ນັກແລ່ນຈາກ ສປປ ລາວ ຄວ້າຫຼຽນຄຳລາຍການແລ່ນ 1500 ແມັດຍິງ

ຮູບພາບຈາກ: LAO Athletics federation

ນາງ ລົດແກ້ວ ອິນທະກຸມມານ ນັກກິລາຈາກ ສປປ ລາວ ຍາດໄດ້ຫລຽນຄຳ ຈາກປະເພດແຂ່ງຂັນແລ່ນ 1500 ແມັດຍິງ ຈາກງານກຣີທານານາຊາດ Thailand Open 2022 ດ້ວຍສະຖິຕິ 4 ນາທີ 43 ວິນາທີ, ອັນດັບສອງໄດ້ແກ່ນັກກິລາຈາກສະໂມສອນອາກາດ (ໄທ) ເວລາ 4 ນາທີ 54 ວິນາທີ ແລະ ອັນດັບສາມແມ່ນນັກກິລາຈາກ ມຽນມາ ດ້ວຍເວລາ 5 ນາທີ 2 ວິນາທີ.

ຮູບພາບຈາກ: LAO Athletics federation

ສຳລັບການແຂ່ງຂັນລາຍການ 100 ແມັດຊາຍ ທ້າວ ສໍສີ ພົມພັກດີ ໃນຮອບຄັດແມ່ນສາມາດເຮັດໄດ້ອັນດັບທີ 1 ເວລາ 10,89 ວິນາທີ ໄດ້ຜ່ານເຂົ້າຮອບຮອງຊະນະເລີດໄດ້ ເວລາ 100 ແມັດຊາຍ 10,96 ວິນາທີ ແລະ ທ້າວ ໄຊດາວັນ ວົງສະຫວັນ ໃນລາຍການ 100 ແມັດຊາຍ ເຮັດເວລາໄດ້ 11,33 ວິນາທີ.

ຈາກນັ້ນແມ່ນລາຍການຍິງ 100 ແມັດ ນາງ ສີລິນາ ພະອາໄພ ເຮັດເວລາໄດ້ 12,68 ວິນາທີ ແລະ ລາຍການສຸດທ້າຍຂອງວັນທີ 28 ພະຈິກ 2022 ແມ່ນ ທ້າວ ໄຊດາວັນ ວົງສະຫວັນ ໄດ້ລົງແຂ່ງຂັນລາຍການເຕັ້ນຍາວ ຊາຍ ສາມາດເຮັດສະຖິຕິໄດ້ດີ 7,19 ແມັດ

ຂໍ້ມູນຈາກ: LAO Athletics federation

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...