ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 11 ສິງຫາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຊາວໜຸ່ມແຂວງບໍລິຄຳໄຊ ຮ່ວມໃຈອະນາໄມສະຖານທີ່ສູນກັກກັນໂຄວິດ-19

ຄະນະບໍລິຫານງານຊາວໜຸ່ມ ແຂວງບໍລິຄຳໄຊ ໄດ້ຮ່ວມແຮງຮ່ວມໃຈກັນ ອະນາໄມຈັດສະຖານທີ່ສູນກັກກັນໂຄວິດ 19 ເຊິ່ງນຳພາໂດຍທ່ານ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ

ໂດຍປະຕິບັດຕາມທິດຊີ້ນຳຂອງຫົວໜ້າຄະນະສະເພາະກິດ ຕ້ານການລະບາດຂອງພະຍາດໂຄວິດ 19 ຂັ້ນແຂວງ ເຊິ່ງໄດ້ກຳນົດເອົາເດີ່ນກິລາເປຕັງ ແລະ ສະໂມສອນດອກປີກໄກ່ຂອງແຂວງ ເປັນສູນກັກກັນ ເພື່ອຈະໄດ້ນຳໃຊ້ເປັນບ່ອນຮອງຮັບແຮງງານລາວທີ່ກັບຄືນປະເທດ…ອ່ານຕໍ່

ເຈົ້າແຂວງເຊກອງ ເນັ້ນໃຫ້ເອົາໃຈໃສ່ບາງວຽກຈຸດສຸມ

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ເຂົ້າຮ່ວມເປັນປະທານກອງປະຊຸມສະຫຼຸບວຽກງານອົງການປົກຄອງແຂວງປະຈໍາເດືອນ ສິງຫາ ໄດ້ເນັ້ນໃຫ້ອົງການປົກຄອງແຂວງເປັນເຈົ້າການປະຕິບັດບາງວຽກງານຈຸດສຸມ ໃນເດືອນກັນຍາ

ໃຫ້ສືບຕໍ່ສຶກສາອົບຮົມວຽກງານການເມືອງແນວຄິດ ແລະສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ຕໍ່ສະພາບການ ແລະເງື່ອນໄຂໃໝ່ທີ່ເລັ່ງທວງໃຫ້ກຳລັງປະກອບອາວຸດພວກເຮົາ ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ແລະຮອບດ້ານ, ປະກອບສ່ວນການຫັນລົງກໍ່ສ້າງຮາກຖານການເມືອງ, ສ້າງ ແລະຂະຫຍາຍຕາໜ່າງກຳລັງປະກອບອາວຸດຢູ່ຮາກຖານໃຫ້ເຂັ້ມແຂງ-ໜັກແໜ້ນ…ອ່ານຕໍ່

ໂຄງການບູລະນະ ແລະ ປະຕິສັງຂອນພັດທະນາສິມະ ແຂວງຈຳປາສັກ ມູນຄ່າ 1ຕື້ກວ່າກີບ

ຢູ່ທີ່ວັດພຸດທະວັນນາຣາມ (ວັດບ້ານເມືອງກາງ) ໄດ້ຈັດພິທີເຊັນສັນຍາໂຄງການບູລະນະ ແລະ ປະຕິສັງຂອນພັດທະນາ ສິມາຂຶ້ນ ໂດຍການເປັນກຽດເປັນປະທານຂອງພຣະອາຈານ.ສຸວັນ ຈັນທະລາດ ເຈົ້າຄະນະ ອພສ ແຂວງຈຳປາສັກ

ບໍລິສັດ ຄຳເພັດ ດວງຈະເລີນ ກໍ່ສ້າງ-ຂົວທາງຈຳກັດຜູ້ດຽວ ຈະເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າບູລະນະປະຕິສັງຂອນພັດທະສິມມາທັງໝົດ 1ຕື້ກວ່າກີບ, ​ທືນດັ່ງກ່າວແມ່ນມາຈາກສັດທາພາກສ່ວນໃນສັງຄົມ, ການຈັດຕັ້ງ, ບຸກຄົນ, ນິຕິບຸກຄົນ ທັງພາຍໃນແລະຕ່າງປະເທດ ທີ່ເຄນຖະວາຍມອບເຂົ້າກອງທືນດັ່ງກ່າວ, ເຊິ່ງຈະໄດ້ລົງມືກໍ່ສ້າງໃນກາງເດືອນ ກັນຍາປີ 2021…ອ່ານຕໍ່

ແກ້ໄຂບັນຫາເດັກເລລ້ອນ ຢູ່ຕາມຈຸດຕ່າງໆພາຍໃນເທດສະບານແຂວງອຸດົມໄຊ

ແຂວງອຸດົມໄຊ ສົມທົບກັບ ຄະນະກຳມະການຂັ້ນເມືອງ ແລະ ອົງການປົກຄອງບ້ານພູຂຽວ ໄດ້ລົງເຄື່ອນໄຫວເຕົ້າໂຮມເອົາເດັກເລລ້ອນທີ່ເຄື່ອນໄຫວອາໄສຢູ່ຕາມຈຸດຕ່າງໆ ພາຍໃນເທດສະບານ ແຂວງອຸດົມໄຊ ເພື່ອມາຮັບການກວດສຸຂະພາບ ແລະ ສານເສດຕິດໃນຮ່າງກາຍ

ການລົງເຄື່ອນໄຫວແກ້ໄຂບັນຫາເດັກເລລ້ອນຂອງຄະນະກຳມະການຂັ້ນແຂວງ ແລະ ເມືອງ ໃນຄັ້ງນີ້ ກໍເພື່ອເຮັດໃຫ້ພາຍໃນເທດສະບານ ແຂວງອຸດົມໄຊ ມີຄວາມເປັນລະບຽບຮຽບຮ້ອຍ ທັງເປັນການຊຸກຍູ້, ຊ່ວຍເຫຼືອເດັກເລລ້ອນດັ່ງກ່າວມີຊີວິດການເປັນຢູ່ທີ່ດີ ແລະຮັບການດູແລດ້ານສຸຂະພາບ…ອ່ານຕໍ່

ຄຳມ່ວນ ປັບປຸງໂຮງຮຽນມໍປາຍທ່າແຂກ ເປັນສູນປິ່ນປົວຜູ້ຕິດເຊື້ອໂຄວິດ-19

ເພື່ອຮອງຮັບໃຫ້ແກ່ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ-19 ທີ່ເພີ່ມຂຶ້ນໃນແຕ່ລະວັນ ແຂວງຄຳມ່ວນຈຶ່ງໄດ້ເລັ່ງຂະຫຍາຍສູນປິ່ນປົວເພີ່ມຕື່ມ ໂດຍໄດ້ກຳນົດເອົາໂຮງຮຽນ ມໍປາຍທ່າແຂກ (ຕຶກທີ່ຢູ່ເບື້ອງຕາເວັນຕົກ) ເປັນສູນປິ່ນປົວແຫ່ງທີ 6 ຂອງແຂວງ

ປະຈຸບັນພວກເຮົາກຳລັງເລັ່ງໃສ່ປັບປຸງທາງດ້ານອາຄານສະ ຖານທີ່ຂອງໂຮງຮຽນ ມໍປາຍທ່າແຂກ ເພື່ອຮອງຮັບໃນການປິ່ນປົວຜູ້ຕິດເຊື້ອ ໂດຍໄດ້ສ້ອມແປງຫ້ອງຮຽນ, ລະບົບໄຟຟ້າ, ນ້ຳປະປາ ແລະ ວຽກທີ່ເລັ່ງດ່ວນທີ່ສຸດກໍ່ຄືການກໍ່ສ້າງຫ້ອງນ້ຳ ໄດ້ຊຸກຍູ້ບໍລິສັດຜູ້ຮັບເໝົາ ແລະ ປຸກລະດົມກຳລັງຊາວໜຸ່ມຕະລຸມບອນຂອງແຂວງມາຊ່ວຍໃນການເທເບຕົງ, ປັບໜ້າດິນ ເຊິ່ງໄດ້ພ້ອມພາກັນສຸມໃສ່ຈັດຕັ້ງປະ ຕິບັດທັງການເວັນ-ກາງຄືນ ເພື່ອເລັ່ງໃສ່ໃຫ້ສຳເລັດກ່ອນວັນທີ 12 ກັນຍາ…ອ່ານຕໍ່

ອົງການຢູນິເຊັບ ແລະ ອົງການUSAID ສະໜອງອຸປະກອນຮັກສາອະນາໄມໃຫ້​ແກ່ໂຮງຮຽນເພື່ອຮັບມືກັບພະຍາດໂຄວິດ -19

ອົງການຢູນິເຊັບປະຈໍາ ສປປ ລາວ ແລະ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ມອບອຸປະກອນຮັກສາອະນາໄມ ແລະ ຊຸດອຸປະກອນປ້ອງກັນຕົວ (PPE) ໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ​ເພື່ອສະໜັບສະໜູນຄວາມພະຍາຍາມຂອງກະຊວງໃນການຮັບປະ ກັນຄວາມປອດໄພຂອງເດັກ​ ແລະ ພະນັກງານ​ສຶກສາ

ເຄື່ອງຊ່ວຍເຫຼືອທີ່ໄດ້ມອບໃຫ້ເປັນ​ສ່ວນໜຶ່ງຂອງການປະກອບສ່ວນໂດຍລວມຂອງອົງການ USAID, ອົງການຢູນິເຊັບ ແລະ GPE ຕໍ່​ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລັດຖະບານແຫ່ງ ສປປ ລາວ ເພື່ອຮັບປະກັນວ່າໂຮງຮຽນເປັນບ່ອນປອດໄພສໍາລັບນັກຮຽນ ແລະ ພະນັກງານ​ສຶກສາໃນການ​ກຽມຄວາມພ້ອມສໍາລັບ​ສົກຮຽນໃໝ່…ອ່ານຕໍ່

ສ້າງຂະບວນການສ້ອມແປງເສັ້ນທາງ ທີ່ບ້ານພັດທະນາ ທົ່ງກາຫຼົງ ເມືອງປາກຊ່ອງ

ຝົນຕົກຕາມລະດູການເປັນເວລາຫຼາຍເດືອນ ເຮັດໃຫ້ສະພາບເສັ້້ນທາງເຂົ້າຫາບ້ານພັດທະນາທົ່ງການຫຼົງ ປະຊາຊົນຢູ່ດີນກິນດີ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຮັບຄວາມເສຍຫາຍເປັນບາງຈຸດ ຫົວໜ້າກອງພັດທະນາບ້ານທົ່ງກາຫຼົງ ພ້ອມຄະນະ ຈຶ່ງໄດ້ເຕົ້າລວມຄວາມສາມັກຄີ ພໍ່ແມ່ປະຊາຊົນພາຍໃນບ້ານໄດ້ມີການອະນາໄມເກັບມ້ຽນຂີ້ເຫຍື່ອ, ຖາງຫຍ້າບໍລິເວນ 2 ຝາກທາງ ແລະ ຖົງຂຸມທີ່ເປ້ເພ ໄລຍະທາງລວມປະມານ 5 ກິໂລແມັດ

ໂດຍໄດ້ມີການລະດົມ ປະເພດລົດກົນຈັກໜັກ ຄື: ລົດດາມ, ລົດໂລ ແລະ ລົດເກດດິນ ກັບບັນດາບໍລິສັດ ມາຊ່ວຍເຫຼືອສ້ອມແປງເສັ້ນທາງ ຈຸດປະສົງນອກຈາກ ຈະເຮັດໃຫ້ເສັ້ນທາງກັບມາມີຄວາມສະດວກສະບາຍຕາມປົກກະຕິ ແລະ ມີຄວາມສະອາດຈົບງາມແລ້ວນັ້ນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...