Friday, May 17, 2024
Lenovo

ຈາກຄວາມຫຼົງໄຫຼມົນສະເໜ່ລາຍຜ້າໄໝລາວເດີມ ຈຶ່ງເກີດມີ “ເຮືອນສະເໜ່”

ທ້າວ ພອນປະເສີດ ຈິນດາໄມ, 31 ປີ ເປັນອີກບຸກຄົນໜຶ່ງທີ່ຫຼົງໄຫຼມົນສະເໜ່ຂອງລາຍຜ້າໄໝບູຮານຂອງລາວ ໂດຍສະເພາະແມ່ນ ລາຍຜ້າແບບ ຫຼວງພະບາງ ທີ່ມີຄວາມງົດງາມເປັນເອກະລັກສະເພາະຕົວ ເຂົາຈຶ່ງຜັນຕົວມາເປັນ ນັກອອກແບບ ແລະ ໄດ້ເປີດຫ້ອງເສື້ອທີ່ມີຊື່ວ່າ “ເຮືອນສະເໜ່” ເພື່ອສື່ເຖິງເອກະລັກຂອງຄວາມເປັນລາວບູຮານ ແລະ ມົນສະເໜ່ຂອງຜ້າໄໝລາວ.

ພອນປະເສີດ ໄດ້ໃຫ້ສໍາພາດກັບ ອິນໄຊລາວ ວ່າ: ເຂົາຮຽນຈົບຈາກ ມະຫາວິທະຍາໄລ ເສດຖະກິດແຫ່ງຊາດ ຮ່າໂນ້ຍ ສສ. ຫວຽດນາມ, ສາຂາຄຸ້ມຄອງເສດຖະກິດ, ແຕ່ດ້ວຍຄວາມທີ່ມັກຮັກໃນເລື່ອງຂອງການແຕ້ມ-ການອອກແບບ ມາແຕ່ຍັງນ້ອຍ ຈຶ່ງຕັດສິນໃຈຫັນມາເອົາດີທາງດ້ານການອອກແບບ ໂດຍອາໄສພອນສະຫວັນຂອງໂຕເອງ ເພື່ອສ້າງສັນຜົນງານອອກມາ ຈົນມີເກີດຊື່ແບຣນເປັນຂອງໂຕເອງ ເຊິ່ງມີຊື່ວ່າ: SANÉ ເຊິ່ງເປັນແບຣນເສື້ອຜ້າແຟຊັນແມ່ຍິງທົ່ວໄປ ເປັນຕົ້ນແມ່ນ ຊຸດລາຕີ, ເສື້ອ, ໂສ້ງ, ກະໂປ່ງ, ກະເປົ໋າຜ້າ, ສ່ວນຜ້າໄໝທີ່ນໍາມາເຮັດສ່ວນຫຼາຍແມ່ນມາຈາກທ້ອງຖິ່ນທາງພາກໃຕ້ ເຊັ່ນ ຜ້າລະຫານໍ້າ ຫຼື ຜ້າມັດມີ່, ຜ້າກະຫຼ່ຽງ ຈາກ ເຊກອງ ນໍາມາອອກແບບໃຫ້ເປັນເສື້ອຜ້າແບບລາວປະຍຸກ ໂດຍເອກະລັກສະເພາະຂອງ SANÉ ແມ່ນອອກແບບບໍ່ໃຫ້ຫຼາຍເກີນໄປ ເນັ້ນຄວາມລຽບງ່າຍ ແຕ່ເບິ່ງມີລະດັບ ໃຫ້ເຂົ້າກັບຍຸກສະໄໝໃນປັດຈຸບັນ ແລະ ກໍຖືວ່າໄດ້ຮັບການຕອບຮັບເປັນຢ່າງດີ.

ນອກຈາກນີ້ SANÉ ກໍໄດ້ມີໂອກາດ ເຂົ້າຮ່ວມການປະກວດນັກອອກແບບໜຸ່ມນ້ອຍຂອງໂຄງການ ລາວແຟຊັນວິກ ແລະ ປະກວດແຟຊັນລາວ, ຕໍ່ມາ ກໍໄດ້ຮັບໂອກາດຈາກຜູ້ໃຫຍ່ ທີ່ໃຫ້ເຮົາໄດ້ຮ່ວມສະແດງຜົນງານ ໂດຍຜ່ານການເດີນແບບໃນງານ Lao Fashion Week 2020 ກໍຍິ່ງເຮັດໃຫ້ SANÉ ເປັນທີ່ຮູ້ຈັກກວ້າງໄປອີກຕື່ມ ເຮັດໃຫ້ມີ ອໍເດີ ຈາກແຂກຜູ້ໃຫຍ່, ນັກທຸລະກິດ, ໂດຍສະເພາະແມ່ນນັກທ່ອງທ່ຽວຕ່າງປະເທດ ເຊິ່ງກໍເປັນອີກໜຶ່ງຄວາມຕັ້ງໃຈຂອງເຮົາທີ່ຢາກໃຫ້ຜະລິດຕະພັນຜ້າໄໝລາວ ເປັນທີ່ຮູ້ຈັກຂອງຕ່າງປະເທດ.

ສ່ວນ “ເຮືອນສະເໜ່” ແມ່ນຫາແຕ່ເລີ່ມມາໄດ້ 2 ປີກວ່າ ເຊິ່ງເປັນຫ້ອງເສື້ອຫັດຖະກໍາລາວເດີມ ແບບຊາວວັງຂອງ ຫຼວງພະບາງ ຈຸດເລີ່ມຕົ້ນແມ່ນມາຈາກຄວາມມັກສ່ວນຕົວ ມັນຢູ່ໃນຄວາມຊົງຈໍາຂອງເຮົາມາຕັ້ງແຕ່ນ້ອຍ ເຫັນຕາມງານປະກວດນາງສັງຂານ, ຜ້າລາຍບູຮານຕ່າງໆ ເຫັນແລ້ວກໍຮູ້ສຶກສະອອນໃນຄວາມປານີດ, ການປັກດິ້ງ, ການແສ່ວ ເຊິ່ງມັນຄືມີມົນສະເໜ່ ທີ່ເຮັດໃຫ້ເຮົາຢາກເຂົ້າໄປຈັບ, ໄປບາຍ, ຢາກໄປສວມໃສ່.

ຊຶ່ງໃນເມື່ອກ່ອນເຮົາອາດຈະມັກຊື່ໆ ແຕ່ບໍ່ໄດ້ໃຫ້ເວລາກັບມັນ, ພໍແຕ່ເຮົາໄດ້ສິ້ນປັກດິ້ງ ຫຼວງພະບາງ ຜືນທໍາອິດ ທີ່ເຂົາເຈົ້າເອົາມາຂາຍໃຫ້ ກໍເລີ່ມສະສົມ, ຕັ້ງໃຈສຶກສາລາຍ, ຫາລາຍທີ່ຫາຍາກ, ສິ້ນເກົ່າ, ເສື້ອທີ່ນຸ່ງແລ້ວເຂົ້າກັນ ເຮົາກໍຈະຈັບມາເຮັດຊຸດດຽວກັນຈົນກາຍມາເປັນ “ເຮືອນສະເໜ່” ຂຶ້ນມາ.

ໃນຕອນທຳອິດກະແສຂອງ “ເຮືອນສະເໜ່” ກໍອາດຈະບໍ່ຄ່ອຍດີປານໃດ ເພາະຢູ່ໃນຊ່ວງທີ່ມີການລະບາດຂອງພະຍາດ ໂຄວິດ-19, ພໍມາເຖິງ ປັດຈຸບັນ ກໍເລີ່ມໄດ້ຮັບການຕອບຮັບ ແລະ ໄດ້ຮັບຄວາມສົນໃຈຫຼາຍຂຶ້ນ. ຫຼ້າສຸດ “ເຮືອນສະເໜ່” ໄດ້ຮັບໂອກາດຮ່ວມຍ່າງພົມແດງ ກັບບັນດານັກສະແດງຈາກ ສປປ ລາວ ໃນຕີມ “ແຫ່ນາງສັນຂານ” ທີ່ ຈັງຫວັດ ຂອນແກ່ນ, ປະເທດໄທ ໃນເທດສະການຮູບເງົາເມືອງແຄນຄັ້ງທີ 6, ຖືເປັນໂອກາດອັນດີທີ່ໃຫ້ “ເຮືອນສະເໜ່” ເປັນຕົວແທນໃນການເຜີຍແຜ່ຮີດຄອງປະເພນີ, ວັດທະນະທໍາການນຸ່ງຖື ທີ່ເປັນເອກກະລັກຂອງຄົນລາວ ໃຫ້ກັບຕ່າງປະເທດໄດ້ຊື່ນຊົມ.

ພອນປະເສີດ ບອກວ່າ: ໃນນາມນັກອອກແບບ ແລະ ເປັນເຈົ້າຂອງຫ້ອງເສື້ອ “ເຮືອນສະເໜ່” ຂໍຝາກຜົນງານ SANÉ  ແລະ ເຮືອນສະເໜ່ SANÉ house ເຈົ້າບ່າວເຈົ້າສາວ ຫຼື ບຸກຄົນທົ່ວໄປ ຫາກສົນໃຈມາຖ່າຍຮູບກໍຂໍຮຽນເຊີນ  ແລະ ນອກນັ້ນກໍຍັງມີ ສະເໜ່ອັນເດີແວ (SANÉ underwear) ເຊິ່ງເປັນຜະລິດຕະພັນທີ່ເຮັດມາເພື່ອກຸ່ມລູກຄ້າທີ່ເປັນຜູ້ຊາຍໂດຍສະເພາະ.

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ປະໂຫຍດຈາກ “ຜັກຂະ” ຜັກພື້ນບ້ານຂອງລາວ

ຜັກຂະ ຫຼື ຜັກເນົ່າ ເປັນຜັກພື້ນບ້ານຂອງລາວ ປະຊາຊົນຊາວລາວນິຍົມປູກໄວ້ຕາມແຄມຮົ້ວເຮືອນຂອງຕົນເອງ ໂດຍຄຸນລັກສະນະເດັ່ນຂອງ "ຜັກຂະ" ກໍຄື ເປັນພືດຕະກູນຖົ່ວທີ່ມີໜາມແຫຼມຄົມຕາມກິ່ງກ້ານ, ມີກິ່ນຮຸນແຮງ ບາງທ້ອງຖິ່ນເອີ້ນ ຜັກຂະຕາມກິ່ນວ່າ “ຜັກເນົ່າ”.

ບັນຍາກາດໃນລະດູຮ້ອນກຳລັງຄືກຄື້ນເມື່ອ Vietjet ເລີ່ມຕົ້ນລະດູການແຫ່ງການສະເຫຼີມສະຫຼອງ

(ນະຄອນຫຼວງວຽງຈັນ, ວັນທີ 15 ພຶດສະພາ 2024) - ກຽມຕົວໃຫ້ພ້ອມກັບການພະຈົນໄພໃນລະດູຮ້ອນທີ່ໜ້າຕື່ນເຕັ້ນໄປກັບ Vietjet! ກັບໂປຣໂມຊັນສຸດພິເສດຫຼາກຫຼາຍ, ບໍ່ວ່າຈະເປັນປີ້ຫຼຸດລາຄາ ໄປຈົນເຖິງການແຈກຂອງລາງວັນພິເສດໃນທຸກໆມື້. ບິນເຖິງຈຸດໝາຍປາຍທາງທີ່ທ່ານຕອ້ງການ ດ້ວຍລາຄາປະຢັດ ແລະ ຍັງມີໂອກາດລຸ້ນໂຊກໃຫຍ່ກັບ Vietjet ນໍາອີກ.

ໝາກຈອງບານ! ປຸງແຕ່ງເປັນອາຫານກໍແຊບ ແຖມມີສັບພະຄຸນທາງຢາ

ໝາກຈາກບານ ຫຼື Malva Nut ເປັນໝາກໄມ້ປ່າທີ່ມັກເກີດຂຶ້ນຢູ່ທາງພາກໃຕ້ຂອງລາວ ໂດຍສະເພາະຢູ່ ແຂວງຈຳປາສັກ ແມ່ນຈະມີຫຼາຍ ຢູ່ບ້ານເຮົາເພິ່ນນິຍົມນຳໝາກຈອງບານມາປະກອບປຸງເປັນອາຫານ ແລະ ຂອງຫວານ ເຊິ່ງນອກຈາກຈະມີຣົດຊາດແຊບແລ້ວ ຍັງເປັນຢາດີທີ່ຊ່ວຍປິ່ນປົວຄົນເຮົາໄດ້ນຳອີກ.