5 ເທັກນິກ ຂັບຂີ່ລົດຈັກໃຫ້ປອດໄພໃນຊ່ວງໜ້າຝົນ

ໄລຍະນີ້ ສະພາບອາກາດຂ້ອນຂ້າງປັ່ນປ່ວນຫຼາຍ ໂດຍສະເພາະອາກາດທີ່ຮ້ອນສະຫຼັບກັບຝົນຕົກແບບບໍ່ທັນຕັ້ງໂຕ ເຮັດໃຫ້ເຮົາຕ້ອງລະມັດລະວັງເປັນພິເສດ ທັງເລື່ອງສຸຂະພາບ ແລະ ການຂັບຂີ່ຍານພາ ຫະນະ ໂດຍສະເພາະລົດຈັກ ທີ່ອາດເກີດອຸບັດເຫດໄດ້ ຂະນະທີ່ຂັບລົດໃນຕອນທີ່ຝົນກຳລັງຕົກຍ້ອນທາງມື່ນ.

ເພື່ອຄວາມປອດໄພໃນການຂັບຂີ່ລົດຈັກໃນຊ່ວງໜ້າຝົນ ເຮົາມີເທັກນິກການຂັບລົດໃນຊ່ວງນີ້ມາຝາກ:

1. ໃຊ້ຄວາມໄວໃຫ້ເໝາະສົມ

ເມື່ອຝົນຕົກໃນລະຫວ່າງທີ່ກຳລັງຂັບລົດຈັກຢູ່ ສິ່ງທຳອິດທີ່ເຮົາຄວນເຮັດກໍຄື ຫຼຸດຄວາມໄວລົງ ເພາະນ້ຳຝົນຈະເຮັດໃຫ້ພື້ນຫົນທາງມື່ນກວ່າປົກກະຕິ ລວມເຖິງທັດສະນະວິໄສໃນການຂັບຂີ່ຫຼຸດລົງ ເຊິ່ງອາດເຮັດໃຫ້ເກີດອຸບັດເຫດໄດ້ງ່າຍ, ດັ່ງນັ້ນ ຈຶ່ງຄວນຂັບລົດຊ້າລົງ ເບິ່ງຫົນທາງໃຫ້ຫຼາຍຂຶ້ນ ແລະ ທີ່ສຳຄັນ ຕ້ອງລະວັງຄົນຍ່າງຂ້າມທາງນຳອີກດ້ວຍ.

2. ກະໄລຍະເບຣກໃຫ້ພໍດີ

ເມື່ອຝົນຕົກເຮັດໃຫ້ທາງມື່ນກວ່າປົກກະຕິແລ້ວ ສາມາດສົ່ງຜົນຕໍ່ປະສິດທິພາບໃນການການເບຣກຂອງລົດໄດ້ ຍ້ອນທາງທີ່ມື່ນ ແຮງສຽດທານລະຫວ່າງຢາງລົດກັບພື້ນຫົນທາງກໍຈະໜ້ອຍລົງ ເຮັດໃຫ້ປະສິດທິພາບໃນການຍຶດເກາະຖະ ໜົນ ລວມເຖິງການເບຣກຫຼຸດລົງເຊັ່ນດຽວກັນ ດັ່ງນັ້ນ, ຈຶ່ງຄວນກະໄລຍະເບຣກແບບກະທັນຫັນ ເພາະລົດອາດເສຍຫຼັກ ຫຼື ລົດຄັນທີ່ນຳມາດ້ານຫຼັງອາດເບຣກບໍ່ທັນ ແລະ ຕຳທ້າຍລົດໄດ້.

3. ກວດເຊັກລະບົບໄຟໜ້າລົດວ່າໃຊ້ໄດ້ ຫຼື ບໍ່

ໃນຂະນະທີ່ຝົນຕົກໜັກ ບໍ່ວ່າຈະກາງເວັນ ຫຼື ກາງຄືນ ການເປີດໄຟໜ້າລົດກໍເປັນສິ່ງສຳຄັນໃນການເຕືອນໃຫ້ລົດອີກຄັນໜຶ່ງທີ່ຢູ່ເລນກົງກັນຂ້າມໄດ້ເຫັນ ແລະ ລະມັດລະວັງຫຼາຍຂຶ້ນ ສະນັ້ນ, ຈຶ່ງຄວນກວດເຊັກລະບົບໄຟລົດຮອບຄັນ ທັງໄຟໜ້າ, ໄຟທ້າຍ, ໄຟລ້ຽວ ໃຫ້ຢູ່ໃນສະພາບດີ ແລະ ພ້ອມໃຊ້ງານຢູ່ສະເໝີ. ນອກຈາກນີ້ ການເປີດໄຟໜ້າລົດຕອນທີ່ຝົນກຳລັງຕົກ ກໍຄວນເປີດໄຟຕ່ຳ ບໍ່ຄວນເປີດໄຟສູງ ເພາະຈະເຮັດໃຫ້ທັດສະນະວິໄສໃນການຂັບຂີ່ຂອງລົດເລນກົງກັນຂ້າມຫຼຸດລົງ.

4. ຫຼີກຫຼ່ຽງການຂັບໃນຈຸດທີ່ເປັນຫຼຸມເປັນບວກ ຫຼື ບ່ອນທີ່ມີນ້ຳຖ້ວມຂັງ

ຫຼາຍຄົນຄົງຈະຮູ້ດີວ່າ ຖະໜົນຢູ່ບ້ານເຮົາມັກມີຫຼຸບ, ມີຂຸມ ຫຼາຍ ເຖິງວ່າຈະເປັນຖະໜົນໃນເມືອງ ເມື່ອເວລາຝົນຕົກຂຸມເຫຼົ່ານັ້ນຈະກາຍເປັນແອ່ງນ້ຳ ຖ້າໃຜບໍ່ລຶ້ງທາງ ກໍອາດຈະຂີ່ລົດຕົກຂຸມຈົນເຮັດໃຫ້ກົງລົດ ແລະ ຍາງລົດເສຍຫາຍໄດ້ ຫຼື ອາດຈະເກີດອຸບັດເຫດໄດ້ ດັ່ງນັ້ນ, ສິ່ງທີ່ເຮັດໄດ້ກໍຄືຂັບລົດຊ້າໆ ດ້ວຍຄວາມລະມັດລະວັງ ສັງເກດພື້ນຫົນທາງສະຫຼັບກັບເບິ່ງທາງໜ້າເປັນໄລຍະ ຖ້າພົບວ່າບ່ອນໃດມີຂຸມກໍຄວນຫຼີກຫຼ່ຽງ ເພື່ອຄວາມປອດໄພ.

5. ຫ້າມຂັບລຸຍຝົນ ຂະນະທີ່ຝົກຕົກໜັກ

ຖ້າຝົນຕົກຫຼັກຈົນເກີນໄປຈົນບໍ່ສາມາດແນມເຫັນຫົນທາງຂ້າງໜ້າໄດ້ໃນໄລຍະ 10 ແມັດ ແນະນຳໃຫ້ຫາຈຸດພັກຂ້າງທາງທີ່ໃກ້ທີ່ສຸດ ລໍຖ້າຝົນເຊົາຈຶ່ງອອກເດີນທາງຕໍ່ ຈະເປັນການປອດໄພທີ່ສຸດ.

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...