Friday, March 21, 2025

ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ສໍາເລັດ ແລະ ມອບ-ຮັບຢ່າງເປັນທາງການ

ພິທີມອບ-ຮັບ ໂຄງການກໍ່ສ້າງຫໍຫຼັກເມືອງ ແຂວງໄຊສົມບູນ ລະຫວ່າງ ບໍລິສັດພັດ ທະນາພູເບ້ຍ ຈໍາກັດຜູ້ດຽວ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ສິງຫາ 2022 ນີ້ ໂດຍເຂົ້າຮ່ວມພິທີມີ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ແລະ ທ່ານ ສົມເພັດ ທໍາມະວົງ ປະທານບໍລິສັດ ພັດທະນາພູເບ້ຍ ຈໍາກັດຜູ້ດຽວ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຮອງເຈົ້າແຂວງ ຕະຫຼອດຮອດຄະນະ ກຳມະການຮັບຜິດຊອບໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ຄໍາກອນ ມາລາວົງ ປະທານບໍລິສັດພີເອັມ ສໍາຫຼວດອອກແບບ-ເຄຫາສະຖານ ຈໍາກັດ ຊຶ່ງເປັນບໍລິສັດທີ່ປຶກສາ ໄດ້ຂຶ້ນລາຍງານການຈັດຕັ້ງປະຕິບັດໂຄງການ ໃນໄລຍະຜ່ານ. ໂດຍໂຄງການກໍ່ສ້າງຫໍຫຼັກເມືອງ ແມ່ນໄດ້ເລີ່ມ ລົງມືຈັດຕັ້ງປະຕິບັດມາແຕ່ວັນທີ 1 ມັງກອນ 2016, ປະກອບມີ 2 ຊັ້ນ, ກ້ວາງ 31×31 ແມັດ, ສູງ 25 ແມັດ, ເປັນໂຄງການ ກໍ່ສ້າງ ທີ່ປະກອບດ້ວຍການຕົບແຕ່ງທາງດ້ານສະຖາປັດຕະຍະກຳ ປະຕິມະກຳ ທີ່ມີຄວາມລະອຽດອ່ອນ, ໂຄງສ້າງເປັນເບຕົງເສີມ ເຫຼັກ, ຫຼັງຄາມຸງດ້ວຍດິນຂໍ ໂຄງເຫຼັກ 3 ຊັ້ນ, ພື້ນປູດ້ວຍກະໂລຫິນເຜົາ, ມີລະບົບລະບາຍນໍ້າ, ລະບົບໄຟຟ້າ ແລະ ລະບົບກະ ຈາຍສຽງ. ນອກນັ້ນ ຮູບຊົງຂອງອາຄານ ເປັນລັກສະນະຊົງລາວ, ທັງພາຍໃນ ແລະ ພາຍນອກ ຕົບແຕ່ງດ້ວຍລວດລາຍຕ່າງໆ ທີ່ພົວພັນເຖິງວິຖີຊີວິດ, ຮິດຄອງປະເພນີຂອງປະຊາຊົນບັນດາເຜົ່າ. ໂດຍປະກອບມີ 13 ໜ້າວຽກຕາມສັນຍາເດີມ ແລະ 4 ໜ້າ ວຽກດັດແກ້ ລວມມູນຄ່າການກໍ່ສ້າງຕົວຈີງ ທັງໝົດ 25 ຕື້ກວ່າກີບ ແລະ ມາຮອດປັດຈຸບັນນີ້ ໂຄງການດັ່ງກ່າວແມ່ນ ໄດ້ສໍາເລັດແລ້ວ 100%.

ໂອກາດດຽວກັນນີ້ ທ່ານ ຄໍາກອນ ມາລາວົງ ຍັງໄດ້ກ່າວມອບໂຄງການດັ່ງກ່າວ ໃຫ້ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຊຶ່ງເປັນເຈົ້າຂອງໂຄງການ ເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ ໃນຕໍ່ໜ້າ. ຈາກນັ້ນ ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງໄຊສົມບູນ ໄດ້ຂຶ້ນຮັບເອົາໂຄງການ ກໍ່ສ້າງຫໍຫຼັກເມືອງ ໂດຍທ່ານໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາພາພະນັກງານຂອງຕົນ ປົກປັກຮັກສາ ແລະ ນໍາໃຊ້ໂຄງການດັ່ງກ່າວ ໃຫ້ຖືກຕ້ອງຕາມຈຸດປະສົງຂອງການນໍາພັກ-ລັດ ກໍຄືການນໍາໃຊ້ສະຖານທີ່ດັ່ງກ່າວ ເປັນບ່ອນສະແດງມູນເຊື້ອຮີດຄອງປະເພນີ ອັນດີງາມຂອງຊາດ ເວົ້າລວມ ເວົ້າສະເພາະກໍຄືຂອງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວແຂວງໄຊສົມບູນ ທັງເປັນສະຖານທີ່ ທ່ອງທ່ຽວ ທາງວັດທະນະທໍາ ເພື່ອໃຫ້ພໍ່ແມ່ປະຊາຊົນ ລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ສັກກະລະບູຊາ.

ໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນຕໍ່ພິທີ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ພະແນກຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ຈົ່ງເປັາເຈົ້າການໃນການສ້າງກົດລະບຽບ ເພື່ອຄຸ້ມຄອງ, ປົກປັກຮັກສາ ແລະ ນໍາໃຊ້ ເພື່ອຮັບປະກັນໃຫ້ໂຄງການມີຄວາມຍືນຍົງຕະຫຼອດໄປ, ທັງມອບໃຫ້ເຈົ້າເມືອງອະນຸວົງ, ນາຍບ້ານເທດສະບານແຂວງ ຈົ່ງ ເອົາໃຈໃສ່ປຸກລະດົມພໍ່ແມ່ປະຊາຊົນ ໃຫ້ເປັນເຈົ້າການສຶກສາອົບຮົມລູກຫຼານຂອງຕົນ ໃຫ້ພ້ອມກັນອະນຸລັກ ແລະ ປົກປັກຮັກ ສາມູນເຊື້ອວັດທະນະທໍາ ທີ່ເປັນເອກະລັກຂອງປະຊາຊົນ ຊາວແຂວງໄຊສົມບູນ ກໍຄືການປົກປັກຮັກສາ ຫໍຫຼັກເມືອງແຫ່ງນີ້ ໃຫ້ມີ ຄວາມສວຍງາມ ຕະຫຼອດໄປ.

ຂ່າວ: ພາພອນ ນະວົງໄຊ

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່