Sunday, May 25, 2025
Kbank Laos โอน รับ จ่าย

ໃຜບໍ່ຮູ້ ເຂົ້າມາເບິ່ງ! ວິທີປະສົມ Emoji ໃຫ້ໄດ້ໂຕໃຫມ່ໄວ້ໃຊ້

Emoji Kitchen ແມ່ນການປະສົມເອົາ Emoji 2 ໂຕມາປະສົມກັນ ເພື່ອສ້າງ Emoji ໂຕໃຫມ່ ເຊິ່ງຈະຕ້ອງມີການໃຊ້ງານຜ່ານແອັບແປ້ນພິມ Gboard ເທິງໂທລະສັບ Android.

ໃຜມີໄອເດຍທີ່ໜ້າສົນໃຈ ກໍສາມາດລອງປະສົມເບິ່ງໄດ້ ມີຫຼາຍກວ່າໝື່ນຮູບແບບ ເພາະມັນຈະເຮັດໃຫ້ຜູ້ໃຊ້ງານສ້າງ Emoji ໄວ້ໃຊ້ສົນທະນາໄດ້ຫຼາຍຂຶ້ນ, ສຳລັບວິທີການປະສົມແມ່ນ ເຮົາຈະຕ້ອງພິມ Emoji ໂຕທຳອິດກ່ອນ ແລະ ເອົາໂຕທີສອງມາປະກອບກັນຕາມໃຈເຮົາ ເຊັ່ນວ່າ: ໂຕທຳອິດແມ່ນ Emoji ໄຫ້ ແລະ ໂຕທີສອງແມ່ນຮູບແມວ ກໍຈະໄດ້ Emoji ແມວໄຫ້.

ສຳລັບວິທີການເປີດໃຊ້ງານ Gboard ແມ່ນເຮົາສາມາດໂຫລດຈາກ play Store ມາຕິດຕັ້ງໄດ້, ຫຼັງຈາກຕິດຕັ້ງສຳເລັດແລ້ວ ແມ່ນໃຫ້ເຂົ້າໂປແກຣມເພື່ອປ່ຽນແປ້ນພິມ ໃຫ້ເປັນ Gboard ຈຶ່ງຈະສາມາດເຂົ້າໄປປະສົມ Emoji ມາໃຊ້ງານໄດ້.

ປັດຈຸບັນ, ຍັງສາມາດໃຊ້ໄດ້ກັບພຽງແຕ່ບາງແອັບເທົ່ານັ້ນ ເຊັ່ນ: Messenger, WhatsApp, Telegram, Twitter, Instagram Direct Messages ແລະ ອື່ນໆ, ນອກຈາກນີ້, ບັນດາ Emoji ປະສົມເຫຼົ່ານີ້ ຍັງສາມາດບັນທຶກໄວ້ໃນ favorite ໄດ້ອີກດ້ວຍ

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.