Monday, February 10, 2025

ພາຍຸລະດູຮ້ອນ ສ້າງຄວາມເສຍຫາຍຫຼາຍເຖິງ 244 ຕື້ກີບ ໃຫ້ກັບແຂວງອຸດົມໄຊ

ເນື່ອງຈາກພາຍຸລະດູຮ້ອນ ມາອອນ ເຮັດໃຫ້ແຂວງ ອຸດົມໄຊ ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ, ນ້ຳສາຍຕ່າງໆ ມີລະດັບນ້ຳເພີ່ມຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມບ້ານເຮືອນຂອງປະຊາຊົນ.

ໃນນັ້ນ, ໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍ 6 ເມືອງຄື: ເມືອງໄຊ, ເມືອງຫລາ, ນາໝໍ້, ເມືອງງາ, ເມືອງແບງ ແລະ ເມືອງຮຸນ, ໃນນີ້ ເສຍຫາຍໜັກໜ່ວງປະກອບມີ ເມືອງໄຊ, ເມືອງຫລາ ແລະ ເມືອງນາໝໍ້.

ເຊິ່ງຈາກການລົງສຳຫຼວດຂອງຄະນະຮັບຜິດຊອບ ໄດ້ລາຍງານຄວາມເສຍຫາຍວ່າສູງເຖິງ 244 ຕື້ກວ່າກີບ ເຊິ່ງສິ່ງທີ່ໄດ້ຮັບຜົນກະທົບສ່ວນຫຼາຍແມ່ນ ພື້ຖານໂຄ່ງລາງ, ຊັບສິນ, ເຮືອນຊານບ້ານຊ່ອງ, ສັດ ລ້ຽງ, ເນື້ອທີ່ທຳການຜະລິດ, ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍ, ລະບົບ ການສື່ສານ ແລະ ອື່ນໆ.

ທາງຕາງໜ້າການນໍາເມືອງ ກໍໄດ້ມີການລາຍງານກ່ຽວກັບສະພາບຜົນກະທົບ ຈາກໄພພິບັດໃນຄັ້ງນີ້ ແລະ ໄດ້ຊ່ວຍເຫຼືອໃນເບື້ອງຕົ້ນໃຫ້ປະຊາຊົນ ສ່ວນສຳລັບການແກ້ໄຂວຽກງານຈຳເປັນບາງດ້ານຍັງຕ້ອງໄດ້ກະກຽມແຜນ.

ທີ່ມາ: ປະເທດລາວ Pathedlao

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: