Friday, April 18, 2025

ແບບສອບຖາມອອນລາຍ ທາງເລືອກໃນການແກ້ບັນຫາຂອງຄົນລຸ້ນໃຫມ່

ເຮົາຢູ່ໃນຍຸກດີຈິຕອນ ຍຸກທີ່ມີການພັດທະນາທາງດ້ານເຕັກໂນໂລຢີ ການເຮັດແບບສອບຖາມອອນລາຍ ເປັນວິທີທີ່ດີໃນການດຶງດູດຜູ້ຄົນ ແລະ ວິທີການຫາແນວທາງໃນການແກ້ໄຂບັນຫາໃດບັນຫາໜຶ່ງ ເພື່ອຮັບຄວາມຄິດເຫັນຈາກຜູ້ບໍລິໂພກ

ການທີ່ເຮົາສ້າງແບບອອນລາຍມີຫຼາຍວິທີດ້ວຍກັນ ເຊິ່ງເຮົາກໍເພື່ອທີ່ຈະນໍາໃຊ້ເຂົ້າໃນການຫາຄຳຕອບໃດໜຶ່ງ ຫຼື ບັນຫາໃດໜຶ່ງ ເຊັ່ນວ່າ: ຄຳຕິຊົມ ຫຼັງຈາກລູກຄ້າໄດ້ໃຊ້ຜະລິດຕະພັນ ແລະ ບໍລິການ, ໃຊ້ເພື່ອດຳເນີນວິໄຈການຕະຫຼາດ, ໃຊ້ໃນການສອບເສັງ, ໃຊ້ເພື່ອເຮັດບົດວິໄຈການຮຽນຈົບຂອງນັກສຶກສາ, ວັດຄວາມເພິ່ງພໍໃຈຂອງພະນັກງານ ແລະ ລູກຄ້າ

ສຳລັບວິທີການສ້າງແບບຟອມອອນລາຍເປັນເລື່ອງງ່າຍ ເນື່ອງຈາກໃນປັດຈຸບັນຜູ້ໃຫ້ບໍລິການສຳຫຼວດອອນລາຍມີຈຳນວນຫຼາຍຂຶ້ນ ເຊິ່ງຈະຊ່ວຍໃຫ້ເຈົ້າສາມາດເຮັດແບບສອບຖາມໄດ້ງ່າຍໆ.

ເຊິ່ງເຮົາຈະແນະນຳ Google Forms ເປັນອີກໜຶ່ງເຄື່ອງມືທີ່ໄດ້ຮັບຄວາມນິຍົມໃນຂະນະນີ້ ເຊິ່ງມີບົດທີ່ສຳຄັນຫຼາຍໃນຊ່ວງທີ່ ສປປ ລາວ ກຳລັງພະເຊີນກັບການລະບາດຂອງໂຄວິດ-19 ເພາະນັກສຶກສາຕ້ອງໄດ້ຮຽນອອນລາຍ ແລະ ໃຊ້ Google Forms ໃນການສອບເສັງ ເຊິ່ງມີຄຸນລັກສະນະທີ່ໜ້າສົນໃຈດັ່ງຕໍ່ໄປນີ້:

  • ການສ້າງແບບສຳຫຼວດທີ່ບໍ່ຈຳກັດ ແລະ ຮອງຮັບຜູ້ຕອບແບບສອບຖາມແບບບໍ່ຈຳກັດຈຳນວນຄົນ
  • ຂໍ້ມູນຕ່າງໆຈາກຜູ້ແບບສອບຖາມ ຈະເກັບໄວ້ແບບອັດຕະໂນມັດໂດຍ Google Spreadsheets
  • ສາມາດເພີ່ມຮູບພາຍ ແລະ ວີດີໂອໃສ່ແບບສອບຖາມ
  • ສາມາດແບ່ງປັນແບບສອບຖາມອອນລາຍ ຜ່ານ Email ໄດ້
  • ສາມາດເພີ່ມຜູ້ໃຊ້ງານອື່ນໆ ໃຫ້ສາມາດໃຊ້ງານຮ່ວມກັນຜ່ານແບບສອບຖາມອອນລາຍນັ້ນໄດ້

ສິ່ງສຳຄັນ Google forms ຈະເປັນໂຕຊ່ວຍທີ່ດີທີ່ສຸດສຳລັບນັກສຶກສາມະຫາວິທະຍາໄລ ປີສຸດທ້າຍ ທີ່ກຳລັງຈະເຮັດບົດຈົບຊັ້ນ ເພາະເຮົາບໍ່ຕ້ອງລົງຳປຢາຍແບບສອບຖາມ ແລະ ກອກຂໍ້ມູນແບບສອບຖາມເອງ ໃຫ້ເມື່ອຍແບບແຕ່ກ່ອນ ພຽງແຕ່ປັບໃຊ້ເປັນແບບອອນລາຍກໍສາມາດຈະຢາຍແບບສອບຖາມໂດຍບໍ່ຕ້ອງລົງພື້ນທີ່ໄດ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.