4 ເຄັດລັບເບິ່ງແຍງຜິວຍາມໜາວ ທີ່ສາວໆຄວນຮູ້.

ອາກາດເລີ່ມໜາວແລ້ວ ນອກຈາກເຮົາຈະຕ້ອງເບິ່ງແຍງສຸຂະພາບບໍ່ໃຫ້ເຈັບປ່ວຍແລ້ວ ສິ່ງໜຶ່ງທີ່ສາວໆຄວນເບິ່ງແຍງໃຫ້ດີນັ້ນກໍຄືຜິວພັນ, ມື້ນີ້ ອິນໄຊລາວ ມີເຄັດລັບເບິ່ງແຍງຜິວພັນໃນຍາມໜາວມາຝາກກັນ ໄປເບິ່ງນຳກັນເລີຍ.

ທາເບບີອອຍ ຫຼັງຈາກອາບນໍ້າແລ້ວໃໝ່ໆ: ຫຼັງອາບນໍ້າໃໝ່ໆ ໂດຍສະເພາະຄົນທີ່ອາບນໍ້າອຸ່ນໃນຍາມໜາວ ຜິວຈະແຫ້ງ່າຍ, ໃຫ້ໃຊ້ເບບີອອຍ ທາທົ່ວໂຕໃນຂະນະທີ່ໂຕປຽກໝາດໆ ບໍ່ຕ້ອງຖ້າໃຫ້ແຫ້ງ ຈະເຮັດໃຫ້ຜິວນຸ່ມຊຸ່ມຊື່ນ. ເບບີອອຍຈະບຳລຸງໃຫ້ຜິວນຽນເງົາ.

ທາຄີມບຳລຸງທັງເຊົ້າ ແລະ ກ່ອນເຂົ້ານອນ: ນອກຈາກນີ້ ຄວນໝັ່ນທາຄີມບຳລຸງທຸກຄັ້ງ ເຊົ້າ-ແລງ ໂດຍສະເພາະຄົນທີ່ຢູ່ໃນຫ້ອງແອເຢັນ ເປັນປະຈຳ ເພາະຜິວຈະຂາດຄວາມຊຸ່ມຊື່ນ. ສະນັ້ນ ຄວນທາຄີມເລື້ອຍໆ ໃຫ້ເປັນນິດໄສ ຈະເຮັດໃຫ້ຜິວບໍ່ແຫ້ງ, ບໍ່ແຕກ.

ຂັດຜິວໄດ້ ແຕ່ຢ່າດຸເກີນໄປ: ຍາມໜາວ ຄວນຂັດຜິວໃຫ້ໜ້ອຍລົງ, ໃຫ້ເຫຼືອບໍ່ເກີນອາທິດລະ 1 ຄັ້ງກໍພໍ, ຫຼັງຈາກຂັດຜິວ ກໍບຳລຸງດ້ວຍຄີມ ຢ່າໃຫ້ຂາດ, ຖ້າຂັດຜິວດຸເກີນໄປໃນຍາວໜາວ ຜິວອາດຈະແຕກແຫ້ງ ຈົນເປັນບາດແຜໄດ້.

ຈຸດໃດແຫ້ງ ໃຫ້ນວດດ້ວຍນໍ້າມັນໝາກພ້າວ: ສ່ວນໃດທີ່ຍັງມີຈຸດແຕກແຫ້ງ, ຫຍາບ ລອງໃຊ້ນໍ້າມັນໝາກພ້າວ ທາໆນວດໆ ເປັນປະຈຳສະເພາະຈຸດ ຈະເຮັດໃຫ້ຜິວຄ່ອຍໆນຸ່ມ ແລະ ມື່ນຂຶ້ນ, ຮອຍແຕກແຫ້ງ ຄ່ອຍໆຈາງຫາຍໄປ ກາຍເປັນຜິວນຽນນຸ່ມ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...