ໃກ້ຮອດວັນວາເລັນທາຍແລ້ວ ຖ້າຍັງບໍ່ຮູ້ວ່າປີນີ້ຈະເຮັດກິດຈະກຳຫຍັງກັບແຟນ ລອງໂຫຼດ TikTok ມາຫຼີ້ນລອງເບິ່ງ ມື້ນີ້ເຮົາຫາຟິວເຕີໃນ TikTok ງາມໆມາຝາກເພື່ອຕ້ອນຮັບວັນແຫ່ງຄວາມຮັກ ບອກເລີຍວ່າໃຊ້ຟິວເຕີແລ້ວ ແຟນເຫັນຈະຕ້ອງຕົກຫຼຸມຮັກອີກຫຼາຍໆຄັ້ງແນ່ນອນ!!!

1. Heart sign

ເຮົາສາມາດສ້າງຫົວໃຈ ເຊັ່ນມີນິຮາດ ຫຼື ເອົາມືມາຕໍ່ກັນສ້າງເປັນຫົວໃຈ ແລ້ວຟິວເຕີຈະຂຶ້ນເປັນຮູບຫົວໃຈມາໃຫ້

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2. Lovely Love

ຟິວເຕີທີ່ເຕັມໄປດ້ວຍຄວາມໜ້າຮັກ ມຸ້ງມິ້ງ ຟຸ້ງຟິ້ງ ໃສໆ ໃຜທີ່ຢາກໜ້າຮັກກໍສາມາດໃຊ້ຟິວເຕີນີ້ໄດ້ເລີຍ.

3. Teddy Bear

ຟິວເຕີ ຟິວແຟນ ມີໝີໜ້າຮັກໆມາກອດຢູ່ທາງຫຼັງຄືກັບຟິວແຟນ ອົບອຸ່ນໄປອີກແບບ.

4. Lao Love

ເປັນຟິວເຕີອາລົມແບບເກມສຸ່ມຄຳເວົ້າ ຄຳວ່າ “ຄົນທີ່ເຈົ້າຮັກ……” ແລ້ວຈະສຸ່ມເອົາຄຳທາງຫຼັງມາຕໍ່ຈາກຄຳທາງໜ້າ

5. Valentine

ຈະເປັນຟິວເຕີຖ່າຍຮູບໃນຄອນເຊັບວັນວາເລັນທາຍ ມີພື້ນຫຼັງຖ່າຍຮູບໃຫ້ເລືອກ 3 ແບບ.

6. US – Valentine Cupid’s Arrow

ຟິວເຕີນີ້ໄວ້ຫຼິ້ນກັບແຟນ ຈະຕ້ອງໃຊ້ມືສ້າງຫົວໃຈແລ້ວຟິວເຕີ້ຈະອອກມາ ເຮົາກໍໃຊ້ມືສ້າງຫົວໃຈເຄິ່ງໜຶ່ງ ແລ້ວໃຫ້ແຟນສ້າງຫົວໃຈອີກເຄິ່ງໜຶ່ງ.

7. Golden Love

ຟິວເຕີ້ຫົວໃຈຂຶ້ນຢູ່ເທິງຫົວ ແລະ ຖ້າລັບຕາຈະມີຫົວໃຈສີທອງອອກມາຈາກຕາ.

8. Love Tester

ການທົດສອບຄວາມເໝາະສົມ ພຽງແຕ່ເຮົາພິມຊື່ທັງຝ່າຍຍິງ ແລະ ຝ່າຍຊາຍລົງໄປ ແລ້ວກົດເລີ່ມອັດວີດີໂອ ຟິວເຕີກໍຈະເລີ່ມທົດສອບຄວາມເໝາະສົມວ່າ ເໝາະສົມກັບຈັກເປີເຊັນ.

Hits: 6

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້