບາງແອັບພິເຄຊັນໃນ Android ມາໃຊ້ໃນ Windows 11 ໄດ້ ແລະຍັງເປີດໂອກາດໃຫ້ຜູ້ຈຳໜ່າຍຊອບແວອິດສະລະສາມາດນຳແອັບຂອງໂຕເອງມາລົງໃນ Store

Microsoft ຈະບໍ່ປິດກັ້ນຄອມພິວເຕີສະເປັກຕໍ່າໆ ຄາດວ່າຫຼັງຈາກທີ່ Windows 11 ເປີດໃຫ້ຄອມພິວເຕີລຸ້ນໃຫມ່ໆອັບເດດໄປແລ້ວ ປະມານເຄິ່ງປີ ຫຼື ກາງປີ 2022 ຄາດວ່າຄອມເກົ່າອາດຈະສາມາດໃຊ້ງານ Windown 11 ໄດ້ຄືກັນ

ຖ້າຫາກວ່າພາຍໃນວັນທີ 5 ກັນຍາ 2021 ຄອມພິວເຕີຂອງໃຜທີ່ຍັງບໍ່ມີໃຫ້ອັບເດດວິນໂດໃຫມ່ ກໍ່ແປວ່າຄອມພິວເຕີຂອງເຈົ້າບໍ່ສາມາດຮອງຮັບວິນໂດລຸ້ນລ້າສຸດໄດ້ ຕ້ອງລໍຖ້າໄປປີ 2022 ຕາມການລາຍງານຂອງທາງ Microsoft

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.