ຂໍຂອບໃຈນຳຜູ້ສະໜັບສະໜູນ
ຮູບພາບຈາກ ໜັງສືພິມສາລະວັນ ສື່ມວນຊົນແຂວງສາລະວັນ | Media Salavan – ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ

ຖືວ່າເປັນອີກໜຶ່ງຄວາມພູມໃຈຂອງຄົນລາວ ທີ່ແຂວງສາລະວັນ ໄດ້ປະກາດຮັບຮອງເອົາຫໍໄຕຣປີດົກ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ຂຶ້ນຢ່າງເປັນທາງການ ໂດຍຫໍ​ໄຕປີດົກ ວັດ​ສີ​ມຸງຄຸນ (ວັດກາງ) ​ໄດ້​ສ້າງ​ຂຶ້ນ​ໃນ​ປີ ຄ.ສ 1784 (ກ່ອນ​ໜ້າ​ນີ້ 234 ປີ) ສະ​ໄໝ​ການ​ປົກຄອງ​ຂອງ​ເອກະ​ລາຊາ​ທີ 1 ຊື່​ທ້າວ ​ຄຳ​ພິທູນ ​ແຕ່​ມີ​ຂະໜາດ​ນ້ອຍ, ຕໍ່​ມາ​ຮອດປີ ຄສ 1​859 ສະ​ໄໝ​ເອກະ​ລາຊາ​ທີ 6 ທ້າວ ​ເຫງົ້າ​ກັນຍາ ຈຶ່ງ​ໄດ້​ນຳພາ​ປະຊາຊົນ​ ​ຊາວ​ພຸດ​ທັງຫລາຍ ກໍ່ສ້າງຫໍ​ໄຕ​ຂະໜາດ​ໃຫຍ່​ກວ່າ​ຂຶ້ນ​ມາ​ແທນ ​ເພື່ອ​ເປັນ​ສູນ​ລວມຈິດ​ໃຈ​.

ຮູບພາບຈາກ ໜັງສືພິມສາລະວັນ ສື່ມວນຊົນແຂວງສາລະວັນ | Media Salavan – ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ

ເປັນ​ສະຖານ​ທີ່​ເກັບ​ຮັກສາຄັງ​ແຫ່ງ​ຄວາມ​ຮູ້ ​ໂດຍ​ສະ​ເພາະ ​ພຣະ​ທຳ​ຄຳ​ສັ່ງສອນ​ຂອງ​ພຣະ​ພຸດທະ​ສາສະໜາ ທັງ​ສາມ​ປີດົກ 84.000 ພຣະທຳ​ມະ​ຂັນ (ແປດ​ໝື່ນ​ສີ່​ພັນ ພຣະທຳ​ມະ​ຂັນ) ຄື: ພຣະສູດ​ຕັນ​ຕະປີດົກ ມີ 21.000 ພຣະທຳ​ມະ​ຂັນ, ພຣະວິ​ໄນ​ປີດົກ 21.000 ພຣະທຳ​ມະ​ຂັນ, ພຣະອະພິທຳ​ປີດົກ 42.000 ພຣະທໍາ​ມະ​ຂັນ.

ການ​ກໍ່ສ້າງ​​ໃນ​ສະ​​ໄໝ​ນັ້ນ ​ໄດ້​​ເຊີນ​ເອົາ​ນາຍ​ຊ່າງ​ຜູ້​ຊຳນານ​ງານມາ​ເປັນ​ຜູ້​ອອກ​ແບບ ​ແລະ ນຳພາ​ກໍ່ສ້າງ, ສຳລັບ​ວັດຖຸ​ອຸປະກອນ​ຕ່າງໆ​ທີ່​ນຳ​ມາ​ໃຊ້​ໃນ​ການ​ກໍ່ສ້າງ​ແມ່ນ​ໄມ້​ເນື້ອ​ແຂງ​ ຊຶ່ງ​ໄດ້​ນຳ​ມາ​ບໍລິຈາກ​ວັດຖຸ​ທານ​ຂອງ​ພໍ່​ແມ່ ປະຊາຊົນ​ແຕ່​ລະ​ບ້ານ ທີ່​ມີ​ໃຈ​ໄສ​ສັດທາ, ລັກສະນະ​ການ​ກໍ່ສ້າງ​ ​ໂຄງ​ຫລັງຄາ​ແບບ​ຫໍ​ປະສາດ, ມີ 54 ​ເສົາ ​ເຮັດ​ດ້ວຍ​ໄມ້​ມັນປາ, ​​ໄມ້ເຄື່ອງ​​ເທິງ ​ແລະ ​ໄມ້ເຄື່ອງ​ລຸ່ມ ​ເຮັດ​ດ້ວຍ​ໄມ້​ແຄນ, ບານ​ປະຕູ ​ແລະບານ​ປ່ອງຢ້ຽມໄມ້​ດູ່, ​ມຸງ​ດ້ວຍ​ແປ້ນ​ໄມ້​ແດງ​ທີ່​ຂັດ​ມັນ​ແບບ​ບູຮານ, ສີ່ວ​ເຈາະ​ຮູ​ຕອກ​ຫລີ້​ມໃສ່​ໄມ້​ໄລ​ຄັດ​ຕາມ​ຂື່, ຂາງ, ​ເສົາ ​ແລ້ວ​ແກະສະຫລັກ​ທີ່​ເປັນ​ຮູບ​ພາບ​ຕ່າງໆ ຊຶ່ງ​ເປັນສິລະ​ປະລວດລາຍທີ່​​ເປັນ​ເອ ກະລັກ​ຂອງ​ຊາດ ແລະ ຂອງ​ທ້ອງ​ຖິ່ນ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຮູບພາບຈາກ ໜັງສືພິມສາລະວັນ ສື່ມວນຊົນແຂວງສາລະວັນ | Media Salavan – ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງສາລະວັນ

ສຳລັບການລົງສໍາຫຼວດ ແລະ ເກັບກໍາຂໍ້ມູນຫໍໄຕຣປີດົກ ວັດສີມຸງຄຸນ (ວັດກາງ) ເມືອງ ແລະ ແຂວງສາລະວັນ ຂຶ້ນເປັນມໍຣະດົກແຫ່ງຊາດລະດັບທ້ອງຖິ່ນ ຊຶ່ງແມ່ນໄດ້ລົງມືສຳຫຼວດຈັດຕັ້ງປະຕິບັດໃນວັນທີ 2-9 ມີນາ 2022 ແລະ ໄດ້ຮອງຮັບເປັນມໍລະດົກຢ່າງເປັນທາງການໃນວັນທີ 24 ພະຈິກ 2022.

ຂໍ້ມູນຈາກ: ໜັງສືພິມສາລະວັນ

Hits: 32

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້