ຂໍຂອບໃຈນຳຜູ້ສະໜັບສະໜູນ

ບໍລິເວນຄວາມກົດດັນຕໍ່າຂອງອາກາດທີ່ມີກໍາລັງອ່ອນໄດ້ປົກຄຸມ ເຂດພາກເໜືອຂອງປະເທດລາວ ສົມທົບກັບກະແສລົມຕາເວັນຕົກ ພັດປົກຄຸມ ສ່ວນພາກກາງ ແລະ ພາກໃຕ້ ກະແສລົມຕາເວັນອອກສ່ຽງໃຕ້ ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຕາມການຄາດການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ໃຫ້ຮູ້ວ່າ ພະຍາກອນອາກາດ ເວລາ 7:00 ໂມງວັນທີ 28 ພະຈິກ 2022 ເຖິງເວລາ 7:00 ໂມງວັນທີ 29 ພະຈິກ 2022 ມີລາຍລະອຽດດັ່ງນີ້:

ພາກເໜືອດ້ານຕາເວັນອອກ

(ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ປົກຫຸຸ້ມຂອງ ຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 18-28 ອົງສາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາກເໜືອດ້ານຕາເວັນຕົກ

(ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ ພ້ອມມີໝອກບາງປົກຫຸ້ມ ຢູ່ທົ່ວໄປ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ປົກຫຸຸ້ມຂອງຝົນເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ນະຄອນຫລວງວຽງຈັນ

ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍ ພຽງເລັກນ້ອຍຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ພາກກາງ

(ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ປົກຫຸຸ້ມຂອງຝົນເທົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ແຂວງໄຊສົມບູນ

ອາກາດໜາວເຢັນ ແລະ ມີຝົນຕົກ. ອຸນຫະພູມ ໃນລະຫວ່າງ 14-26 ອົງສາ.

ພາກໃຕ້

(ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ແລະ ມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 23-34 ອົງສາ.

ສຳລັບເຂດພູພຽງບໍລະເວນອາກາດໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 15-28 ອົງສາ.

Hits: 8

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້