Friday, October 31, 2025
Kbank Laos โอน รับ จ่าย

ນິທານເກົ່າແກ່ຂອງລາວ ໃຜຍັງຈື່ເລື່ອງໃດຄອມເມັ້ນມາບອກກັນແດ່.

ຖ້າເວົ້າເຖິງນິທານເກົ່າແກ່ຂອງລາວ ເຮົາຈະນຶກເຖິງນິທານອັດສະຈັນທີ່ເຮົາເຄີຍຮຽນໃນຕອນຍັງນ້ອຍ ນິທານອັດສະຈັນ ເປັນນິທານພື້ນເມືອງລາວປະເພດໜຶ່ງ ເຊິ່ງແມ່ນປະຊາຊົນຜູ້ອອກແຮງງານ ເປັນຜູ້ປະດິດແຕ່ງຂຶ້ນດ້ວຍວິທີປັ້ນແຕ່ງຕົວລະຄອນທີ່ມີລັກສະນະເຫຼືອເຊື່ອ, ງຶດງໍ້ ແລະ ອັດສະຈັນ ແຕ່ໄດ້ສ່ອງແສງເຖິງທຳມະຊາດ, ການດຳລົງຊີວິດ ແລະ ຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ.

ນິທານອັດສະຈັນກຳເນີດ ແລະ ຂະຫຍາຍຕົວແຮງໃນໄລຍະສັງຄົມເລີ່ມມີການຜັນແຍກເປັນ ຄອບຄົວ, ສັງຄົມເລີ່ມມີຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນໄດ້ຂະຫຍາຍຕົວຜ່ານຫຼາຍລະບອບສັງຄົມ. ດັ່ງນັ້ນ ນິທານອັດສະຈັນຈຶ່ງມີເນື້ອໃນເວົ້າເຖິງການພົວພັນລະຫວ່າງຄົນກັບຄົນ ໂດຍສະເພາະແມ່ນຂໍ້ຂັດແຍ່ງ ຕ່າງໆຂອງສັງຄົມເຊັ່ນ: ຂໍ້ຂັດແຍ່ງລະ ຫວ່າງຊົນຊັ້ນປົກຄອງ ແລະ ຊົນຊັ້ນຜູ້ອອກແຮງງານ.

ນິທານອັດສະຈັນມີກົກເຄົ້າການກຳເນີດມາຈາກເທບນິຍາຍ ທີ່ອະທິບາຍປາກົດການທໍາມະຊາດແຕ່ນິທານອັດສະຈັນຈະເນັ້ນໜັກການອະທິບາຍພູມສັນຖານຂອງແຕ່ລະທ້ອງຖິ່ນເຊັ່ນ: ພູຜາປ່າດົງ, ຫ້ວຍນ້ຳລຳເຊທີ່ຜູກພັນກັບການດຳລົງຊີວິດຂອງປະຊາຊົນແຕ່ລະທ້ອງຖິ່ນ ແຕ່ເໜືອຕະຫຼອດໃຕ້ເຊັ່ນ: ພູທ້າວພູນາງ, ພູມະໂລງ ແລະ ພູບາຈຽງ.

ສຳລັບນິທານທີ່ເປັນທີ່ຮູ້ຈັກຂອງຫຼາຍໆຄົນກໍຈະເປັນນິທານເລື່ອງ ກຳພ້າຜີນ້ອຍ, ນິທານເລື່ອງທ້າວເຈັດໄຫ, ນິທານເລື່ອງ ພູມະໂລງ ພູບາຈຽງ, ນິທານເລື່ອງ ກຳະາຜະຫຍາດີ, ກຳພຶາເປັດດ່ອນຫົວຂຽວ.

ທີ່ມາ: ກະຊວງສຶກສາທິການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ.

More from author

Related posts

Latest posts

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.