OPPO Reno8 Series ເປີດໂຕໃນລາວແລ້ວ! ມາພ້ອມກັບສະເປັກທີ່ແຮງ ແລະ ຟັງຊັ້ນກ້ອງທີ່ມີຄວາມເປັນມືອາຊີບ

ຫຼ້າສຸດ OPPO ກໍໄດ້ເປີດໂຕໂທລະສັບລຸ້ນໃຫມ່ OPPO Reno8 Series ຢູ່ບ້ານເຮົາຢ່າງເປັນທາງການ ໂທລະສັບລຸ້ນນີ້ຖືວ່າ ເປັນໂທລະສັບທິ່ຖ່າຍຮູບພາບໄດ້ສວຍງາມເປັນທຳມະຊາດທີ່ສຸດ (The Portrait Expert) ເຊິ່ງເປີດໂຕມາພ້ອມກັນ 2 ລຸ້ນໄດ້ແກ່ OPPO Reno8 ແລະ OPPO Reno8 Z 5G.

OPPO Reno8

ມີດີຊາຍສະເພາະທີ່ມີຄວາມຫຼູຫຼາ, ນໍ້າໜັກເບົາ, ທາງດ້ານຫຼັງສາມາດກັນຮອຍມື ແລະ ຮອຍຂູດຂີດໄດ້, ມີກ້ອງ 3 ໂຕທາງດ້ານຫຼັງ ແລະ ມີສອງສີໃຫ້ເລືອກ ຄື:

  • ສີທີ່ໜຶ່ງເປັນ ສີດໍໄລໂກ້ (Drawlight Gold): ເຊິ່ງເປັນສີທີ່ມີແຮງບັນດານໃຈມາຈາກແສງຕາເວັນ ກະທົບກັນນໍ້າທະເລ.
  • ສີທີ່ສອງເປັນ ສີສະຕາໄລ້ແບຼັກ (Starlight Black): ເປັນສີທີ່ມາຈາກແສງທ້ອງຟ້າໃນຍາມຄໍ່າຄືນເຕີມໄປດ້ວຍດາວນ້ອຍໆລະຍິບລະຍັບຢູ່ເທິງທ້ອງຟ້າ.

ນອກນັ້ນ, ຍັງມີບະບົບປະຕິບັດການ Android 12 ມາພ້ອມກັບ ColorOS 12.1 ມີ RAM 8GB ຮອງຮັບເຕັກໂນໂລຊີ Expansion RAM ທີ່ສາມາດເພີ່ມ RAM ຂຶ້ນຕື່ມອີກ 5GB ແລະ ມີໜ່ວຍຄວາມຈໍາເຖິງ 256 GB ສາມາດເພີ່ມໄດ້ອີກ 1TB, ແບັດເຕີຣີ້ມີ 4500 mAh ຮອງຮັບການສາກໄວ 33W, ໜ້າຈໍມີຂະໜາດ 6.4 ນິ້ວ ຮອງຮັບຄວາມໄວໜ້າຈໍ 90 hz ແບບ Full HD+ ແລະ ໜ້າຈໍໄດ້ມີການຮັບຮອງຈາກອົງກອນຖະໜອມຕາ ຊ່ວຍໃຫ້ປ້ອງກັນດວງຕາຈາກແສງເຖິງ 12,5% ພ້ອມນັ້ນ ຍັງມີລະບົບກັບນໍ້າ IPX4, ກັນຕົກໄດ້ເຖິງ 28.000 ຄັ້ງ ແລະ ສາມາດກົດປຸ່ມເປີດປິດໄດ້ເຖິງ 500.000 ຄັ້ງ.

ໃນໂຕເຄື່ອງຍັງມີ AI frameRate ສຳລັບສາຍເກມໂດຍສະເພາະອີກດ້ວຍ ເຊິ່ງ AI ໂຕນີ້ຈະຊ່ວຍໃຫ້ເຮົາສາມາດເຂົ້າເກມໄດ້ໄວຂຶ້ນ ເຮັດໃຫ້ເຮົາບໍ່ຕ້ອງເສຍເວລາລໍຖ້າເປັນເວລາດົນໃນຕອນເຂົ້າເກມ ແລະ ຍັງມີຟັງຊັ້ນສາມາດປິດກັ້ນການແຈ້ງເຕືອນໃນຕອນທີ່ເຮົາເຂົ້າເກມ ບໍ່ໃຫ້ມີສິ່ງລົບກວນໄດ້.

ມາເວົ້າເຖິງຄຸນນະສົມບັດຂອງກ້ອງສຳລັບລຸ້ນນີ້ ແມ່ນເຫັນວ່າມີຄວາມຫຼາກຫຼາຍ ແລະ ລູກຫຼິ້ນທີ່ເປັນມືອາຊີບທັງໃນງານຂອງຮູບພາບ ແລະ ງານວີດີໂອ, ກ້ອງຫຼັງມີຄວາມລະອຽດເຖິງ 64 ລ້ານພິກເຊວ ມີຮູຮັບແສງຂະໜາດ f1.7 ມາພ້ອມກັບໂໝດ Ultra-Clear 108 MP Image, ມີຟັງຊັນ Flash Snapshot ທີ່ຊ່ວຍໃຫ້ຖ່າຍວັດຖຸ ຫຼື ບຸກຄົນທີ່ເຄືອນໄຫວໄວໆ, ມີເຊັນເຊີ SONY IMX709 ທີ່ຊ່ວຍໃນການເພີ່ມສີສັນຂອງຮູບພາບໃຫ້ມີຄວາມສະຫວ່າງຂຶ້ນ 60% ແລະ ຍັງມີ Micro Lens ທີ່ສາມາດຊູມໄດ້ເຖີງ 30 ເທົ່າ ອາລົມຈະໃຫ້ປະມານວ່າເຮົາສ່ອງກ້ອງຈຸລະທັດເລີຍກໍວ່າໄດ້, ສ່ວນກ້ອງຫຼັງເພີ່ນໃຫ້ມາທີ່ 32 ລ້ານພິກເຊວ ມີໂໝດ Selfie HDR ທີ່ຊ່ວຍເຮັດໃຫ້ເຮົາສາມາດຖ່າຍພາບຍ້ອນແສງໄດ້, ມີ Bokeh Flare Portait ທີ່ເຮັດໃຫ້ໂຟກັດໂຕບຸກຄົນໄດ້ດີຂຶ້ນ ແລະ ຍັງມີ AI Portait Retouching ທີ່ຈະຊ່ວຍໃນການປັບຄວາມນຽນຂອງສີຜິວໃຫ້ເຂົ້າກັບສະຖານະການທີ່ເຮົາຖ່າຍຢູ່ໃນຕອນນັ້ນ.

OPPO Reno8 Z 5G

ເປັນລຸ້ນທີ່ສະເປັກຈະຄ້າຍຄືກັບ OPPO Reno8 ພາຍນອກຈະມີຄວາມແຕກຕ່າງທີ່ການດີຊາຍຂອງຂອບກ້ອງທາງດ້ານຫຼັງ ແລະ ຈະມີໜ່ວຍຄວາມຈຳທີ່ໜ້ອຍລົງ ROM 128 GB ແຕ່ລຸ້ນນີ້ມີການຮອງຮັບ 5G, ບໍ່ພຽງເທົ່ານັ້ນ ກ້ອງຂອງລຸ້ນນີ້ ຍັງສາມາດຖ່າຍວີດີໂອແບບສອງດ້ານໄດ້ພ້ອມກັນ ທັງດ້ານໜ້າ ແລະ ດ້ານຫຼັງ ອີກດ້ວຍ ເຊິ່ງເໝາະສຳລັບຜູ້ທີ່ໃຊ້ວຽກງານສ້າງວີດີໂອຕ່າງໆ.

ສຸດທ້າຍນີ້, ລາຄາທີ່ທາງ OPPO ເພິ່ນໄດ້ເປີດໂຕໄວ້ແມ່ນ OPPO Reno8 ລາຄາ 6.399.000 ກີບ ແລະ OPPO Reno8 Z 5G ລາຄາ 6.799.000 ກີບ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...