ຂໍຂອບໃຈນຳຜູ້ສະໜັບສະໜູນ

ໃນໄລຍະທີ່ມີການລະບາດຈອງພະຍາດ ໂຄວິດ-19 ທີ່ຜ່ານມາ ຈົນເຖິງ ປັດຈຸບັນ ກໍຍັງມີຫຼາຍປະເທດທີ່ຍັງສືບຕໍ່ລະບາດ ແລະ ປະເທດລາວ ກໍເປັນໜຶ່ງໃນນັ້ນ.

ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດວ່າ: ການກະທົບຂອງ ໂຄວິດ ສົ່ງຜົນຫຼາຍຕໍ່ການທ່ອງທ່ຽວ ແລະ ປັດຈຸບັນ ລັດຖະບານ ຂອງ ສປປ ລາວ ກໍໄດ້ຜ່ອນຜັນຟື້ນຟູການທ່ອງທ່ຽວ ແລະ ໄດ້ມີການອະນຸມັດເປີດການທ່ອງທ່ຽວ ເຊິ່ງແບ່ງອອກເປັນ 3 ໄລຍະ.

ໄລຍະທີໜຶ່ງ: ຈະເປີດທ່ອງທ່ຽວແຕ່ ເດືອນ ມັງກອນ ທີ່ຜ່ານມາ ເຊິ່ງໄດ້ກຳນົດເອົາບາງຈຸດ ແຂວງຕໍ່ແຂວງ ເອີ້ນວ່າ “ຂົງເຂດການທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ” ແລະ ສັງເກດເຫັນວ່າ ນະໂຍບາຍດັ່ງກ່າວເຮັດໃຫ້ມີການທ່ອງທ່ຽວພາຍໃນຫຼາຍຂຶ້ນປະມານ 20 ພັນກວ່າຄົນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ສຳລັບ ໄລຍະທີສອງ: ແມ່ນຈະເລີ່ມ ເດືອນ ມີນາ ຫາ ເດືອນ ມິຖຸນາ ເຊິ່ງຈະໄດ້ຂະຫຍາຍເພີ່ມອີກໃນບາງແຂວງເຂົ້າມາຕື່ມ ເປັນຕົ້ນແມ່ນແຂວງ ຈຳປາສັກ, ອຸດົມໄຊ, ຫຼວງນ້ຳທາ. ໄລຍະທີສາມ: ແມ່ນເດືອນ ມິຖຸນາ ຖ້າຫາກວ່າ ສະພາບການເປັນປົກກະຕິ ແມ່ນຈະເປີດການ ທ່ອງທ່ຽວທົ່ວປະເທດເປັນປົກກະຕິ.

ສຳລັບການທ່ອງທ່ຽວລະຫວ່າງປະເທດ ແມ່ນຍັງຕ້ອງຢຸດຊະງັກ ຢ້ອນມີການລະບາດຂອງພະຍາດ ໂຄວິດ-19 ສາຍພັນໂອມິຄອນ ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດບໍ່ສາມາດເຂົ້າມາປະເທດຂອງພວກເຮົາໄດ້.

Hits: 1

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້