Vietjet ມອບໂປໂມຊັນສຸດພິເສດສຳລັບເສັ້ນທາງບິນ ວຽງຈັນ-ໂຮຈິມິນ ທຸກໆອາທິດ ລາຄາພຽງແຕ່ 0 USD ເທົ່ານັ້ນ.

(ນະຄອນຫຼວງວຽງຈັນ, ວັນທີ 17 ມັງກອນ 2024) ນັກທ່ອງທ່ຽວຈາກປະເທດລາວ ສາມາດຈອງປີ້ລາຄາໂປຣໂມຊັນ ພຽງແຕ່ 0 USD (ບໍ່ລວມພາສີ ແລະ ຄ່າທໍານຽມ) ດ້ວຍໂປໂມຊັນປະຈໍາອາທິດຂອງ Vietjet ທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ຈົນຮອດເດືອນໜ້າ.

ລູກຄ້າສາມາດຈອງປີ້ໂປຣໂມຊັ່ນ ສຳລັບທຸກສາຍການບິນຕ່າງປະເທດໄດ້ໃນທຸກໆວັນພຸດ, ວັນພະຫັດ ແລະ ວັນສຸກ ດ້ວຍລາຄາຕໍ່າສຸດ 0 USD (ບໍ່ລວມພາສີ ແລະ ຄ່າທຳນຽມ) ຈົນຮອດວັນທີ 10 ກຸມພາ 2024 ເຊິ່ງທ່ານຈະໄດ້ພົບກັບປະສົບການໃໝ່ໆທີ່ໜ້າສົນໃຈ ເລີ່ມຕັ້ງແຕ່ມື້ນີ້ເຖິງ 31 ທັນວາ 2024 (ບໍ່ລວມມື້ພັກທາງລັດຖະການ ແລະ ຊ່ວງທ່ອງທ່ຽວ). ນີ້​ແມ່ນ​​ໂອ​ກາດ​ທີ່ດີ​​ສຳລັບທ່ານ “Real deal” ເພື່ອທ່ອງທ່ຽວຫວຽດ​ນາມ ແລະ ອີກຫຼາກຫຼາຍຈຸດ​ໝາຍ​ປາຍ​ທາງ​ໃນ​ພາກ​ພື້ນອາຊີ!

ເມື່ອບໍ່ດົນມາ​ນີ້, Vietjet ​ໄດ້​ເພີ່ມ​ເຮືອບິນ​ທີ່​ໃຫ້​ເຊົ່າ 4 ລໍາ ເຂົ້າ​ໃນກຸ່ມ​ເຮືອບິນ 103 ລໍາຂອງ​ຕົນ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເດີນທາງ​ທີ່​ສູງ​ໃນ​ໄລຍະ​ເທດສະການ​ກຸດ​ຈີນ. ສາຍ​ການ​ບິນ​ຍັງ​ໄດ້​ເພີ່ມ​ຕູ້​ເຊັກ​ອິນ​ຕື່ມ​ອີກ​ໃນ​ສະໜາມ​ບິນ​ບາງແຫ່ງໃນ​ຊ່ວງທີ່ນັກທ່ອງທ່ຽວຫຼາຍ ​ເພື່ອ​ຄວາມ​ສະ​ດວກ​ຂອງ​ຜູ້​ໂດຍ​ສານ. ຍິ່ງໄປກວ່ານັ້ນ, ທາງສາຍການບິນຍັງໄດ້ແນະນໍາຜູ້ໂດຍສານໃຫ້ເຊັກອິນແບບອອນໄລນ໌ກ່ອນທີ່ຈະໄປສະຫນາມບິນເພື່ອຫຼີກລ່ຽງຄວາມແອອັດ.

Vietjet ຈະ​ເປີດຖ້ຽວໂດຍ​ກົງ​ເຊື່ອມ​ຕໍ່​ນະຄອນຫຼວງ​ວຽງ​ຈັນ​ ຫາ ​ນະຄອນ​ໂຮ່ຈີ​ມິນ​ໃນ​ວັນ​ທີ 25 ກຸມພາ​ນີ້ ດ້ວຍ​ຖ້ຽວ​ບິນ​ໄປ​ກັບ 4 ຖ້ຽວ​ຕໍ່​ອາທິດ​ໃນ​ວັນ​ຈັນ, ພຸດ, ສຸກ ​ແລະ ວັນ​ອາ​ທິດ ດ້ວຍ​ເວລາ​ພຽງ 1 ຊົ່ວ​ໂມງ 45 ນາທີ​ຕໍ່​ຖ້ຽວ​ເທົ່າ​ນັ້ນ.

ມາຮ່ວມມ່ວນກັບການບິນຂອງ Vietjet ເພື່ອສຳພັດກັບລົດຊາດອາຫານທີ່ແຊບຊ້ອຍ ແລະ ເປັນເອກະລັກຂອງອາຫານຫວຽດນາມ ເຊັ່ນ: ເຄັກ Chung ແລະ ເຂົ້າໜຽວ ລວມທັງອາຫານທີ່ເປັນເອກະລັກຄື: ເຝີ, Banh mi ແລະ ອາຫານແຊບໆທົ່ວໂລກ, ໃຫ້ບໍລິການໂດຍພະນັກງານຫ້ອງໂດຍສານທີ່ເປັນມິດ ແລະ ເປັນມືອາຊີບ ທີ່ລະດັບຄວາມສູງ 10,000 ແມັດ.

ຂໍ້ມູນເພີ່ມຕື່ມທີ່ www.vietjetair.com

ຕິດຕໍ່ຜູ້ປະສານງານດ້ານສື່:

Bigblue Agency Laos

Call: +85620 78911848 (ລັດ)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

More from author

Related posts

Latest posts

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: