ຮອງຫົວໜ້າກອງບັນຊາການ ປກສ ແຈ້ງ! ນະຄອນຫຼວງວຽງຈັນ ຍັງພົບມີການລັກລົດຈັກເກີດຂຶ້ນເປັນລາຍວັນ

ການລັກຊັບພົນລະເມືອງໃນນະຄອນຫຼວງວຽງຈັນ (ນວ) ຍັງເປັນບັນຫາທີ່ພົ້ນເດັ່ນ ແລະ ເກີດຂຶ້ນໃນແຕ່ລະວັນຈໍານວນຫຼາຍຄັ້ງ ເປັນຕົ້ນແມ່ນບັນຫາການລັກລົດຈັກ ເຊິ່ງກຸ່ມຄົນບໍ່ດີດັ່ງກ່າວໄດ້ກໍ່ເຫດເຄື່ອນໄຫວກະທໍາຜິດແບບຕ່ອງໂສ້ ແລະ ເປັນກຸ່ມແກ້ງ.

ຮູບຈາກ: ຄວາມສະຫງົບ Lao Security News

ພັອ ອຸບົນ ຈຸນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຫົວໜ້າຫ້ອງຕໍາຫຼວດ ໄດ້ໃຫ້ຮູ້ວ່າ ປັດຈຸບັນ ສະພາບປະກົດການຫຍໍ້ທໍ້ທີ່ເກີດຂື້ນຢູ່ນະຄອນຫຼວງວຽງຈັນ ຍັງເປັນບັນຫາທີ່ພົ້ນເດັ່ນ ໂດຍສະເພາະ ການປຸ້ນຊັບ-ຊີງຊັບ, ງັດແງະ-ລັກຊັບ ພົ້ນເດັ່ນແມ່ນການລັກລົດຈັກເກີດຂຶ້ນເປັນລາຍວັນ ເຫັນວ່າມີລັກສະນະເພີ່ມຂຶ້ນ ຫຼື ຫຼຸດລົງໃນບາງຄັ້ງຄາວ ຍ້ອນກຸ່ມຄົນບໍ່ດີຈຳນວນໜຶ່ງຍັງສືບຕໍ່ເຄື່ອນໄຫວສ້າງຄວາມບໍ່ສະຫງົບ.

ໃນນີ້້, ບາງກຸ່ມຍັງໄດ້ນໍາໃຊ້ພາຫານະເຄື່ອງມືອຸປະກອນ-ອາວຸດປະເພດລົດຈັກບໍ່ຕິດປ້າຍທະບຽນ ຫຼືປ້າຍປອມຂີ່ຊ້ອນກັນ ແລ້ວຊອກຫາເຍື່ອເມື່ອພວກເຂົາມີໂອກາດ, ຊ່ອງຫວ່າງກໍ່ລົງມືກໍ່ເຫດປຸ້ນຊັບ-ຊີງຊັບຂອງບຸກຄົນ ນັບທັງຄົນລາວ ຫຼື ຄົນຕ່າງປະເທດ ແລະ ຈຳນວນໜຶ່ງກໍນຳໃຊ້ເຄື່ອງມືອຸປະກອນເຂົ້າງັດເເງະລັກຊັບຕາມບໍລິສັດ, ສໍານັກງານອົງການ ແລະ ເຮືອນປະຊາຊົນ ເມື່ອສຳເລັດແລ້ວກໍເອົາໂຕຫຼົບໜີໄປລີ້ຊ່ອນຢູ່ຕ່າງເມືອງ, ຕ່າງແຂວງເພື່ອຫຼີກລ້ຽງການຈັບກຸມຂອງເຈົ້າໜ້າທີ່.

ຍ້ອນແນວນັ້ນ, ປກສ ນະຄອນຫຼວງວຽງຈັນ ໄດ້ສຸມໃສ່ແກ້ໄຂຕາມຄຳສັ່ງວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສົມທົບກັບກອງບັນຊາການ ປກສ 9 ເມືອງ ໂດຍອອກເຄື່ອນໄຫວກວດກາລາດຕາເວນຕາມຈຸດຫຼໍ່ແຫຼມ ແລະ ເສັ້ນທາງສ່ຽງ.

ຂໍ້ມູນຈາກ: ຄວາມສະຫງົບ Lao Security News

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...