Saturday, November 1, 2025
Kbank Laos โอน รับ จ่าย

ເບຍເຢັນໆ ກັບສຸຂະພາບດີໆ ເກີດຂຶ້ນພ້ອມກັນໄດ້ ແທ້ ຫຼື ບໍ່?

ເບຍ BEER ເປັນເຄື່ອງດື່ມທີ່ໄດ້ຮັບຄວາມນິຍົມໄປທົ່ວໂລກ, ຫຼາຍຄົນມັກດື່ມເບຍເພື່ອຜ່ອນຄາຍຄວາມຕຶງຄຽດ ຫຼື ງານພົບປະສັງສັນຕ່າງໆ ນອກຈາກນີ້, ເບຍກໍຍັງມີສານທີ່ສົ່ງຜົນດີຕໍ່ສຸຂະພາບຫຼາຍຢ່າງ ແຕ່ແອວກໍຮໍໃນເບຍ ກໍທຳຮ້າຍສຸຂະພາບໄດ້ເຊັ່ນກັນ, ແລ້ວຕົກລົງວ່າ ດື່ມເບຍ ແລ້ວມີສຸຂະພາບດີ ແມ່ນແທ້ບໍ່?

ຄຳຕອບແມ່ນສາມາດເຮັດໄດ້ ຖ້າຫາກດື່ມໃນປະລິມານທີ່ເໝາະສົມ ໂດຍສານປະກອບໃນເບຍທີ່ສົ່ງຜົນດີຕໍ່ສຸຂະພາບນັ້ນ ມີດັ່ງນີ້:

  • ຊິລິກອນ: ຊ່ວຍບຳລຸງກະດູກ ແລະ ແຂ້ວ, ປ້ອງກັນໂຣກກະດູກຜຸ່ຍ.
  • ໂພແທສຊ້ຽມ: ຊ່ວຍຄວບຄຸມຄວາມດັນເລືອດ.
  • ແມັກນີຊ້ຽມ: ຊ່ວຍໃຫ້ລະບົບປະສາດ ແລະ ກ້າມຊີ້ນ ເຮັດວຽກປົກກະຕິ.
  • ຟອສຟໍຣັສ: ຊ່ວຍໃຫ້ກະດູກ ແລະ ແຂ້ວ ແຂັງແຮງ.
  • ວິຕາມິນບີ: ຊ່ວຍໃຫ້ລະບົບເຜົາຜານ ເຮັດວຽກເປັນປົກກະຕິ.
  • ໃຍອາຫານ: ຊ່ວຍໃຫ້ລະບົບຍ່ອຍອາຫານ ເຮັດວຽກເປັນປົກກະຕິ.
  • ສານຕ້ານອະນຸມູນອິດສະຫຼະ: ຊ່ວຍຊະລໍຄວາມແກ່, ປ້ອງກັນໂຣກມະເຮັງ ແລະ ໂຣກຫົວໃຈ.

ຈາກການສຶກສາໃນ ປະເທດສະວີເດັນ ພົບວ່າ ຜູ້ຊາຍທີ່ດື່ມເບຍໃນປະລິມານທີ່ພໍດີ ມີຄວາມສ່ຽງຕໍ່ໂຣກໜິ້ວໝາກໄຂ່ຫຼັງ ໜ້ອຍກວ່າຜູ້ຊາຍທີ່ບໍ່ດື່ມເບຍ ແລະ ການ ສຶກສາໃນ ປະເທດເນເທີແລນ ພົບວ່າ ແມ່ຍິງທີ່ດື່ມເບຍໃນປະລິມານທີ່ພໍດີ ມີຄວາມສ່ຽງຕໍ່ໂຣກຫົວໃຈໜ້ອຍກວ່າ ແມ່ຍິງທີ່ບໍ່ດື່ມເບຍ.

ແຕ່ສິ່ງທີ່ຫຼາຍຄົນອາດເບິ່ງຂ້າມໄປ ຄືປະລິມານທີ່ເໝາະສົມນັ້ນ ມັນເທົ່າໃດກັນແທ້! ເນື່ອງຈາກບໍ່ໄດ້ມີຜົນວິໄຈທີ່ຊັດເຈນວ່າ ແອວກໍຮໍ ໃນເບຍປະລິມານເທົ່າໃດກັນແທ້ ທີ່ຈະສົ່ງຜົນຕໍ່ຮ່າງກາຍຂອງຄົນເຮົາ ເພາະຮ່າງການຂອງແຕ່ລະຄົນນັ້ນ ກໍມີຄວາມສາມາດໃນການຕອບສະ  ໜອງຕໍ່ແອວກໍຮໍທີ່ບໍ່ເທົ່າກັນ.

ດັ່ງນັ້ນ, ຄຳແນະນຳກວ້າງໆ ສຳລັບການດື່ມເບຍແບບບໍ່ທຳຮ້າຍສຸຂະພາບ ຈຶ່ງເປັນການອ້າງອີງ “ໜ່ວຍບໍລິໂພກ” ໄວ້ພຽງວ່າ ຜູ້ຊາຍບໍ່ຄວນດື່ມເກີນ 2 ໜ່ວຍບໍລິໂພກ ແລະ ແມ່ຍິງ ບໍ່ຄວນດື່ມເກີນ 1 ໜ່ວຍບໍລິໂພກຕໍ່ມື້.

ທັງນີ້ 1 ໜ່ວຍບໍລິໂພກຂອງເບຍໃນລະດັບສາກົນ ຄືເບຍ 1 ກະປ໋ອງ ປະລິມານສຸເທິ 350 ml ມີປະລິມານແອວກໍຮໍ ປະມານ 5% ເຊິ່ງກໍຄືເບຍປົກກະຕິທົ່ວໄປ (Lager Beer) ນັ້ນເອງ.

ນອກຈາກນີ້, ຍັງມີຄຳແນະນຳເພີ່ມເຕີມກໍຄື ບໍ່ຄວນດື່ມທຸກມື້ ບໍ່ເໝາະກັບຜູ້ທີ່ມີປັນຫາທາງສຸຂະພາບ, ແມ່ຍິງຖືພາ ຫຼື ແມ່ທີ່ຫາກໍເກີດລູກ ໃໝ່ ແລະ ຜູ້ທີ່ດື່ມເປັນປະຈຳ ຄວນກວດສຸຂະພາບເປັນປະຈຳ ເພື່ອປະເມີນຜົນທາງສຸຂະພາບອີກດ້ວຍ.

ເມື່ອເຫັນປະລິມານແນະນຳຕໍ່ວັນ ແລະ ຄຳແນະນຳເພື່ອເຕີມແລ້ວ ຫຼາຍຄົນອາດເວົ້າເປັນສຽງດຽວກັນວ່າ ຖ້າຈະຈຸກຈິກຂະໜາດນີ້ຈະກິນເບຍໃຫ້ມີສຸຂະພາບດີແນວໃດ?

ເລື່ອງນີ້ ອາດຕ້ອງກັບໄປອ່ານຂໍ້ຄວາມໃນຕອນຕົ້ນຄືນອີກຄັ້ງວ່າ ຄຳຕອບທີ່ຄິດວ່າ “ໄດ້” ຂອງການ “ດື່ມເບຍນຳ ມີສຸຂະພາບດີນຳ” ນັ້ນ ເປັນຄົນລະເລື່ອງກັບການ “ດື່ມເບຍໃຫ້ມີສຸຂະພາບດີ” ເພາະປະລິມານສານປະກອບໃນເບຍ 1 ກະປ໋ອງ ບໍ່ໄດ້ພຽງພໍທີ່ຈະສົ່ງຜົນດີຕໍ່ສຸຂະພາບໃນແຕ່ລະມື້ ແລະ ເຮົາບໍ່ສາມາດດື່ມຈົນໄດ້ຮັບສານອາຫານທີ່ມີປະໂຫຍດຈາກເບຍໄດ້ ເພາະປະລິມານແອວກໍຮໍໃນເບຍ ຈະຫຼາຍຈົນສົ່ງຜົນເສຍຕໍ່ສຸຂະພາບແທນ.

ສະຫຼຸບກໍຄື ຖ້າຕ້ອງການມີສຸຂະພາບທີ່ດີ ໃຫ້ເລືອກແນວທາງອື່ນດີກວ່າ ເພາະຄຸນປະໂຫຍດຂອງເບຍ ບໍ່ສາມາດຊ່ວຍໄດ້ໃຫ້ສຸຂະພາບດີໄດ້ຂະໜາດນັ້ນ, ແຕ່ຖ້າຕ້ອງການດື່ມເບຍເຢັນໆ ແລ້ວຍັງໄດ້ສຸຂະພາບດີນັ້ນ ແນວທາງການດື່ມເບຍທີ່ບໍ່ທຳຮ້າຍສຸຂະພາບຄື: ການຈຳກັດປະລິມານແອວກໍຮໍໃນເບຍໃຫ້ໜ້ອຍທີ່ສຸດ ເຊັ່ນ ເລືອກເບຍທີ່ມີແອວກໍຮໍຕ່ຳ ແລະ ກິນອາຫານກ່ອນດື່ມເບຍ ເພື່ອຊ່ວຍຫຼຸດການດູດຊຶມແອວກໍຮໍເຂົ້າສູ່ກະແສເລືອດ.

ທີ່ສຳຄັນ ຄື ຄວນຢຸດ ເທື່ອເຖິງປະລິມານທີ່ກຳນົດ (ຫຼືຢຸດກ່ອນ) ແລະ ດື່ມໃຫ້ຊ້າທີ່ສຸດ ເພື່ອຍິ່ງດື່ມຫຼາຍ ຈະຍິ່ງສົ່ງຜົນຕໍ່ການຕັດສິນໃຈຢຸດດື່ມຈອກຕໍ່ໄປ ໂດຍຫຼັງຈາກນັ້ນ ຄວນດື່ມນ້ຳລ້າຫຼາຍໆ ເພື່ອປ້ອງກັນພາວະຂາດນ້ຳ ເນື່ອງຈາກແອວກໍຮໍມີລິດຂັບປັດສະວະ.

ທັງນີ້, ຂໍ້ຄວນຄຳນຶງໃນການດື່ມຈົນເມົາ ເພື່ອເຮັດໃຫ້ໂຕເອງມີຄວາມກ້າຂຶ້ນ ຫຼື ຫວັງໃຫ້ລືມເລື່ອງລາວໃນຊ່ວງນັ້ນ ນອກຈາກຈະສົ່ງຜົນເສຍຕໍ່ສຸຂະພາບເຮົາແລ້ວ ຍັງສົ່ງຜົນເສຍຕໍ່ຄົນອ້ອມຂ້າງເຮົາອີກດ້ວຍ

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.