9 ວິທີທີ່ຜູ້ຊາຍຄວນປະຕິບັດຕໍ່ຜູ້ຍິງ

ຫາກເຈົ້າເປັນຜູ້ຊາຍ ຄວນຄຳນຶງເຖິງສິ່ງທີ່ເຮົາຄວນປະຕິບັດຕໍ່ກັບຜູ້ຍິງທີ່ເຮົາຮັກຢ່າງຖືກວິທີ ເຊິ່ງສິ່ງເຫຼົ່ານັ້ນແມ່ນມີຄວາມສຳຄັນຫຼາຍ ເພາະຖ້າບໍ່ເຮັດເຊັ່ນນັ້ນແມ່ນອາດຈະສູນເສຍຄົນຮັກໄປໄດ້ ສຳລັບວິທີການທີ່ຈະເຮັດໃຫ້ຜູ້ຍິງຮູ້ສຶກມີຄຸນຄ່າ ແລະ ສິ່ງທີ່ເຮົາຄວນປະຕິບັດຕໍ່ກັບຜູ້ຍິງ ຄວນປະຕິບັດດັ່ງນີ້

1. ໃຫ້ຄວາມສຳຄັນ

ຢ່າເບິ່ງຂ້າມຜູ້ຍິງຂອງເຈົ້າ ປະຕິບັດຄືກັບວ່າລາວເປັນຜູ້ຍິງຄົນດຽວໃນໂລກ ຕ້ອງໃຫ້ຄວາມສົນໃຈກັບຄວາມຕ້ອງການຂອງຜູ້ຍິງໃນຍາມທີ່ເຂົາເຈົ້າຈົ່ມ ແລະ ໃຫ້ມີສ່ວນຮ່ວມໃນການຕັດສິນໃຈຂອງເຮົາ.

2. ປະຕິບັດກັບຜູ້ຍິງຄືກັບເຮືອທີ່ລຳນ້ອຍກວ່າ

ໃນຖານະຜູ້ຊາຍຄວນຄິດໄວ້ສະເໝີວ່າຜູ້ຍິງເປັນເພດທີ່ອ່ອນແອກວ່າຜູ້ຊາຍ ເຊິ່ງເປັນເຮືອລຳນ້ອຍທີ່ຕ້ອງຖະນຸຖະໜອມ ເມື່ອຜູ້ຍິງເຮັດໃນສິ່ງທີ່ຜິດພາດ ຢ່າໃຊ້ຄວາມຮຸນແຮງທາງຮ່າງກາຍກັບຜູ້ຍິງ.

3. ສະແດງຄວາມເຄົາລົບ

ປະຕິບັດຕໍ່ຜູ້ຍິງດ້ວຍຄວາມເຄົາລົບ ບໍ່ຄວນໃຊ້ຕໍາແໜ່ງໃນຖານະທີ່ເປັນຜູ້ຊາຍໄປຂົ່ມຂູ່ ຫຼຶ ທຳຮ້າຍ ເຮົາຄວນປະຕິບັດຢ່າງເທົ່າທຽມ ແລະ ໃຫ້ກຽດກັນ.

4. ຕ້ອງມີການເຊີໄພ້

ຜູ້ຍິງມັກການເຊີໄພ້ ຂອງຂັວນເລັກໆນ້ອຍໆສາມາດເຮັດໃຫ້ຜູ້ຍິງມີຄວາມສຸກໄດ້ ເຮົາບໍ່ຈຳເປັນຕ້ອງຖ້າໃຫ້ຮອດວັນເກີດຫຼືວັນວາເລັນທາຍ ເຮົາກໍສາມາດຊື້ຂອງຂັວນໃຫ້ໄດ້

5. ເຄົາລົບຄວາມຮູ້ສຶກ ແລະ ຢ່ານອກໃຈ

ຜູ້ຍິງມີອາລົມທີ່ລະອຽດອ່ອນ ຜູ້ຊາຍບໍ່ຄວນຫຼິ້ນກັບອາລົມຄວາມຮູ້ສຶກຂອງເຂົາເຈົ້າ ຢ່ານອກໃຈ ແລະ ຫຼີກລ້ຽງການເວົ້າເຖິງແຟນເກົ່າ.

6. ຍິນດີກັບທຸກຄວາມພະຍາຍາມ

ຜູ້ຍິງທຸກຄົນຕ້ອງການຮູ້ສຶກຮັກ ແລະ ຍິນດີ ເພາະມັນຈະເຮັດໃຫ້ບາງຄົນຮູ້ສຶກດີກັບສິ່ງທີ່ພວກເຂົາເຮັດ.

7. ຊື່ສັດຕໍ່ຜູ້ຍິງ

ທຸກຄວາມສຳພັນຄວາມຊື່ສັດເປັນສິ່ງສຳຄັນ ໃນຖານະຜູ້ຊາຍເຮົາຕ້ອງເຮັດໃຫ້ຜູ້ຍິງຮູ້ສຶກພໍໃຈວ່າເຮົາປະຕິບັດຕໍ່ເຂົາດີ ດ້ວຍການສົນທະນາຢ່າງເປີດເຜີຍ ແລະ ຊື່ສັດຕໍ່ຜູ້ຍິງ.

8. ອ່ອນໂຍນ

ຮຽນຮູ້ທີ່ຈະເປັນມິດ ຢ່າພະຍາຍາມສະແດງຄວາມເໜືອກວ່າ ແລະ ຕ້ອງອ່ອນໂຍນທັງຄຳເວົ້າ ທັງການກະທຳ.

9. ປະຕິບັດກັບຜູ້ຍິງແບບດຽວກັບທີ່ເຮົາຕ້ອງການ

ຫາກຢາກໃຫ້ຜູ້ຍິງເຊື່ອໃຈເຮົາ ເຮົາຕ້ອງເຊື່ອໃຈເຂົາ ເພາະເຮົາທຸກຄົນຕ້ອງການຄວາມຮັກທີ່ດີ.

ໃນປັດຈຸບັນ ຜູ້ຊາຍສ່ວນໃຫຍ່ບໍ່ຮູ້ວິທີີທີ່ຕ້ອງປະຕິບັດກັບຜູ້ຍິງຢ່າງຖືກຕ້ອງ, ສະນັ້ນແລ້ວ ຖ້າເຮົາຢາກໃຫ້ຄົນອື່ນປະຕິບັດແບບດຽວກັບເຮົາ ເຮົາກໍຄວນຈະປະຕິບັດແບບດຽວກັບທີ່ເຮົາ ຢາກໃຫ້ເຂົາປະຕິບັດນໍາເຮົາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...