ກຳນົດທາງການແລ້ວ! ໃຫ້ IPHONE ໃຊ້ USB-C ກ່ອນ 28 ທັນວາ 2024.

ຜູ້ໃຊ້ໄອໂຟນໃນລາວ ວ່າແນວໃດ ຖ້າມີການປ່ຽນແປງໄປໃຊ້ແນວສາກແບັດແບບ USB-C ຈະດີຂຶ້ນ ຫຼື ບໍ່ ເພາະຈຶ່ງຫາຢືມສາກແບັດກັບຄົນອື່ນໄດ້ງ່າຍ.

ພາຍຫຼັງທີ່ສະຫະພາບເອີຣົບ ໄດ້ປະກາດໃຫ້ທຸກອຸປະກອນອີເລັກໂທນິກພົກພາທັງຫຼາຍນໍາໃຊ້ USB-C ພາຍໃນປີ 2024 ຫຼ້າສຸດ ກໍໄດ້ມີການກຳນົດເອົາວັນທີ 28 ທັນວາ 2024 ເປັນເສັ້ນຕາຍໃນການນໍາໃຊ້ ເຊິ່ງຍັງເຫຼືອເວລາອີກ 2 ປີ

ໃນປີໜ້າເຮົາເອົາຈະໄດ້ເຫັນ iPhone 15 ໃຊ້ USB-C ເປັນລຸ້ນທຳອິດກໍໄດ້ ສຳລັບເປົ້າໝາຍດັ່ງກ່າວ ເພື່ອການຫຼຸດຂີ້ເຫຍື້ອທີ່ເປັນອີເລັກໂທນິກລົງ ເນື່ອງຈາກວ່າ ມີຜູ້ຄົນຈຳນວນຫຼາຍມັກຈະຖິ້ມຫົວສາກ ແລະ ສາຍສາກ ຫຼັງມີການປ່ຽນແປງໄປໃຊ້ໂທລະສັບ ຫຼື ອຸປະກອນໃໝ່

ທີ່ມາ: 9to5mac

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...