Thursday, January 23, 2025

ໄປບໍ່ລອດ! ປກສ ແຂວງ ບໍລິຄໍາໄຊ ກັກໂຕ 2 ໜຸ່ມ ພ້ອມຂອງກາງກາເຟປະສົມຢາເສບຕິດ

ໃນຄັ້ງວັນທີ 27 ກັນຍາ 2022 ປກສ ແຂວງ ບໍລິຄໍາໄຊ ພົບເຫັນລົດກະບະ ໂຕໂຍຕ້າ ວີໂກ້ ສີຂາວ ໝາຍເລກທະບຽນ ອລ 8399 ກໍາແພງນະຄອນ ແລ່ນມາດ້ວຍຄວາມໄວສູງມາຈາກທາງນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ຈຶ່ງໄດ້ຂັບຂີ່ລົດຕິດຕາມພໍຮອດເຂດບ້ານຫາງຊິງ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ ລົດຄັນດັ່ງກ່າວໄດ້ເກີດອຸປະຕິເຫດຕໍາກັບລົດຈັກ ແລ້ວໄດ້ຂັບລົດເອົາຕົວຫຼົບໜີມາທາງເມືອງປາກຊັນ

ສຸດທ້າຍເຈົ້າໜ້າທີ່ ຈັບໂຕໄດ້ຜ່ານການກວດຄົ້ນລົດຄັນດັ່ງກ່າວພົບເຫັນກະເຟຊອງປະສົມສານເສບຕິດ ຈໍານວນ 779 ຊອງ ແລະ ກະເຟປ໋ອງປະສົມສານເສບຕິດ ຈໍານວນ 87 ປ໋ອງຊຸກເຊື່ອງໄວ້ໃນເບາະລົດ, ພ້ອມນັ້ນຍັງມີເຄື່ອງສໍາອາງປະເພດເຊລໍ່າ 280 ກ່ອງ, ສະບູ່ 131 ກ້ອນ, ຄີມກັນແດດ 187 ກ່ອງ ທີ່ນໍາໃຊ້ເພື່ອອໍາພາງໃນເວລາເຄື່ອນຍ້າຍຂົນສົ່ງກະເຟທີ່ປະສົມສານເສບຕິດຢູ່ໃນລົດຄັນດັ່ງກ່າວອີກດ້ວຍ.

ເຊິ່ງເປົ້າໝາຍທີ່ກັກໂຕໄດ້ມີທັງໝົດ 2 ຄົນຄື: ທ້າວ ບົວພາ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ບ້ານ ວຽງຄໍາ ເມືອງ ປາກກະດິງ ແລະ ທ້າວ ສຸດໃຈ ອາຍຸ 18 ປີ ອາຊີບຄ້າຂາຍ ຢູ່ບ້ານ ຫ້ວຍຫອຍ ເມືອງ ວຽງທອງ ທັງສອງຢູ່ແຂວງ ບໍລິຄໍາໄຊ ເຈົ້າໜ້າທີ່ໄດ້ນໍາຕົວພວກກ່ຽວທັງສອງຄົນພ້ອມຂອງກາງ ແລະ ລົດກະບະຄັນດັ່ງກ່າວມາສືບສວນ-ສອບສວນຕາມກົດໝາຍ.

ຫຼັງຈາກໄດ້ຜົນການສືບສວນກໍພົບວ່າ ທັງສອງໄດ້ຮັບຊື້ມາຈາກເຖົ້າແກ່ຄົນຈີນ ຢູ່ນະຄອນຫຼວງວຽງຈັນ ເພື່ອຈະນໍາໄປຈໍາໜ່າຍຢູ່ເຂດບ້ານວຽງຄໍາ ເມືອງ ປາກກະດິງ ຕໍ່ກັບຄະດີດັ່ງກ່າວທາງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ບໍລິຄໍາໄຊຈະສືບຕໍ່ຂະຫຍາຍຜົນເພື່ອຕິດຕາມກັກຕົວຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍຕື່ມອີກ.

ທີ່ມາ: ຂ່າວ ປກສ ແຂວງ ບໍລິຄຳໄຊ

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ