Tuesday, February 11, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 26 ກຸມພາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ສືບຕໍ່ ໂຄງການສົ່ງເສີມການຈັດການວຽກງານການປະມົງຢູ່ລຽບຕາມແຄມແມ່ນ້ຳຂອງ

ໂຄງການສົ່ງເສີມການຈັດການວຽກງານການປະມົງຢູ່ລຽບຕາມແຄມແມ່ນຳ້ຂອງ ເປັນໂຄງການໜຶ່ງ ທີ່ໄດ້ມີການຈັດການ ດ້ານການປະມົງຊຸມຊົນແບບມີສ່ວນຮ່ວມ ແລະ ມີການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນ 10 ບ້ານເປົ້າໝາຍຂອງໂຄງການ, ການສ້າງວັງສະຫງວນຂຶ້ນ ແມ່ນເພື່ອກຳນົດຂອບເຂດ ໃນການອະນຸລັກຊີວິນາໆພັນປາ ເປັນບ່ອນອອກແມ່ແຜ່ລູກ ແລະ ລີ້ຊ່ອນຂອງປາ ເພື່ອຮັບຮອງໃຫ້ມີປາຫຼາຍຂຶ້ນໃນອະນາຄົດ

ຈຸດປະສົງຂອງໂຄງການ ກໍ່ເພື່ອປະກອບສ່ວນເຂົ້າໃນແຜນການພັດທະນາ ເສດຖະກິດ-ສັງຄົມໂດຍລວມຂອງ ສປປ ລາວ , ໂດຍສະເພາະແມ່ນວຽກງານດ້ານການກະສິກໍາ ແລະ ປ່າໄມ້ ໂດຍຜ່ານການຄຸ້ມຄອງ ແລະ ຊົມໃຊ້ປາ ແລະ ສັດນໍ້າອື່ນໆ ແບບຍືນຍົງໃນແມ່ນໍ້າຂອງ…ອ່ານຕໍ່

ຮອງເຈົ້າເມືອງວິລະບູລີ ລົງມອບເຄື່ອງຊ່ວຍເຫຼືອຕ້ານໄພໜາວ ໃຫ້ປະຊາຊົນໃນເຂດຫ່າງໄກສອກຫຼີກ

ທ່ານ ບຸນເນືອງ ຈັນຫອມ ຮອງເຈົ້າເມືອງວິລະບູລີ ຜູ້ຊີ້ນໍາວຽກງານເສດຖະກິດ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂອງເມືອງປະກອບມີ : ຫ້ອງວ່າການເມືອງ, ຫ້ອງການກະສິກໍາ ແລະປ່າໄມ້, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ພ້ອມດ້ວຍບັນດານັກທຸລະກິດພາຍໃນເມືອງ

ໄດ້ພ້ອມກັນລົງເຄື່ອນໄຫວຢ້ຽມຢາມບັນດາບ້ານທີ່ຢູ່ໃນເຂດຫ່າງໄກສອກຫຼີກຂອງເມືອງ ເປັນຕົ້ນແມ່ນ ບ້ານກະຫຼ້າຍ ແລະ ບ້ານສະເລາະ ເຊິ່ງເປັນບ້ານພີ່ນ້ອງຊົນເຜົ່າບຣູ ຕັ້ງຢູ່ໃນເຂດພູສູງ; ໃນການລົງເຄື່ອນໄຫວໃນຄັ້ງນີ້ ນອກຈາກເປັນການຢື້ຢາມຖາມຂ່າວ ແລະ ຕິດຕາມການພັດທະນາວຽກງານຮອບດ້ານຂອງທັງ 2 ບ້ານແລ້ວ ທ່ານຮອງເຈົ້າເມືອງ ວິລະບູລີ ພ້ອມດ້ວຍຄະນະກໍ່ຍັງໄດ້ນໍາເອົາເຄື່ອງຊ່ວຍເຫຼືອ ປະເພດເຄື່ອງນຸ່ງຫົ່ມກັນໜາວ ຈໍານວນ 150 ຊຸດ…ອ່ານຕໍ່

ສາທາລະສຸກນະຄອນ ໄກສອນ ພົມວິຫານ ສາມາດສັກວັກຊິນໃຫ້ປະຊາຊົນທັງໝົດ 175.516 ໂດສ

ຫ້ອງປະຊຸມສາທາລະສຸກນະຄອນ ໄດ້ຈັດກອງປະຊຸມຊີ້ແຈງການຈັດຕັ້ງປະຕິບັດວຽກງານ ສັກວັກຊິນກັນພະຍາດແຫ່ງຊາດ(ວສຊ)ກັນພະຍາດໂຄວິດ 19 ໃຫ້ແກ່ພະນັກງານ ແລະ ປະຊາຊົນ ພາຍໃຕ້ການເປັນປະທານຂອງ ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ

ນະຄອນ ໄກສອນ ພົມວິຫານ ມີປະຊາກອນທັງໝົດ 138.807ຄົນ,ມີສະຖານທີ່ບໍລິການຄົງທີ່ຄື:ຫ້ອງການສາທາລະສຸກນະຄອນ,ໂຮງໜໍນ້ອຍ 11 ແຫ່ງ,ໂຮງໜໍແຂວງ,ໂຮງໜໍທະຫານແຂວງ,ໂຮງໜໍ 6 ມີຖຸນາ ແລະ ແບບເຄື່ອນທີ່ມີ 94 ຈຸດ,ມີທີມແພດ 38 ທີມ ຈໍານວນ 190 ຄົນ ,ສາມາດໃຫ້ບໍລິການປະຊາຊົນໃນການສັກວັກຊິນໄດ້ທັງໝົດ 175.516 ໂດສ ,ແລະຊະນິດຢາທີ່ຈະໃຫ້ບໍລິການປະຊາຊົນເລີ່ມຕົ້ນໃນເດືອນມີນາ ແມ່ນມີ04 ຊະນິດຄື: sinopharm, Astrazeneca, Pfizer ແລະ Sinovac…ອ່ານຕໍ່

ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມ ປະຈໍາປີ 2021 ທັງໝົດມີ 2 ພັນຄົນ

อาจเป็นรูปภาพของ 3 คน, ผู้คนกำลังนั่ง และ ผู้คนกำลังยืน

ໃນໄລຍະ 1 ປີຜ່ານມາ ຄະນະກຳມະການອະໄພຍະໂທດ ລະດັບຊາດເອົາໃຈໃສ່ໃນການຊີ້ນຳ-ນຳພາຢ່າງໃກ້ຊິດ ໂດຍຜ່ານກອງເລຂາຄະນະກຳມະການອະໄພຍະໂທດ ລະດັບຊາດ ໃນການຕິດຕາມ, ກວດກາ ແລະ ຊຸກຍູ້ ໃຫ້ຄະນະກຳມະການອະໄພຍະໂທດ ລະດັບຊາດ, ແຂວງ, ນະຄອນຫລວງ ຈັດຕັ້ງປະຕິບັດລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ຄຳແນະນໍາ ຢ່າງເປັນປົກກະຕິ

ການຄົ້ນຄວ້າຕົກລົງແນະນຳສະເໜີບັນຊີລາຍຊື່ນັກໂທດ ເຫັນວ່າມີເງືອນໄຂຕາມທີ່ໄດ້ກຳນົດໄວ້ ໃນລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ, ນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດຕາມ ລັດຖະດໍາລັດ ຂອງປະທານປະເທດ ປະຈໍາປີ 2021 ທັງໝົດມີ 2 ພັນຄົນ, ຍິງ 284 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ, ໃນນີ້ຕະຫຼອດຊີວິດ 49 ຄົນ, ຍິງ 9 ຄົນ…ອ່ານຕໍ່

ປະຊາຊົນບ້ານມ່ວງໄຂ່ ສາມັກຄີກັນສ້າງເສັ້ນທາງເບຕົງເສີມເຫຼັກເອງ

อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง

ພາຍຫຼັງການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກເສັ້ນທີ 4 ສໍາເລັດ ເຊິ່ງມີຄວາມຍາວ 327 ແມັດ, ປະຊາຊົນ ບ້ານມ່ວງໄຂ່ ແຂວງ ສະຫວັນນະເຂດ ກໍ່ໄດ້ສາມັກຄີກັນກໍ່ສ້າງເສັ້ນທາງເບຕົງເສີມເຫັຼກອີກ ເປັນເສັ້ນທີ 5

ເສັ້ນທາງດັ່ງກ່າວ ແມ່ນເປັນເສັ້ນທາງຊອຍ ເປັນທາງປູດ້ວຍດິນແດງ ຜ່ານໃຈກາງຂອງບ້ານ ເຊິ່ງມີຄວາມຍາວ 325 ແມັດ, ກ້ວາງ 4,50 ແມັດ, ໜາ 15 ຊັງຕີແມັດ,ມູນຄ່າທັງໝົດ 95 ລ້ານກີບ ສາມາດຮັບນໍ້າໜັກໄດ້ 12 ໂຕນ,ໂດຍແມ່ນແຮງງານຂອງປະຊາຊົນບ້ານມ່ວງໄຂ່ເອງ ເຊິ່ງໄດ້ຜັດປ່ຽນກັນມື້ລະ 15 ຄອບຄົວ…ອ່ານຕໍ່

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: