ລະວັງລະດັບນໍ້າສູງຂຶ້ນ! ເຂື່ອນໄຟຟ້າເຊລະນອງ 1 ຈະເປີດປະຕູລະບາຍນໍ້ານອງ.

ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ໃຫ້ຮູ້ວ່າ: ໃນວັນທີ 28 ກັນຍາ 2022 ທາງເຂື່ອນ ໄຟຟ້າເຊລະນອງ 1 ມີແຜນຈະເປີດປະຕູນານອງ ເພື່ອລະບາຍນໍ້າ ອອກຈາກ ອ່າງເກັບນໍ້າຂອງເຂື່ອນ.

ເນື່ອງຈາກປັດຈຸບັນລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນລະດັບໃຫ້ກັບລະດັບສູງສຸດ ໂດຍຈະປ່ອຍນໍ້າ ອອກຕາມປະລິມານນໍ້າໄຫຼເຂົ້າອ່າງ ເລີ່ມແຕ່ວັນທີ 28 ກັນຍາ 2022 ຫາ 15 ຕຸລາ 2022 ເຂື່ອນໄຟຟ້າເຊລະນອງ1 ປ່ອຍ 500 ms ຫາ 8500 ms ລວມທັງຜ່ານກົງຫັນຜະລິດໄຟຟ້າ.

ພ້ອມນີ້ ໃນໄລຍະດັ່ງກ່າວກໍ່ມີພາຍຸພັດຜ່ານ ຊຶ່ງຈະເຮັດ ລະດັບນໍ້າຢູ່ຕອນລຸ່ມຂອງ ເຂື່ອນສູງຂື້ນຢ່າງກະທັນຫັນການປ່ອຍແມ່ນຈະປ່ອຍເລີ່ມຈາກ 159.77 m/s ຈະປ່ຽນແປງຕາມ ສະພາບຕົວຈິງ.

ດັ່ງນັ້ນ, ເພື່ອເປັນການຮັບຈາກຜົນກະທົບທີ່ອາດຈະເກີດຂື້ນໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມ ສາຍນ້ຳເຊລະນອງ 1 ເຊບັ້ງຫ້ຽງ ທາງກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງໄດ້ແຈ້ງການໃຫ້ຊາບ ເພື່ອກະກຽມຮັບມື.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...