Wednesday, March 19, 2025

ວຽງຈັນ ເອັບທີ ແມ້ນຈຸດໂທດດັບຝັນ ມາສດ້າ 3-1 ຄອງແຊ໋ມເຕະບານ ຢູ-13 ວຽງຈັນ ເອັບທີ ຄັບ 2024

ທີມວຽງຈັນ ເອັບທີ ແມ້ນຈຸດໂທດດັບຝັນ ມາສດ້າ ລາວ ຈີບີ ເອັບຊີ 3-1 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ປະຕູ ຄວ້າແຊ໋ມການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 13 ປີ ຊີງຂັນປະທານສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ ຫຼື ຢູ-13 ລາຍການ ວຽງຈັນ ເອັບທີ ຄັບ 2024 (U-13 VINETIANE FT CUP 2024) ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ແລະ ສົ່ງເສີມເຍົາວະຊົນລາວ ກໍຄື ນະຄອນຫຼວງວຽງຈັນ ໄດ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງເພື່ອພັດທະນາຕົນເອງກ້າວສູ່ລະດັບຊາດ ໄປຄອງ ແລະ ກໍເປັນແຊ໋ມລາຍການທີ 2 ຊຶ່ງເມື່ອບໍ່ດົນມານີ້ ກໍຍັງສາມາດຄອງແຊ໋ມລາຍການ ເຄເອັມທີ ຄັບ 2023 ຈັດຂຶ້ນໃນຕົ້ນເດືອນມັງກອນ 2024 ນີ້.

ການແຂ່ງຂັນລາຍການດັ່ງກ່າວຈັດຂຶ້ນ ພາຍໃນມື້ດຽວ (13 ມັງກອນ 2024) ທີ່ສະໜາມກິລາບານເຕະຫຍ້າແທ້ ພູຜາ ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ນະຄອນຫຼວງວຽງ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນມີທ່ານ ພອນເພັງ ຈັນທະວົງ ປະທານບໍລິສັດ ພອນທິບ ໂຮມເຊັນເຕີ ຜູ້ຜະລິດ ແລະ ຈຳໜ່າຍເຄື່ອງວັດສະດຸກໍ່ສ້າງຄົວເຮືອນຄົບວົງຈອນ ທັງເປັນປະທານສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ, ທ່ານ ທິບພະເນດ ແກ້ວມະນິວົງ ປະທານບໍລິສັດ ແກ້ວໂອໂຕກຣຸບ ຈຳກັດຜູ້ດຽວ ຕົວແທນຈຳໜ່າຍລົດໃຫຍ່ ຍີ່ຫໍ້ ມາສດ້າ ພຽງຜູ້ດຽວໃນສປປ ລາວ ທັງເປັນສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ ແລະ ທ່ານ ສົມບູນ ພິສະນຸກັນ ຮອງປະທານສະມາຄົມພໍ່ແມ່ຜູ້ປົກຄອງສະໂມສອນ ອາຄາເດມີ້ ວຽງຈັນ ເອັບທີ ມີບັນດາຄະນະຄູຝຶກ ແລະ ນັກກິລາ ຕະຫຼອດຮອດພໍ່ແມ່ຜູ້ຄອງ ແລະ ກອງເຊຍເຂົ້າຮ່ວມ.

ການແຂ່ງຂັນເຕະບານເຍົາວະຊົນຮຸ່ນອາຍຸບໍ່ເກີນ 13 ປີ ລາຍການ ວຽງຈັນ ເອັບທີ ຄັບ 2024 ຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 75 ປີ ພ້ອມທັງເປັນການສົ່ງເສີມນ້ອງນ້ອຍນັກກິລາໃຫ້ມີການເຄື່ອນໄຫວຢ່າງຕໍ່ເນື່ອງສ້າງໂອກາດໃຫ້ເຂົາເຈົ້າມີການພັດທະນາຕົນເອງ ສາມາດກ້າວໄປຕາມຈຸດທີ່ໄຝ່ຝັນຢາກຕິດທີມຊາດໃນອະນາຄົດ ໃຫ້ປະກົດຜົນເປັນຈີງ ລາຍການດັ່ງກ່າວ ມີທັງໝົດ 8 ພາກສ່ວນເຂົ້າຮ່ວມ ແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ ເອ ແລະ ກຸ່ມ ບີ ແຕ່ລະກຸ່ມແຂ່ງຂັນແບບພົບກັນໝົດຄັດເລືອກເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ລາຍການນີ້ ກຳນົດເງື່ອນໄຂນັກກິລາຕ້ອງມີອາຍຸ 13 ປີ ຫຼື ເກີດໃນປີ 2011 ຈຶ່ງສາມາດເຂົ້າຮ່ວມແຂ່ງຂັນໄດ້ ແລະ ແຂ່ງຂັນສອງຕັ້ງ ຕັ້ງລະ 15 ນາທີ ພັກ 3 ນາທີ ລວມສອງຕັ້ງ 30 ນາທີ ສຳລັບ 8 ສະໂມສອນ ເຂົ້າຮ່ວມ ປະກອບມີ ເຈົ້າພາບ ວຽງຈັນ ເອັບທີ, ພົມມະທັດ ເອັບຊີ, ມາດສະດ້າ ລາວ ຈີບີ ເອັບຊີ, FHL ເອັບຊີ, KMT ເອັບຊີ, Speed ເອັບຊີ, ເອັບຊີ ຕາລັນຕ້າ ແລະ ສະຖາບັນສຶກສາ ບຸນເກີດ.

ຜ່ານການແຂ່ງຂັນ ຄູຊີງຊະນະເລີດ ຜົນປະກົດວ່າ: ສະໂມສອນ ວຽງຈັນເອັບທີ ສາມາດຍິງຈຸດໄທດໄດ້ຄົມກວ່າເປັນຝ່າຍເອົາຊະນະ ສະໂມສອນ ມາສດ້າ ລາວ ຈີບີ ເອັບຊີ 3-1 ປະຕູ ຫຼັງໃນເກມ ສະເໝີກັນ 1-1 ປະຕູ ຄວ້າແຊ໋ມລາຍການດັ່ງກ່າວໄປຄອງ ສ່ວນ ສະໂມສອນ ມາສດ້າ ໄດ້ພຽງອັນດັບທີ 2 ສ່ວນອັນດັບທີ 3 ເປັນຂອງສະໂມສອນ ພົມມະທັດ ແລະ ອັນດັບທີ 4 ແມ່ນ ສະໂມສອນ ເຄເອັມທີ ເອັບຊີ ຂະນະທີ່ ລາງວັນນັກກິລາດີເດັ່ນຊົງຄຸນຄ່າ ຫຼື MVP ເປັນຂອງທ້າວ ພູຜາ ຈັນທະວົງ ກອງໜ້າຂອງສະໂມສອນ ວຽງຈັນ ເອັບທີ ແລະ ລາງວັນດາວຊັນໂວແມ່ນ ທ້າວ ນັດທະພົນ ຈາກສະໂມສອນ ເຄເອັມທີ ຍິງຄົນດຽວ 7 ປະຕູ.

ຂ່າວໂດຍ ສົງການ ພັນແພງດີ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.