ຂໍຂອບໃຈນຳຜູ້ສະໜັບສະໜູນ
ຮູບຈາກ: Lao National Radio
ຮູບຈາກ: Lao National Radio

ແຂວງ ຊຽງຂວາງໄດ້ຈັດ ພິທີສະເຫຼີມສະຫຼອງໃບຢັ້ງຢືນ ມໍຣະດົກໂລກໄຫຫີນ ແຫ່ງທີ 3 ຂອງ ສປປ ລາວ ຂຶ້ນຢູ່ບໍລິເວນ ທົ່ງໃຫ້ຫີນ 1 ບ້ານນາໂອ ເມືອງແປກ ແຂວງ ຊຽງຂວາງ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກ ລັດ ຖະມົນຕີ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ, ມີຜູ້ຕາງໜ້າອົງການອຸຍແນສໂກ, ມີອຳນາດການປົກຂອງແຂວງ, ເມືອງ, ພ້ອມດ້ວຍຊາວບ້ານ ໄດ້ເຂົ້າຮ່ວມ.

ຮູບຈາກ: Lao National Radio

ມໍລະດົກໂລກໃນລາວປະກອບມີ ມີເມືອງມໍຣະດົກໂລກຫຼວງພະບາງ ແລະ ວັດພູຈໍາປາສັກ ແລະ ກ່ອນທີ່ຈະໄດ້ໃບຢັ້ງຢືນຂອງທົ່ງໄຫຫີນມາບໍ່ແມ່ນເລື່ອງງ່າຍ ໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ໄດ້ຂຶ້ນລາຍງານສະພາບຄວາມເປັນມາກ່ຽວກັບການຮັບຮອງເປັນມໍລະດົກໂລກໄຫຫີນ ວ່າ: ຕະຫຼອດໄລຍະ 20 ກວ່າປີທີ່ຢາກໃຫ້ໄຫຫີນໄດ້ເຂົ້າເປັນມໍລະດົກໂລກ, ລັດຖະບານແຫ່ງ ສປປລາວ ແລະ ອົງການອຸຍແນດສະໂກໄດ້ມີການຮ່ວມມືກັນໃນການສຶກສາສຳຫຼວດ ແລະ ໃນວັນທີ ວັນທີ 25 ມັງກອນ 2018 ກໍໄດ້ຍືນຄຳຮ້ອງໄປຍັງສູນມໍລະດົກໂລກ ຂອງອົງການອຸຍແນດສະໂກຢ່າງເປັນທາງການ, ວັນທີ 20-30 ຕຸລາ 2018 ອົງການອຸຍແນດສະໂກໄດ້ສົ່ງຜູ້ຊ່ຽວຊານ ມາກວດກາເບິ່ງສະພາບຄວາມເປັນຈິງ ແລະ ໃນວັນທີ 10 ກໍລະ ກົດ 2019 ກໍໄດ້ຮັບຮອງເອົາ “ໄຫຫີນ” ເຂົ້າເປັນມໍລະດັກໂລກຢ່າງເປັນທາງການ.

ນາມມະຍົດແຫ່ງຄວາມເປັນມໍຣະດົກໂລກ ຈະເປັນສິ່ງທີ່ກະຕຸກຊຸກຍູ້ອຸດສະຫະກໍາການທ່ອງທ່ຽວທາງວັດທະນະທຳ ແລະ ທຳມະຊາດ ທີ່ມີຄຸນຄ່າຍອດຍິ່ງລະດັບໂລກ ແລະ ທັງເປັນແມ່ເຫຼັກດຶງດູດການລົງທຶນ, ນັກທ່ອງທ່ຽວ, ການຮ່ວມມືສາກົນ ແລະ ການພັດທະນາລະບົບໂຄງລ່າງຮອບດ້ານ ຂຶ້ນໄປຕື່ມອີກ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ຂໍ້ມູນຈາກ: Lao National Radio

Hits: 24

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້