ມອບຕຽງ ແລະ ອຸປະກອນການແພດ ໃຫ້ໂຮງໝໍ ເມືອງ ໂພນໂຮງ, ແຂວງ ວຽງຈັນ

ໃນວັນທີ 22 ສິງຫາ 2022 ທ່ານນາງ ອຸຣີຣັດ ຈະເລີນໂຕ, ອະທິບໍດີ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ໄດ້ເຂົ້າຮ່ວມພິທີ ມອບ-ຮັບ ຕຽງນອນຄົນເຈັບທີ່ເປັນນະວັດຕະກຳໃໝ່ ແລະ ອຸປະກອນກນແພດ ພາຍໃຕ້ໂຄງການ ພັດທະນາໂຮງໝໍເມືອງ ໂພນໂຮງ ໃຫ້ແກ່ໂຮງໝໍເມືອງ ໂພນໂຮງ, ແຂວງ ວຽງຈັນ ໂດຍມີທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທປະຈຳ ນະຄອນຫຼວງ ວຽງຈັນ ສປປ ລາວ ໃຫ້ກຽດເປັນປະທານໃນພິທີ ເຊິ່ງມີທ່ານ ສົມປະສົງ ສຸວົງຄຳຈັນ, ເຈົ້າເມືອງ ໂພນໂຮງ ແລະ ຜູ້ບໍລິຫານໂຮງໝໍເມືອງ ໂພນໂຮງ ເຂົ້າຮ່ວມ.​

ສຳລັບຕຽງທີ່ມອບໃຫ້ໂຮງໝໍເມືອ ໂພນໂຮງ ໃນຄັ້ງນີ້ ຖືວ່າເປັນນະວັດຕະກຳທາງການແພດທີ່ຄິດຄົ້ນໂດຍທີມນັກວິໄຈຈາກຄະນະແພດສາດ, ມະຫາວິທະຍາໄລ ສົງຂານະຄະລິນ ທີ່ໄດ້ຮັບການສະໜັບສະໜຸນດ້ານງົບປະມານ ສຳລັບດຳເນີນການວິໄຈ ແລະ ພັດທະນາ ຈາກສຳນັກງານຄະນະກຳມະການສົ່ງເສີມວິທະຍາສາດ ວິໄຈ ແລະ ນະວັດຕະກຳ (ສກສວ) ເຊິ່ງຕຽງດັ່ງກ່າວ ຄິດຄົ້ນຂຶ້ນມາສຳລັບຄົນເຈັບອຳມະພາດ ທີ່ຈຳເປັນຕ້ອງໄດ້ພິກໂຕ ໂດຍຜ່ານການຄວບຄຸມລະບົບຍົກທີ່ອອກແບບມາເພື່ອຫຼຸດພາລະການເບິ່ງແຍງຂອງພະຍາບານ ແລະ ພີ່ນ້ອງຄົນເຈັບໄດ້ເປັນຢ່າງດີ.

​ໃນໂອກາດດຽວກັນ ກົມຄວາມຮ່ວມມືລະຫວ່າງປະເທດ (TICA) ກໍໄດ້ມອບຫ້ອງເອັກຊ໌ເຣ ແລະ ຫ້ອງຜ່າຕັດ ມູນຄ່າ ເກືອບ 9 ລ້ານບາດ ໃຫ້ກັບໂຮງໝໍເມືອງ ໂພນໂຮງ ເພື່ອເພີ່ມປະສິດທິພາບໃນການເບິ່ງແຍງຄົນເຈັບທີ່ມາໃຊ້ບໍລິການດ້ານການແພດ ແລະ ສາທາລະນະສຸກຂອງໂຮງໝໍດັ່ງກ່າວ ພາຍໃຕ້ໂຄງການ “ການຮ່ວມມືເພື່ອການພັດທະນາ ໂຮງໝໍເມືອງ ໂພນໂຮງ” ເຊິ່ງເປັນສັກຍາລັກທີ່ເນັ້ນເຖິງຄວາມສຳພັນທີ່ໃກ້ຊິດ ທັງລະດັບລັດຖະບານ ແລະ ປະຊາຊົນ ໄທ ກັບ ສປປ ລາວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...