ຂໍຂອບໃຈນຳຜູ້ສະໜັບສະໜູນ
ຮູບພາບຈາກ: ທ່ອງທ່ຽວຫົວພັນ Tourism Houaphanh

ຂະແໜງທ່ອງທ່ຽວຫົວພັນ ຮ່ວມກັບສູນຄົນພິການ ໄດ້ລົງພື້ນທີ່ສວນດອກຊາກຸຣະ ມິດຕະພາບ ລາວ-ຍີ່ປຸນ ເພື່ອສຳຫຼວດສຳລັບສ້າງຈຸດຖ່າຍຮູບ ແລະ ຕິດຕັ້ງປ້າຍຕ່າງໆພາຍໃນງານນິທັດສະການທ່ຽວຊົມດອກຄາຍປ່າ & ດອກຊາກຸຣະແລ້ວ ເຊິ່ງປີນີ້ຈັດຢູ່ສວນ ມິດຕະພາບ ລາວ-ຍີ່ປຸນ ແລະ ຍິ່ງໃຫຍ່ກວ່າທຸກໆປີ.

ຮູບພາບຈາກ: ທ່ອງທ່ຽວຫົວພັນ Tourism Houaphanh
ຮູບພາບຈາກ: ທ່ອງທ່ຽວຫົວພັນ Tourism Houaphanh

ງານນິເທດສະການທ່ຽວຊົມ ດອກຄາຍປ່າ ແລະ ດອກຊາກຸຣະ ຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ທັນວາ 2022 ທີ່ເມືອງວຽງໄຊ ແຂວງຫົວພັນ ແລະ ວັນດຽວກັນຈະປະກາດດອກຄາຍປ່າເປັນດອກໄມ້ເອກະລັກປະຈຳແຂວງຫົວພັນ ອີກດ້ວຍ

ສຳລັບກິດຈະກຳພາຍໃນງານປີນີ້ປະກອບມີ:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • ງານປະກວດນາງສາວດອກຄາຍປ່າປະຈຳປີ
  • ງານແຂ່ງຂັນປະກວດນັກຮ້ອງສຽງດີ
  • ງານຕະຫຼາດນັດຂອງບັນດາເມືອງທົ່ວແຂວງ ແລະ ຕ່າງປະເທດ
  • ພິທີປູກຕົ້້ນດອກຄາຍປ່າ
  • ທ່ຽວຊົມດອກຊາກຸຣະຢູ່ສວນ ມິດຕະພາບລາວ-ຍີ່ປຸ່ນທີ່ເມືອງວຽງໄຊ
  • ທ່ຽວຊົມຖ່າຍຮູບດອກຄາຍປ່າຕາມຈຸດຕ່າງໆຢູ່ເທດສະບານເມືອງຊໍາເໜືອ ແລະ ວຽງໄຊ

ຂໍ້ມູນຈາກ: ທ່ອງທ່ຽວຫົວພັນ Tourism Houaphanh

Hits: 21

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້