WIG NAGA ກັບ MAZDA 2 ທີມເຍົາວະຊົນລາວຈະເຂົ້າຮ່ວມລາຍການແຊັມພົບແຊັມ ທີ່ໄທ

ນັກເຕະເຍົາວະຊົນລາວ ກຽມເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ທີ່ປະເທດໄທສໍາລັບ WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນ ກັບ MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນ ເຊິ່ງເປັນ 2 ທີມເຍົາວະຊົນຕົວແທນຈາກ ສປປ ລາວ ກຽມເຂົ້າຮ່ວມການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ.

ລາຍການດັ່ງກ່າວ ທີມຈາກ ສປປ ລາວ ສົ່ງເຂົ້າຮ່ວມ 2 ທີມຄື: LAOS WIG NAGA ສົ່ງເຂົ້າຮ່ວມ 3 ຮຸ່ນອາຍຸປະກອບດ້ວຍ 9, 10 ແລະ 11 ປີ, ສ່ວນ LAOS MAZDA ສົ່ງເຂົ້າຮ່ວມ 2 ຮຸ່ນອາຍຸປະກອບມີ ບໍ່ເກີນ 8 ປີ ແລະ 13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີທີມເຂົ້າຮ່ວມ 8 ທີມ ຄັດເອົາທີມຊະນະເຂົ້າຮອບ 4 ທີມ ແລະ ຮອບຊີງຊະນະເລີດ ຕາມລໍາດັບ.

ຂະນະທີ່ ທ່ານ ຕົ້ນຈັກກິດ ນ້ອຍສົມສີ ຜູ້ຊ່ວຍຄູຝຶກ WIG NAGA ໄດ້ໃຫ້ຮູ້ວ່າ: ສໍາລັບ WIG NAGA ເລີ່ມຝຶກຊ້ອມມາໄດ້ 3 ອາທິດ ເຊິ່ງອາທິດທີ 4 ພວກເຮົາເລີ່ມຊ້ອມເຊົ້າແລງ ແລະ ໄດ້ດືງນັກເຕະຈາກເຊໂນ ຮ່ວມທີມນຳອີກ 7 ຄົນ ມາຮອດປັດຈຸບັນແມ່ນມີຄວາມພ້ອມ ແລະ ພວກເຮົາຈະສົ່ງເຂົ້າຮ່ວມ 3 ຮຸ່ນຄື: 9, 10 ແລະ 11 ປີ ໂດຍການເດີນທາງໄປຊຸດນີ້ມີ 36 ຄົນ ( ຄູຝຶກ 7 ທ່ານ ) ກໍານົດອອກເດີນທາງວັນທີ 19 ຕຸລາ 2022. ນອກນັ້ນ, ກໍຍັງທີມ MAZDA GB ທີມຕົວແທນຈາກລາວ ເດີນທາງໄປຮ່ວມອີກດ້ວຍໃນ 2 ຮຸ່ນອາຍຸປະກອບດ້ວຍ 8 ປີ ແລະ 13 ປີ.

ສໍາລັບ ການແຂ່ງຂັນບານເຕະ 7 ຄົນລາຍການ SAT FOOTBALL THAILAND CHAMPIONSHIP 2022 ຫຼື ລາຍການແຊັມພົບແຊັມ ຈັດຂຶ້ນລະຫວ່າງວັນທີ 22-23 ຕຸລາ 2022 ທີ່ສະໜາມ ອົງການບໍລິຫານສ່ວນຈັງຫວັດຊຽງຣາຍ ແຂວງຊຽງຣາຍ ປະເທດໄທ ເປັນເຈົ້າພາບ ໂດຍມີການຊີງໄຊເຖິງ 6 ຮຸ່ນນັບແຕ່ 8-13 ປີ ເຊິ່ງໃນແຕ່ລະຮຸ່ນແມ່ນມີ 8 ທີມເຂົ້າຮ່ວມຊີງໄຊ ລວມທັງໝົດມີເຖິງ 48 ທີມ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...