Monday, April 21, 2025

ມອບທຶນການສຶກສາ ແລະ ທຶນຝຶກອົບຮົມ ເພື່ອພັດທະນາດ້ານບຸກຄະລາກອນ

ເພື່ອເປັນການສານຕໍ່ຄວາມຮ່ວມມືດ້ານການພັດທະນາ ແລະ ສົ່ງເສີມບຸກຄະລາກອນ ລະຫວ່າງ 2 ປະເທດ ລາວ-ໄທ ໃຫ້ມີຄວາມຮູ້, ຄວາມສາມາດຂຶ້ນຕື່ມທາງດ້ານວິຊາສະເພາະ; ສະນັ້ນ, ໃນວັນທີ 22 ສິງຫາ 2022 ຢູ່ທີ່ ສະຖານທູດໄທ ປະຈຳລາວ, ກົມຮ່ວມມືລະຫວ່າງປະເທດ (TICA) ໄດ້ຮ່ວມກັບ ສະຖານທູດໄທ ປະຈຳ ສປປ ລາວ ຈັດພິທີມອບທຶນການສຶກສາ ແລະ ທຶນຝຶກອົບຮົມ ຂອງລັດຖະບານໄທ ໃຫ້ກັບ ລັດຖະກອນລາວ ເພື່ອໄປສຶກສາຕໍ່ທີ່ປະເທດໄທ.

ເຂົ້າຮ່ວມໃນພິທີມອບທຶນໃນຄັ້ງນີ້ ມີທ່ານ ນາງ ອຸຣີຣັດ ຈະເລີນໂຕ, ອະທິບໍດີກົມຮ່ວມມືລະຫວ່າງປະເທດ (TICA), ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ, ທ່ານນາງ ຂັນທະລີ ສິລິພົງພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອງດອງ ປະຊາພັກດີ, ຮອງຫົວໜ້າກົມ ອາຊີປາ​ຊີ​ຟິກ ແລະ ອາ​ຟ​ຣິ​ກາ, ກະ​ຊວງ​ການ​ຕ່າງ​ປະ​ເທດ.

ສຳລັບຈໍານວນຜູ້ທີ່ໄດ້ຮັບທຶນມີທັງໝົດມີ 42 ທຶນ ເຊິ່ງປະກອບດ້ວຍຜູ້ໄດ້ຮັບທຶນການສຶກສາລະດັບປະລິນຍາໂທ (ເຂົ້າສຶກສາໃໝ່) ພາຍໃຕ້ແຜນພັດທະນາຊັບພະຍາກອນມະນຸດສອງຝ່າຍ ລາວ-ໄທ ຈໍານວນ 27 ຄົນ ແລະ ອີກ 15 ຄົນ ທີ່ໄດ້ຮັບທຶນການສຶກສາ ດ້ານຄວາມຮູ້ທາງດ້ານການທູດ ໃຫ້ແກ່ນັກສໍາມະນາກອນຈາກໂຄງການ ສປປ ລາວ (Knowledge of Diplomacy for Participants from Lao People’s Democratic Republic), ໂດຍຈະມອບຜ່ານ ທ່ານ ປອງດອງ ປະຊາພັກດີ, ຮອງຫົວໜ້າກົມ ອາຊີປາ​ຊີ​ຟິກ ແລະ ອາ​ຟ​ຣິ​ກາ, ກະ​ຊວງ​ການ​ຕ່າງ​ປະ​ເທດ.

ສຳລັບທຶນການສຶກສາ ແລະ ການຝຶກອົບຮົມນີ້ ແມ່ນ​ເປັນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ໂຄງການ​ຮ່ວມ​ມື​ດ້ານ​ວິຊາ​ການ​ ລາວ-​ໄທ 3 ປີ (2020 – 2022) ໂດຍລັດຖະບານ​ໄທ ​ຈະ​ໃຫ້​ທຶນການ​ສຶກສາ​ລະດັບ​ປະລິນຍາ​ໂທ ​​30 ທຶນ​ຕໍ່​ປີ ​ແລະ ທຶນສະໜັບສະໜຸນຝຶກອົບຮົມ ປີລະ 20 ຫຼັກສູດ.

ທ່ານ ນາງ ອຸຣີຣັດ ຈະເລີນໂຕ, ອະທິບໍດີກົມຮ່ວມມືສະຫວ່າງປະເທດ (TICA) ກ່າວວ່າ: ສຳລັບປະເທດໄທແລ້ວ ສປປ ລາວ ຖືວ່າເປັນປະເທດເພື່ອນບ້ານທີ່ສຳຄັນ, ເພາະສະນັ້ນແລ້ວ ພວກເຮົາກໍຢາກໃຫ້ການສະໜັບສະໜຸນ ແລະ ການພັດທະນາຂອງ ສປປ ລາວ ເຊິ່ງກໍຈະມີຫຼາກຫຼາຍຮູບແບບ ບໍ່ວ່າຈະເປັນເລື່ອງຂອງການພັດທະນາໂຄງການ ເຊິ່ງຫຼັກໆກໍມີຢູ່ 8 ສາຂາ ໂດຍຈະເນັ້ນຈຸດແຂງໃນຄວາມຊ່ຽວຊານຂອງປະເທດໄທ ແລະ ກໍເປັນຄວາມຕ້ອງການຂອງປະເທດລາວນຳ, ເປັນຕົ້ນແມ່ນເລື່ອງ ສາທາລະນະສຸກ, ດ້ານການແພດ, ດ້ານການສຶກສາ, ດ້ານກະສິກຳ ຫຼື ດ້ານການພັດທະນາຊຸມຊົມ.

ໃນການດຳເນີນໂຄງການດ້ານການພັດທະນາຂອງກົມຄວາມຮ່ວມມືລະຫວ່າງປະເທດ ບໍ່ວ່າຈະເປັນປະເທດໃດກໍຕາມ ລວມເຖິງປະເທດລາວນຳ ແມ່ນຈະໃຫ້ຄວາມສຳຄັນໃນການພັດທະນາດ້ານຊັບພະຍາກອນບຸກຄົນ ເປັນປັດໃຈຫຼັກທີ່ຈະເຮັດໃຫ້ໂຄງການພັດທະນາຕ່າງໆ ມີຄວາມຍືຍຍົງ ແລະ ສາມາດຕໍ່ຍອດໄປດຳເນີນການໃນດ້ານອື່ນໆໄດ້.

ທ້າວ ໄຊທະສອນ ມະລີວັນ, ພະນັກງານສັງກັດ ກົມທາງລົດໄຟ, ໂຄງການລົດໄຟ ລາວ-ໄທ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຜູ້ທີ່ໄດ້ຮັບທຶນການສຶກສາລະດັບປະລິນຍາໂທ ໃນສາຂາ Logistic and Supply Chain Management ກ່າວວ່າ ດີໃຈຫຼາຍທີ່ໄດ້ຮັບທຶນໄປຮຽນຕໍ່ທີ່ປະເທດໄທ ເຊິ່ງກໍເປັນອີກຄວາມຝັນໜຶ່ງຂອງນ້ອງ ໃນການສຶກສາຕໍ່ໃນສາຍນີ້.

ສຳລັບເງື່ອນໄຂສຳລັບທຶນການສຶກສານີ້ ແມ່ນເພິ່ນຈະຄັດເລືອກເອົາຜູ້ທີ່ຮຽນຈົບປະລິນຕີກ່ອນ ແລະ ມີພື້ນຖານທາງດ້ານພາສາອັງກິດຢູ່ໃນເກນມາດຕະຖານທີ່ເພິ່ນຕັ້ງໄວ້, ເຊິ່ງໂຄງການນີ້ຖືວ່າເປັນໂຄງການທີ່ດີຫຼາຍ ເພາະເປັນໂຄງການທີ່ເປີດກວ້າງໃຫ້ພະນັກງານລັດຖະກອນຂອງລາວ ໄດ້ມີໂອກາດຍົກລະດັບຄວາມຮູ້, ຄວາມສາມາດ ຂຶ້ນຕື່ມອີກ ຂໍພຽງແຕ່ເຮົາມີຄວາມສາມາດ ແລະ ມີເງື່ອນໄຂຕາມທີ່ເພິ່ນກຳນົດໃຫ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.