Wednesday, October 29, 2025
Kbank Laos โอน รับ จ่าย

ອັດຕະປື ຮຽກຮ້ອງ! ໃຫ້ປະຊາຊົນລະວັງພະຍຸໄຕ້ຝຸ່ນ ໂນຣູ ແລະ ການລະບາຍນໍ້າເຂື່ອນ.

ທ່ານ. ວິທະຍາ ພົມມະຈັນ ຫົວຫນ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງ ອັດຕະປື ໄດ້ລາຍງານສະພາບການກັກເກັບນໍ້າ ແລະ ການລະບາຍນໍ້າຈາກເຂື່ອນຢູ່ພາຍໃນແຂວງ ອັດຕະປື ທີ່ກໍາລັງຮັບຜົນກະທົບຈາກການພັດຜ່ານຂອງພະຍຸໄຕ້ຝຸ່ນ ໂນຣູ ເຊິ່ງເຮັດໃຫ້ມີຝົກຕົກຫນັກ,ລົມພັດແຮງ ແລະ ນໍ້າໄຫລຊຸ ສ້າງຄວາມເສຍຫາຍພໍສົມຄວນ.

ແຕ່ທັງນີ້, ແຂວງ ອັດຕະປື ກໍມີເຂື່ອນໄຟຟ້າ 7 ເຂື່ອນ, ທີ່ມີຄວາມສາມາດຮອງຮັບປະລິມານນໍ້າຝົນຕົກລົງາມາ, ໃນບໍລິເວນອ່າງເກັບນໍ້າຄ່າສະເລ່ຍຂອງການຮັບນໍ້າໃນ 7 ເຂື່ອນ, ນັບແຕ່ຊ່ວງເວລາ 8 ໂມງ 00 ນາທີ ຂອງວັນທີ 28 ກັນຍາ 2022, ນັບແຕ່ພະຍຸໄດ້ເຄື່ອນໂຕເຂົ້າມາໄດ້ມີປະລິມານນໍ້າເພີ່ມຂຶ້ນຢ່າງໄວໃນ 7 ເຂືີ່ອນປະມານ 8.168,5 ແມັດກ້ອນຕໍ່ວິນາທີຫລາຍກວ່າປົກກະຕິ ແລະ ການປ່ອຍນໍ້າຂອງບັນດາເຂື່ອນທັງຫມົດທີ່ລົງສູ່ແມ່ນໍ້າເຊກະຫມານ ແລະ ເຊກອງປະມານ 680,53 ແມັດກ້ອນຕໍ່ວິນາທີ.

ພ້ອມກັນນີ້, ຍັງມີເຂື່ອນຢູ່ແຂວງເຊກອງທີ່ເປັນເຂື່ອນມີປະລິມານນໍ້າປ່ອຍລົງສູ່ແມ່ນນໍ້າເຊກອງ 2 ເຂື່ອນຄື: ເຂື່ອນຫ້ວຍລໍາພັນໃຫຍ່ແລະເຂື່ອນຫ້ວຍລໍາພັນຕອນລຸ່ມ, ໄດ້ມີການລະບາຍນໍ້າປະມານ 78 ແມັດກ້ອນຕໍ່ວິນາທີ, ສ່ວນວ່າມວນນໍ້າທີ່ຫລາຍມະຫາສານແມ່ນການປ່ອຍນໍ້າຈາກເຂື່ອນອາເລື່ອຍ ປະເທດ ສສ ຫວຽດນາມ ມີມວນນໍ້າທີ່ປ່ອຍປະມານ 2.500 ແມັດກ້ອນຕໍ່ວິນາທີ, ລົງສູ່ແມ່ນໍ້າເຊກອງ.

ຕໍ່ກັບສະພາບດັ່ງກ່າວ, ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃນທົ່ວແຂວງ ອັດຕະປື ໃຫ້ມີຄວາມລະມັດລະວັງ, ກຽມຄວາມພ້ອຮັບມືຕໍ່ກັບສະພາບດັ່ງກ່າວທີ່ອາດຈະເກີດຂຶ້ນໃນຕໍ່ຫນ້າ,ໃຫ້ມີສະຕິ,ທີຄວາມພ້ອມຫລາຍດ້ານເຊັ່ນ: ດ້ານວັດຖຸອຸປະກອນຮັບໃຊ້, ຈິດໃຈ, ເຄື່ອນຍ້າຍສັດລ້ຽງ, ເຄື່ອງຂອງໄປບ່ອນທີ່ສູງເພື່ອຄວາມປອດໄພ.

ໃນປັດຈຸບັນນີ້, ບັນດາເຂື່ອນຕ່າງໆທີ່ມີຄູກັນນໍ້າຢູ່ພາຍໃນແຂວງ ອັດຕະປື ແມ່ນຢູ່ໃນສະພາບປົກກະຕິ, ມີຄວາມປອດໄພ, ບໍ່ໃຫ້ພໍ່ແມ່ປະປະຊາຊົນວິຕົກກັງວົນ, ຢ້ານກົວຈົນເກີນໄປ ແລະ ຕໍ່ສະພາບທີ່ໄດ້ປະເຊີນໃນປັດຈຸບັນີ້, ແມ່ນນໍ້ານອງ, ຝົນແຮງຈາກພະຍຸໄຕ້ຝຸ່ນ ໂນຣູ, ຈາກການປ່ອຍນໍ້າເຂື່ອນອາເລື່ອຍ. ນອກຈາກນີ້, ໃຫ້ເອົາໃຈໃສ່ເຝົ້າລະວັງຕິດຕາມຂ່າວສານທີ່ເປັນທາງການ, ມີສະຕິໃນການເສບຂ່າວປອມ, ຂ່າວລື, ຂ່າວບິດເບືອນ ແລະ ຂ່າວທີ່ບໍ່ເປັນທາງການ,ທຸກໆສະຖານະການ,ສະພາບການຂ່າວສານຂອງແຂວງຈະອັບເດດເປັນແຕ່ລະໄລຍະ.

ຂ່າວ: ຊິບປະໄຊ

More from author

Related posts

Latest posts

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.