Saturday, November 8, 2025
Kbank Laos โอน รับ จ่าย

ກຽມປະກາດ ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດ ທ້ອງຖິິ່ນ ຂອງ ນະຄອນຫຼວງ

ສວນວັດທະນະທຳຊຽງຄວນ ເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳ ທີ່ຕັ້ງຢູ່ ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ ແລະ ມີປະຫວັດຄວາມເປັນມາທີ່ໜ້າສົນໃຈ ຈົນສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວໄດ້ເປັນຢ່າງດີ.

ປັດຈຸບັນ ສວນດັ່ງກ່າວ ໄດ້ມີການປັບປຸງສິ່ງອຳນວຍຄວາມສະດວກຢູ່ໃນບໍລິເວນສວນ ແລະ ປັບປຸງປະຕູໂຂງທາງເຂົ້າສວນໃໝ່ ທີ່ມີຄວາມສວຍງາມ, ເປັນເອກະລັກຂອງລາວ ເຊິ່ງຈະຈັດພິທີເປີດຢ່າງເປັນທາງການ ພ້ອມກັບປະກາດ ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ຂອງນະຄອນຫຼວງ ວຽງຈັນ ໃນວັນທີ 22 ທັນວາ 2022.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ, ປະທານສວນວັດທະນະທຳຊຽງຄວນ ໃຫ້ຮູ້ວ່າ: ພາຍຫຼັງທີ່ໄດ້ເຂົ້າມາພັດທະນາສວນວັດທະນະທຳແຫ່ງນີ້ ພວກເຮົາກໍໄດ້ມີການປັບປຸງຫຼາຍຢ່າງ ບໍ່ວ່າຈະເປັນທາງຍ່າງອ້ອມສວນໃຫ້ມີຄວາມສະດວກສະບາຍຂຶ້ນ, ສ້າງປະຕູໂຂງໃໝ່ທີ່ມີຄວາມເປັນເອກະລັກ, ສ້າງສວນພຶກສາຊາດໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ ແລະ ສ້າງບ່ອນນັ່ງຫຼິ້ນໄວ້ໃຫ້ນັກທ່ອງທ່ຽວໄດ້ພັກຜ່ອນຢ່ອນໃຈຕື່ມອີກ.

ນອກຈາກນີ້ ເພື່ອເປັນການກຽມຄວາມພ້ອມ ທາງສວນວັດທະນະທຳຊຽງຄວນ ຍັງໄດ້ຈັດງານສະແດງສິລະປະປະຈຳ ເມືອງ ຫາດຊາຍຟອງ ໃນລະຫວ່າງ ວັນທີ 24-25 ພະຈິກ 2022 ເພື່ອຄັດເລືອກເອົາທີມທີ່ຊະນະເລີດມາສະແດງໃນມື້ເປີດພິທີຢ່າງເປັນທາງການອີກດ້ວຍ.

ທ່ານນາງ ສ້ອຍສຸດາ ອິນເມືອງໄຊ, ປະທານສວນວັດທະນະທຳຊຽງຄວນ

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.