Friday, April 18, 2025

Vietjet ສືບ​ຕໍ່ຂະຫຍາຍຕົວ​ ​ກັບ​ເຮືອ​ບິນ​ລຳ​ທີ 102 ແລະ ເປີດ​ເສັ້ນ​ທາງ​ສາ​ກົນ​ເສັ້ນທີ 5 ຂອງ​ຕົນ​ໃນ​ເວ​ລາ​ພຽງ​ແຕ່ 1 ເດືອນ

(ນະຄອນຫຼວງວຽງຈັນ, ວັນທີ 26 ທັນວາ 2023) Vietjet ຍັງໃຫ້ຄຳໝັ້ນສັນຍາໃນການຂະຫຍາຍສາຍການບິນ ແລະ ເຄືອຂ່າຍການບິນຂອງຕົນ. ບໍ່ດົນມານີ້, ສາຍການບິນມີຄວາມພາກພູມໃຈຕ້ອນຮັບເຮືອບິນ Airbus 321neo ACF ທີ່ທັນສະໄໝທີ່ສຸດ, ເປັນການເພີ່ມເຮືອບິນລໍາທີ 102 ທີ່ທັນສະໄໝ ແລະ ໃໝ່ທີ່ສຸດຂອງສາຍການບິນ. ພ້ອມ​ກັນ​ນັ້ນ, Vietjet ​ໄດ້​ສະ​ເຫຼີ​ມສະຫຼອງ​ເສັ້ນທາງ​ການ​ບິນ​ໃໝ່​ທີ່​ເຊື່ອມ​ຕໍ່​ ນະຄອນຫຼວງ​ຮ່າ​ໂນຍຂອງ​ຫວຽດນາມ ​ໄປ​ສູ່​ນະຄອນ​ຮົງ​ກົງ, ເຊິ່ງແມ່ນ​ເສັ້ນທາງ​ສາກົນເສັ້ນ​ທີ 5 ​ທີ່​ເປີດ​ນຳ​ໃຊ້​ໃນ​ເດືອນ ທັນວາ 2023.

ເຮືອບິນລຳໃໝ່ ແລະ ການເປີດເສັ້ນທາງ ຮ່າໂນຍ-ຮົງກົງ ສອດຄ່ອງກັນຢ່າງເໝາະສົມກັບການສະເຫຼີມສະຫຼອງວັນຄົບຮອບຂອງ Vietjet ທີ່ເປີດນໍາໃຊ້ໃນວັນທີ 24 ທັນວາ 2011. ກົງກັບບັນຍາກາດຂອງວັນຄຼິດສມາດສ, ເຮັດໃຫ້ບັນຍາກາດເບີກບານມ່ວນຊື່ນຍິ່ງຂຶ້ນອີກ.

ເຮືອບິນ A321neo ACF ປະດັບດ້ວຍທຸງຊາດຫວຽດນາມ, ໄດ້ມາຮອດສະໜາມບິນສາກົນ Tan Son Nhat ໃນວັນທີ 22 ທັນວາ 2023. ສາຍການບິນຈະນຳໃຊ້ເຮືອບິນລຳໃໝ່ນີ້ເພື່ອຮັບໃຊ້ຜູ້ໂດຍສານໃນຫຼາຍເສັ້ນທາງທີ່ກວມເອົາຫວຽດນາມ ແລະ ຕ່າງປະເທດໂດຍທັນທີ.

Vietjet ເປັນສາຍການບິນທຳອິດທົ່ວໂລກທີ່ໃຫ້ບໍລິການເຮືອບິນ A321neo ACF 240 ບ່ອນນັ່ງ, ນັບຕັ້ງແຕ່ກໍ່ຕັ້ງໃນປີ 2019. A321neo ACF ຊ່ວຍຫຼຸດຜ່ອນການໃຊ້ນ້ຳມັນເຊື້ອໄຟໄດ້ເຖິງ 20%, ຫຼຸດການປ່ອຍສຽງລົບກວນໄດ້ເຖິງ 75%, ແລະ ຍັງຊ່ວຍຫຼຸດການປ່ອຍອາຍພິດສູ່ສິ່ງແວດລ້ອມເຖິງ 50 %.

ສາຍ​ການ​ບິນ​ໄດ້​ເປີດ​ບໍ​ລິ​ການ​ ​ back-to-back ແບບສາກົນລວມມີ: ຊຽງ​ໄຮ້ – ໂຮ​ຈີ​ມິນ, ຟູກວັກ – ປູ​ຊານ, ຮ່າ​ໂນຍ – ຈາກ​າ​ຕາ, ຮ່າ​ໂນ້ຍ – ສຽມ​ຣຽບ, ແລະ ເມື່ອບໍ່ດົນມານີ້ ແມ່ນ​ເສັ້ນ​ທາງ​ຮ່າ​ໂນຍ – ຮົງ​ກົງ, ເນັ້ນ​ໜັກ​ເຖິງ​ຍຸດ​ທະ​ສາດ​ ແລະ ການຂະ​ຫຍາຍ​ເຄືອ​ຂ່າຍ​ເຮືອ​ບິນ ແລະ ສາຍ​ການ​ບິນ​ໃນ​ທົ່ວ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ.

ຖ້ຽວບິນ ຮ່າ​ໂນຍ – ຮົງ​ກົງ ໃຫ້ບໍລິການໃນທຸກໆ​ວັນ​ຈັນ, ວັນ​ພຸດ ແລະ ວັນ​ສຸກ ເປັນ 3 ມື້ຕໍ່ອາ​ທິດ, ເພີ່ມ​ເຄືອ​ຂ່າຍ​ການ​ບິນ​ຫວຽດ​ນາມ – ຮົງ​ກົງ ຂອງ VietJet ເປັນ 4 ເສັ້ນທາງບິນ​ກົງ. ເສັ້ນທາງນະຄອນ ໂຮ່ຈີມິນ – ຮົງກົງ, ດານັງ – ຮົງກົງ ແລະ ຟູກວັກ – ຮົງກົງ ຈະຖືກເພີ່ມຂຶ້ນໃນຖ້ຽວບິນປະຈໍາວັນນັບແຕ່ເດືອນກຸມພາເປັນຕົ້ນໄປ.

VietJet ມອບ “Real Deal” ໄປຫວຽດນາມ ແລະ ຕ່າງປະເທດ ດ້ວຍຄ່າປີ້ຍົນທີ່ລາຄາ ພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ທີ່ www.vietjetair.com ຫຼື ແອັບພລິເຄຊັ່ນ VietJet Air. ເປັນໂອກາດດີສຳລັບຜູ້​ໂດຍສານຈາກ​ລາວ​ ທີ່ຈະເດີນທາງຖ້ຽວບິນ​ວຽງ​ຈັນ – ​ໂຮ​ຈິ​ມິນ ​ຕັ້ງແຕ່​ວັນ​ທີ 25 ກຸມພາ 2024 ​ເປັນຕົ້ນ​ໄປ. ຜູ້ໂດຍສານທັງໝົດຂອງ VietJet ຍັງຈະໄດ້ຮັບປະກັນໄພ Sky Care ຟຣີສຳລັບການເດີນທາງແບບໄຮ້ຄວາມກັງວົນ (worry-free journey) ແລະ ຍັງມີໂອກາດໄດ້ສະສົມຄະແນນເພື່ອແລກຂອງຂວັນທີ່ໜ້າສົນໃຈກັບໂຄງການ VietJet SkyJoy.

ຂໍໃຫ້ທຸກທ່ານມີຄວາມມ່ວນຊື່ນກັບການບິນ ໃນເຮືອບິນທີ່ທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ການບໍລິການດ້ວຍໃຈຈາກພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ ແລະ ເປັນມິດ, ມີປະສົບການໃນການໃຫ້ບໍລິການ ພ້ອມຍັງມີຜະລິດຕະພັນທີ່ມີຄຸນະພາບ, ແລະ ໃຫ້ທ່ານໄດ້ລອງລົດຊາດອາຫານທີ່ອຸດົມສົມບູນຂອງອາຫານປະຈຳຊາດຂອງຫວຽດນາມ ເຊັ່ນ: ເຂົ້າຈີ່ຫວຽດນາມ, ເຝີ, ແລະ ອື່ນໆ.

ສາມາດຕິດຕາມຂໍ້ມູນເພີ່ມເຕີມໄດ້ທີ່: www.vietjetair.com

ຕິດຕໍ່ຜູ້ປະສານງານດ້ານສື່:

ບໍລິສັດ ຟ້າໃຫຍ່ ມີເດຍ ຈຳກັດ

ໂທ: +85620 78911848

ຫຼື

Vietjet

Ms. Kieu Duong (Amy)

ອີເມວ: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.