ໃນງານປະກວດ ມິສແກຣນລາວ 2022 ນອກຈາກຜູ້ທີ່ເຂົ້າປະກວດຈະມີຄວາມໂດດເດັ່ນທາງດ້ານຮູບຮ່າງ, ໜ້າຕາ ລວມເຖິງຄວາມຮູ້ ຄວາມສາມາດແລ້ວ ສິ່ງທີ່ສາມາດດຶງດູດສາຍຕາຜູ້ຊົມ ແລະ ສາມາດສ້າງສີສັນໃນການປະກວດ ແມ່ນການເດີນແບບ “ຊຸດປະຈຳຊາດ” ທີ່ບົ່ງບອກເຖິງເອກະລັກ, ຮີດຄອງປະເພນີອັນດີງາມ ຂອງຜູ້ເຂົ້າປະກວດ ທີ່ມາຈາກທ້ອງຖິ່ນຕ່າງໆ.

ສຳລັບຊຸດປະຈໍາຊາດ “ມາເຢີຂວັນເອີຍ” ທີ່ສວມໃສ່ໂດຍ ນາງ ກູດແກ້ວ ລາດທະສົມບັດ ຜູ້ເຂົ້າປະກວດໝາຍເລກ MGL11 ອອກແບບໂດຍ ທ້າວ ຂັນໄຊ ແຖມພູຄຳ, 20 ປີ ແລະ ທ້າວ ພຸດທະວົງ ວົງໄຊຍາ, 18 ປີ ນັກສຶກສາຄະນະສະຖາປັດຕະຍະກຳສາດ ສາຂາອອກແບບຜະລິດຕະພັນ, ຖືວ່າເປັນອີກຜົນງານໜຶ່ງທີ່ໂດດເດັ່ນ ສາມາດບົ່ງບອກເຖິງເອກະລັກວັດທະນະທຳ ແລະ ຮີດຄອງປະເພນີຂອງຊາດລາວອອກມາໄດ້ດີ.

ຜົນງານນີ້ແມ່ນໄດ້ແຮງບັນດານໃຈມາຈາກພິທີບາສີສູ່ຂວັນທີ່ເປັນຮີດປະເພນີອັນດີງາມຂອງຄົນລາວເຮົາ ສະແດງໃຫ້ເຫັນເຖິງການຮັກສາຮີດ 12 ຄອງ 14 ທີ່ຢູ່ຄຽງຄູ່ກັບປະເທດລາວມາແຕ່ສະໄໝບູຮານຈົນຮອດປັດຈຸບັນນີ້, ບໍ່ວ່າຈະມີວຽກງານໃດກໍຕາມທີ່ເປັນງານມຸງຄຸນ ຫຼື ງານສໍາຄັນຂອງຄອບຄົວທີ່ເປັນພິທີກຳທາງສາສະໜາ ຊາວລາວໃຊ້ໝາກເບັງທີ່ເຮັດດ້ວຍໃບຕອງກ້ວຍມາເປັນອົງປະກອບຫຼັກໃນພິທີ ພ້ອມທັງໃຊ້ກ້ານໝາກພ້າວສອດຝ້າຍຜູ້ແຂນສີຂາວລ້ວນເພື່ອເປັນການເອຍ້ອງພາບາສີໃຫ້ມີຄວາມສວຍງາມ ແລະ ເພື່ອຄວາມເປັນສິລິມຸງຄຸນ. ນອກນັ້ນ, ພາຂວັນ ຫຼື ພິທີບາສີສູ່ຂວັນ ຍັງສື່ໃຫ້ເຫັນເຖິງເອກກະລັກຂອງຄົນລາວຊາວພຸດທີ່ສືບທອດກັນມາຍາວນານ ພ້ອມທັງສື່ໃຫ້ເຫັນເຖິງຄວາມສາມັກຄີຂອງຄົນລາວສະແດງອອກໂດຍການມາເຕົ້າໂຮມກັນຜູກຂໍ່ຕໍ່ແຂນໃຫ້ຄຳອວຍພອນເຊິ່ງກັນ ແລະ ກັນ.

ຂັນໄຊ ແຖມພູຄຳ ກ່າວວ່າ: ໃນການສ້າງສັນຊຸດນີ້ອອກມາກໍມີຄວາມທ້າທາຍ ແລະ ຄວາມຫຍຸ້ງຍາກ ຍ້ອນປະສົບການໃນການເຮັດຊຸດກໍບໍ່ຫຼາຍ ແຕ່ພວກເຮົາຍັງໂຊກດີທີ່ມີ ອ້າຍ ບຸນມີ ບົວແກ້ວ ເຊິ່ງເປັນຜູ້ທີ່ຢູ່ເບື້ອງຫຼັງໃຫ້ການສະໜັບສະໜຸນ ແລະ ຄອຍແນະນຳແນວທາງຕ່າງໆ ໃຫ້ພວກເຮົາ ເຊິ່ງໃນການເຮັດວຽກພວກເຮົາກໍສາມັກຄີກັນ ຄ່ອຍເຮັດເທື່ອລະຊິ້ນເທື່ອລະສ່ວນ ເພື່ອໃຫ້ມີຄວາມສວຍງາມ ແລະ ສົມຈິງ, ນອກນັ້ນ ໂຕຊຸດກໍຍັງມີອົງປະກອບຂ້ອນຂ້າງຫຼາຍ ບໍ່ວ່າຈະເປັນການຖັກຝ້າຍ 6 ອັນ ທີ່ຢູ່ດ້ານຫຼັງ, ການຮ້ອຍດອກຮັກ, ການພັບກີບເທື່ອລະອັນ ເພື່ອຫຍິບໃສ່ໂຕຊຸດ ແລະ ການປັກຊຸດເພື່ອເພີ່ມຄວາມແວວວາວໃຫ້ໂຕຊຸດນໍາອີກ ຖືວ່າເປັນງານປານີດທີ່ຕ້ອງໃຊ້ໄລຍະເວລາໃນການປະດິດ ໂດຍລວມໃຊ້ເວລາໄປ 3 ອາທິດກວ່າ ກ່ອນມື້ຖ່າຍແບບ ແຕ່ໂຕຊຸດກໍຍັງບໍ່ທັນສົມບູນ ຫຼັງຈາກທີ່ຖ່າຍແບບແລ້ວເຮົາກໍ່ໄດ້ນຳຊຸດມາເຮັດຕື່ມ ກ່ອນຈະຮອດມື້ແຂ່ງໃນໄລຍະເວລາອີກ 1 ອາທິດ ໂດຍໄດ້ຄວາມຮ່ວມມືຈາກໝູ່ເພື່ອນອ້າຍເອື້ອຍນ້ອງ ພໍ່ແມ່ ມາຊ່ວຍກັນຈົນເຮັດໃຫ້ຊຸດ “ມາເຢີຂວັນເອີ້ຍ” ສົມບູນແບບດັ່ງທີ່ເຫັນ.
ຫຼັງຈາກຜົນງານແລ້ວສົມບູນ ແລະ ໄດ້ອອກສູ່ສາຍຕາຂອງມວນຊົນ ຂ້າພະເຈົ້າເອງໃນນາມໜຶ່ງໃນຜູ້ອອກແບບຮູ້ສຶກພູມໃຈ ແລະ ດີໃຈຫຼາຍທີ່ໄດ້ເປັນສວ່ນໜຶ່ງໃນງານຄັ້ງນີ້ໄດ້ມີໂອກາດອອກແບບ ແລະ ຕັດຊຸດອອກມາໃຫ້ມັນເປັນຈິງ ເພາະທີ່ຜ່ານມາມີແຕ່ແຕ້ມແລະ ອອກແບບບໍ່ເຄີຍໄດ້ມີໂອກາດເຮັດຊຸດທີ່ໃຫ່ຍ ແລະ ອົງປະກອບຫຼາຍປານນີ້ອອກມາໃຫ້ນາງງາມໄດ້ສວມໃສ່ ເນື່ອງຈາກຕົ້ນທືນເຮົາມີບໍ່ຫຼາຍ ຂາດແຮງສະໜັບສະໜຸນ ແຕ່ປີນີ້ນ້ອງໂຊກດີຫຼາຍທີ່ມີທາງຜູ້ໃຫ່ຍ ແລະ ໝູ່ເພື່ອນອ້າຍເອື້ອຍນ້ອງຄອຍໃຫ້ການສະໜັບສະໜູນທັງທຶນຮອນ ແລະ ເຫື່ອແຮງ ອົດຫຼັບອົດນອນນຳກັນ ເພື່ອໃຫ້ຊຸດ “ມາເຢີຂວັນເອີ້ຍ” ທີ່ອອກແບບມາໄດ້ເປັນຈິງ ແລະ ຫວັງວ່າໃນງານນີ້ຊຸດຂອງພວກນ້ອງຈະເປັນທີ່ພາກພູມໃຈເປັນທີ່ຊື່ນຊົມຂອງທຸກຄົນ .
Hits: 33