Wednesday, March 19, 2025

ເບິ່ງແຍງສຸຂະພາບຫຼັງເຄົ້າດາວ! 5 ນໍ້າສະໝຸນໄພ ເພື່ອສຸຂະພາບ

ຫຼັງຈາກປາຕີ້ເຄົ້າດາວມາໜັກໆ ເຂົ້າປີໃໝ່ແລ້ວກໍຄວນເລີ່ມຕົ້ນທຸກຢ່າງດ້ວຍສິ່ງດີໆ ແຕ່ກ່ອນຈະເລີ່ມຫຍັງເຮົາຕ້ອງມີສຸຂະພາບທີ່ດີກ່ອນ ເມື່ອກ່າວເຖິງສະໝຸນໄພວ່າເປັນສ່ວນໜຶ່ງຂອງຊີວິດເຮົາກໍບໍ່ແມ່ນເລື່ອງແປກ ເພາະນັບທັງອາຫານທີ່ບໍລິໂພກແຕ່ລະມື້ລ້ວນແຕ່ມີສ່ວນປະສົມຈາກພືດສະໝຸນໄພ ທີ່ຊ່ວຍໃຫ້ອາຫານຂອງເຮົາມີລົດຊາດອັນແຊບຊ້ອຍ ແລະ ສັບພະຄຸນອັນລົ້ນເຫຼືອ ນອກຈາກຈະນຳມາເປັນສ່ວນປະສົມຂອງອາຫານແລ້ວ ເຮົາຍັງສາມາດນຳມາປຸງເປັນນ້ຳຢາເພື່ອດື່ມແກ້ອາການຕ່າງໆໄດ້.

ນ້ຳສະໝຸນໄພຫົວສີໄຄ

ຫົວສີໄຄມີວິຕາມິນເອ ທີ່ຊ່ວຍບຳລຸງສາຍຕາ ແລະ ຍັງມີແຄລຊ່ຽມ ແລະ ຟອສຟໍັສ ຊ່ວຍບຳລຸງກະດູກ ແລະ ແຂ້ວໃຫ້ແຂງແຮງ, ຊ່ວຍແກ້ທ້ອງອືດ, ໄລ່ລົມ, ຫຼຸດຄວາມດັນໂລຫິດສູງ, ຊ່ວຍຂັບໄລ່ເຫື່ອ ແລະ ພິດຂອງສານແປກປອມໃນຮ່າງກາຍ ເຊິ່ງວິທີເຮັດສະໝຸນໄພແມ່ນພຽງແຕ່ນຳເອົາຫົວສີໄຄປະມານ 3-5 ຕົ້ນມາຫັ່ນເປັນທ່ອນ ແລ້ວນຳມາທຸບໃຫ້ແຫຼກ ຈຶ່ງນຳມາຕົ້ມໂດຍໃຊ້ນ້ຳປະມານເຄິ່ງລິດພໍຟົດ ແລ້ວນຳເອົາຫົວສີໄຄອອກ ແລະ ສຸດທ້າຍນຳເອົາໄປຕົ້ມອີກປະມານ 3-5 ນາທີ ຫຼັງຈາກນັ້ນ ສາມາດນຳມາດື່ມໄດ້ເລີຍ.

ນ້ຳຂິງ ຫຼື ຊາຂີງ

ຄວນເລືອກຂິງທີ່ບໍ່ແກ່ ຫຼື ອ່ອນເກີນໄປ ນຳມາລ້າງໃຫ້ສະອາດທຸບໃຫ້ແຫຼກພໍປະມານ ແລ້ວນຳຂິງໃສ່ນ້ຳກຳລັງຟົດ ແລ້ວປະໄວ້ປະມານ 2-5 ນາທີ ຫາກຕົ້ມດົນເກີນໄປຈະເຮັດໃຫ້ກິ່ນຫອມຈາງລົງ. ນ້ຳຂິງຈະຊ່ວຍແກ້ໄອ, ຊ່ວຍຫຼຸດອາການທ້ອງອືດ, ແກ້ອາການເມົາລົດລວມເຖິງແກ້ປວດຂໍ້.

ນ້ຳຜັກຕຳນິນ

ນຳໃບຜັກຕຳນິນມາລ້າງໃຫ້ສະອາດແລ້ວນຳມາປັ່ນ ໃສ່ນ້ຳຕົ້ມເຄິ່ງໜຶ່ງຂອງໂຖປັ່ນ ຫຼັ້ງຈາກປັ່ນລະອຽດແລ້ວຈຶ່ງນຳມາຕອງເອົາແຕ່ນ້ຳ ແລະ ຕື່ມເອົາເກືອ, ນ້ຳໝາກນາວຕາມໃຈມັກ. ນ້ຳຜັກຕຳນິນອຸດົມໄປດ້ວຍວິຕາມິນເອທີ່ຊ່ວຍບຳລຸງສາຍຕາ, ມີແຄລຊ່ຽມ ແລະ ຟອສຟໍຣັສທີ່ຊ່ວຍບຳລຸງກະດູກ, ມີວິຕາມິນຊີຊ່ວຍຮັກສາອາການເລືອດອອກຕາມແຂ້ວ

ນ້ຳໃບເຕີຍ

ນຳໃບມາລ້າງໃຫ້ສະອາດແລ້ວນຳມາຫັ່ນເປັນຕ່ອນໃສ່ໝໍ້ແລ້ວຕົ້ມດ້ວຍນ້ຳສະອາດຈົນກວ່າສີຂອງໃບເຕີຍຈາງລົງ ຈຶ່ງຕອງໃບເຕີຍອອກ ຫຼັງຈາກນັ້ນນຳເອົາເກືອ 1 ບ່ວງກາເຟ ຕາມດ້ວຍນ້ຳເຊື່ອມແລ້ວນຳໄປຕົ້ມອີກປະມານ 5 ນາທີ. ນ້ຳໃບເຕີຍຈະຊ່ວຍບຳລຸງຫົວໃຈ

ນ້ຳຫົວຂ່າ

ນຳເອົາຂ່າແຫ້ງທີ່ຕາກແລ້ວໃສ່ຖ້ວຍປະມານ 4-5 ປ່ຽງ ແລ້ວເອົານ້ຳຮ້ອນເທໃສ່ປະມານຂ້ອນຖ້ວຍແລ້ວຈຶ່ງປິດຝາປະມານ 4-5 ນາທີຈຶ ຫຼັງຈາກນັ້ນນຳມາດື່ມ ຖ້າຈະໃຫ້ດີຄວນດື່ມ 2-3ຖ້ວຍຕໍ່ມື້ ຫຼື ອາດນຳເອົາຂ່າສົດປະມານ 10-12 ປ່ຽງ ມາທຸບໃຫ້ແຫຼກແລ້ວນຳມາຕົ້ມເພື່ອດື່ມກໍໄດ້ເຊັ່ນກັນ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.