Tuesday, March 18, 2025

ຂ່າວເດັ່ນ ສຳນັກຂ່າວມີເດຍລາວ

ປະຈຳວັນທີ 16 ຕຸລາ 2021 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ຜົ້ງສາລີ ແລະ ເມືອງຈຽງເຊີນ ນະຄອນພູເອີ ແຫ່ງ ສປ ຈີນ ຮ່ວມປຶກສາຫາລືວຽກງານປ້ອງກັນພະຍາດໂຄວິດ-19

ໃນກອງປະຊຸມສອງຝ່າຍໄດ້ດໍາເນີນຮ່ວມກັນເປັນຕົ້ນແມ່ນ ເມື່ອດ່ານສາກົນບໍ່ຫານ ເປິດໃຫ້ບໍລິການນຳເຂົ້າ-ສົ່ງອອກ ສິນຄ້າ, ພາຫະນະ ແລະ ຄົນ, ສອງຝ່າຍເຫັນດີເປັນເອກະພາບເມື່ອມີພົນລະເມືອງຈີນ ສະເໜີເດີນທາງເຂົ້າໄປ ສປ ຈີນ ຕ້ອງໄດ້ປະຕິບັດມາດຕະການກວດຫາເຊື້ອຈາກ 07 ວັນຕໍ່ 03 ຄັ້ງມາເປັນ 14 ວັນຕໍ່ 05 ຄັ້ງ

ເງື່ອນໄຂການສະເໜີເດີນທາງເຂົ້າ ສປ ຈີນ ແມ່ນຕ້ອງມີໃບກວດຫາເຊື້ອພະຍາດໂຄວິດ-19 ຄົບ 05 ຄັ້ງ, ສອງຝ່າຍເຫັນດີ ໃຫ້ອົງການປົກຄອງແຂວງຜົ້ງສາລີ ສົມທົບກັບ ບໍລິການສາງຝາກສິນຄ້າ, ຄ່ຽນຖ່າຍສິນຄ້າ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ແຕ່ງຕັ້ງພະນັກງານຂອງແຂວງ ມາປະຈໍາຢູ່ສະຖານທີ່ດັ່ງກ່າວ ເພື່ອຊ່ວຍໃນການຕິດຕາມ…ອ່ານຕໍ່

ບໍ່ແກ້ວ ສະເຫຼີມສະຫຼອງວັນແຫ່ງຊາດຕ້ານ ຢສຕ ຄົບຮອບ 20 ປີ

ທີ່ສະໜາມບິນ ຫ້ວຍຊາຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ມີພິທີສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານ ຢສຕ ຄົບຮອບ 20 ປີ ແລະ ທໍາລາຍ ຢສຕ ທີ່ສານໄດ້ຕັດສິນໃຊ້ໄດ້ຢ່າງເດັດຂາດ

ພ້ອມນັ້ນໄດ້ເອົາໃຈໃສ່ປູກລະດົມ ທັງພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ປູກພືດທົດແທນເພື່ອຊ່ວຍປະຊາຊົນທີ່ເຄີຍປູກຝິ່ນສໍາລັບການດຳລົງຊີວິດທີ່ໝັ້ນຄົງ ແລະ ເອົາໃຈໃສ່ຟື້ນຟູສະພາບ,ຈິດໃຈ ແລະ ຮ່າງກາຍຜູ້ຕິດຢາເສບຕິດຢູ່ສູນບຳບັດ, ຢູ່ເມືອງ, ຢູ່ບ້ານເຂດຊຸມຊົນຫ່າງໄກສອກຫຼີກ ທັງນຳໃຊ້ມາດຕະການທາງດ້ານວິຊາສະເພາະເຮັດໃຫ້ 01 ປີ ຜ່ານມາ…ອ່ານຕໍ່

ເຈົ້າເມືອງໆໂຂງ ຢ້ຽມຢາມເອື້ອຍນ້ອງແມ່ຍິງຢູ່ສູນກັກໂຕ

ທ່ານນາງ ຄຳພູ ລິດທິສັກ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໂຂງ, ມີປະທານສະຫະພັນແມ່ຍິງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງເຄື່ອນໄຫວຢ້ຽມຢາມໃຫ້ກຳລັງໃຈເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍທີ່ຢູ່ສູນກັກໂຕຂອງເມືອງເປັນຕົ້ນ: ຈຸດຫົວໂຂງ, ແສນຮາດ, ເມືອງແສນ ແລະ ສະໜາມກິລາຂອງເມືອງ

ເຈົ້າເມືອງໆໂຂງ ກໍໄດ້ນຳເອົາວັດຖຸເຄື່ອງໃຊ້ທີ່ຈຳເປັນໃນຊີວິດປະຈຳໄປມອບໃຫ້ເອື້ອຍນ້ອງແມ່ຍິງ ແລະ ເດັກນ້ອຍ ພາຍຫຼັງທີ່ໄດ້ຮັບເຄື່ອງດັ່ງກ່າວຈາກທ່ານນາງ ເຕດາວັນ ແກ້ວພິລາວັນ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ ນຳມາມອບໃຫ້ເມືອງໃນອາທິດດຽວກັນເຊຶ່ງປະກອບມີ: ນ້ຳດື່ມ, ຄຸຢາງ, ຜ້າອັດປາກ, ສະບູ, ແປງສີແຂ້ວ, ຢາຖູແຂ້ວ, ສະເປກັນຍຸງ ແລະ ອື່ນໆ…ອ່ານຕໍ່

ເປີດໂຄງການສາທິດຄົບວົງຈອນ ປູກພືດທົດແທນການປູກຝິ່ນ ລາວ – ຈີນ ຢູ່ແຂວງຜົ້ງສາລີ

ໂຄງການສາທິດຄົບວົງຈອນ ປູກພືດທົດແທນການປູກຝິ່ນ ລາວ – ຈີນ ຢູ່ແຂວງຜົ້ງສາລີ ແມ່ນເປັນໂຄງການໝື່ງທີ່ທາງລັດຖະບານຈີນໄດ້ເອົາໃຈໃສ່ຊ່ວຍເຫຼືອໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວເຮົາ

ພ້ອມກັນນັ້ນກໍ່ຊ່ວຍໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງຄັ້ງທີ IX ຂອງແຂວງ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ອັນສໍາຄັນນັ້ນແມ່ນ ການແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ດ້ວຍການຫັນຈາກການປູກຝິ່ນມາປູກພືດແນວອື່ນເປັນສິນຄ້າ…ອ່ານຕໍ່

ຊາວບ້ານນາຂາມ ເມືອງອາດສະພອນ ສາມັກຄີກັນສ້ອມແປງເສັ້ນທາງຄືນໃໝ່

ອຳນາດການປົກຄອງ ແລະ ປະຊາຊົນ ບ້ານນາຂາມ ເມືອງອາດສະພອນ ແຂວງສະຫວັນນະເຂດ ໄດ້ສາມັກຄີກັນສ້ອມແປງເສັ້ນທາງເຂົ້າບ້ານຄືນໃໝ່ ໂດຍການຊີ້ນຳໆພາຂອງ ທ່ານ ສະຫງວນ ຮົ່ມໂພສີ ກຳມະການພັກເມືອງ ເລຂາພັກຮາກຖານ ຫົວໜ້າຈຸດສຸມນາເລົ່າ, ມີທ່ານ ໝອນຄຳ ໂຈມມະນີ ເລຂາ-ນາຍບ້ານ ບ້ານນາຂາມ ພ້ອມດ້ວຍພໍ່ແມ່ປະຊາຊົນ, ຊາວໜຸ່ມ, ແມ່ຍິງພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມທັງໝົດ 102 ຄົນ, ຍິງ 15 ຄົນ

ໄດ້ຂຸດດິນຖົມຕາມໜ້າທາງ ບ່ອນທີ່ເປັນບວກເປັນຂຸມ, ຂຸດຮ່ອງລະບາຍນ້ໍາສອງຂ້າງທາງ ແລະຖາງປ່າອະນາໄມຕາມສອງຂ້າງທາງໃຫ້ມີຄວາມສະອາດງາມຕາ, ໄລຍະທາງທີ່ສ້ອມແປງຄືນ ມີຄວາມຍາວປະມານ 2500 ແມັດ….ອ່ານຕໍ່

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.