Monday, April 21, 2025

ໃຊ້ເວລາຫວ່າງ ສ້າງລາຍຮັບເສີມ ໂດຍການຜະລິດ”ທຽນຫອມ”

ນາງ ແສງສະຫວັນ ຈັນທະວົງສາ ຫຼື ເບເບ ເປັນອີກຄົນໜຶ່ງທີ່ມັກໃຊ້ເວລາຫວ່າງຂອງໂຕເອງໃນການເຮັດ “ທຽນຫອມ” ເພື່ອຫາລາຍໄດ້ເສີມ ຈົນໄດ້ຮັບຄວາມນິຍົມຈາກຜູ້ຊົມໃຊ້, ເນື່ອງຈາກທຽນຫອມທີ່ເຂົາເຮັດອອກມານັ້ນມີຄຸນນະພາບ ແລະ ມີກິ່ນຫອມທີ່ຫຼາກຫຼາຍ, ນອກຈາກນັ້ນ ເບເບ ຍັງເອົາຖືເອົາການຜະລິດທຽນຫອມ ເປັນງານທີ່ລະອຽດອ່ອນ ບໍ່ຕ່າງຫຍັງກັບການປຸງແຕ່ງອາຫານ ທີ່ທຸກຄົນລ້ວນມີສູດ ແລະ ການປຸງແຕ່ງທີ່ບໍ່ຄືກັນ ແລະ ການທີ່ຈະເຮັດທຽນຫອມອອກມາວາງຈຳໜ່າຍໄດ້ ຕ້ອງຜ່ານຂັ້ນຕອນການຄົ້ນຄິດ ຫຼາຍຫຼົບຫຼາຍຕ່າວ ຈົນກວ່າຈະໄດ້ສູດ ແລະ ກິ່ນທີ່ຖືກໃຈ.

ເບເບ ບອກວ່າ ຜະລິດຕະພັນ “ທຽນຫອມພັນລະນາ” ທີ່ເຂົາຜະລິດຂຶ້ນມາ ມີຖານລູກຄ້າທຸກເພດທຸກໄວ, ນອກຈາກຈະໃຊ້ທຽນຫອມໄວ້ສ້າງບັນຍາກາດໃນຫ້ອງຂອງຕົນເອງແລ້ວ ຍັງສາມາດໃຫ້ເປັນຂອງຂວັນກັບຄົນທີ່ທ່ານຮັກ ແລະ ທຽນຫອມຍັງສາມາດໃຊ້ໄດ້ ໃນທຸກເທດສະການ ບໍ່ວ່າຈະເປັນປີໃໝ່ລາວ, ວາເລັນທາຍ, ຄຣິສມາສ ແລະ ຍັງມີອີກຫຼາຍໆເທດສະການ.

ນອກຈາກວຽກປະຈຳແລ້ວ ການເຮັດທຽນຫອມ ຖືເປັນອີກອາຊີບເສີມໜຶ່ງ, ເລີ່ມຕົ້ນຈາກການທີ່ຮຽນຈົບມາໃໝ່ໆ ແລ້ວຢາກເຮັດຜະລິດຕະພັນອອກມາເປັນຂອງຕົນເອງ ແລະ ຈາກການລອງຜິດລອງຖືກ, ຊອກຮຽນຮູ້ຈາກອິນເຕີເນັດ ຈົນມາຮອດປີ 2019 ຈຶ່ງໄດ້ກໍຕັ້ງ ພັນລະນາ ຂຶ້ນມາ ເຊິ່ງມີຄວາມໝາຍ ໃນວັດຈະນານຸກົມວ່າ: “ການອະທິບາຍ” ເຊິ່ງສະຕິກເກີ ຂອງທຽນແຕ່ລະກິ່ນ ຈະສື່ເຖິງ ການອະທິບາຍ ຕົວຕົນຂອງມັນເອງ, ທຽນຫອມພັນລະນາ ຈະຖືກອອກແບບມາ ແບບລຽບງ່າຍເພື່ອໃຫ້ເຂົ້າກັບທຸກສະຖານທີ່.

ປັດຈຸບັນ ທຽນຫອມຮ້ານເຮົາມີ 10 ກິ່ນຄລາສສິກ, ມີວາງຂາຍຕະຫຼອດຄື: ກິ່ນຫົວສີໄຄ, ກິ່ນໃບເສຈ, ກິ່ນກຸຫຼາບ, ກິ່ນລາເວັນເດີ, ກິ່ນກາເຟ, ກິ່ນວະນິລາ, ກິ່ນຊັອກໂກແລັດ, ກິ່ນຄັບເຄັກ, ກິ່ນມັສຄ໌, ກິ່ນໄມ້ຈັນ, ນອກຈາກນັ້ນ, ໃນຊ່ວງເທດສະການທ້າຍປີ ຈະມີກິ່ນພິເສດ ສະເພາະລະດູການ ວາງຈຳນ່າຍ ສຳລັບປີນີ້ ຈະແມ່ນກິ່ນໃດ ຖ້າຕິດຕາມນຳກັນເດີ້, ໃນອະນາຄົດ ພັນລະນາ ກໍຈະສືບຕໍ່ຄິດຄົ້ນ, ປະສົມປະສານກິ່ນຫອມໆ ທີ່ແປກໃໝ່ ມາໃຫ້ລູກຄ້າໄດ້ລອງຢ່າງແນ່ນອນ.

ຈາກການເຮັດທຽນຫອມພັນລະນາ ມັນໄດ້ສ້າງມິດຕະພາບໃໝ່ໆ ແລະໄດ້ຮຽນຮູ້ຈາກຄົນຫຼາກຫຼາຍຊ່ວງອາຍຸ, ຫຼາຍອາຊີບ, ນອກນັ້ນຍັງເຮັດໃຫ້ໄດ້ຮູ້ວ່າ ກິດຈະກຳເລັກໆນ້ອຍໆ ໃນຍາມວ່າງ ກໍສາມາດກາຍເປັນອາຊີບທີ່ສ້າງລາຍຮັບໃຫ້ກັບເຮົາໄດ້, ອີກຢ່າງໜຶ່ງທີ່ສຳຄັນຄື ເຮັດໃຫ້ຮູ້ຈັກການວາງແຜນ ໃນການເຮັດທຸລະກິດ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.