ໃຜເຄີຍມີເປັນແນ່ ເວລາເຮັດບົດພີເຊັ້ນ ຫຼືອອກແບບງານ ຕ້ອງໄດ້ເລືອກຄູ່ສີເພື່ອໃຫ້ງານອອກມາດີ ສີໃດກໍບໍ່ເຂົ້າກັນ ເລືອກຫຼ່ຍຊົ່ວໂມງ, ມື້ນີ້ເຮົາຈະມາແນະນຳເວັບໄຊເລືອກຄູສີໃຫ້ທຸກຄົນໄດ້ລອງໃຊ້ກັນ ເຊິ່ງເປັນອີກທາງເລືອກໜຶ່ງທີ່ຈະຊ່ວຍໃຫ້ງານງ່າຍຂຶ້ນ.
Colorhunt

Colorhunt ເວັບໄຊເລືອກຄູ່ສີເປັນຊຸດລະ 4 ສີໃຫ້ເລືອກ ສາມາດເລືອກສີໃຫ້ເຂົ້າກັບຫົວຂໍ້ຕ່າງໆ ຫຼືລະດູການໄດ້ອີກດ້ວຍ.
Adobe Color


Adobe Color ເປັນເວັບໄຊເລືອກສີຕ່າງໆ ເຊິ່ງຈະມີຫຼາກຫຼາຍໂທນສີໃຫ້ເລືອກເຊັ້ນ Color Harmony ຫຼືໂທນສີໃນ Color Mode ເຊິ່ງຈຸດພິເສດຂອງເວັບໄຊນີ້ແມ່ນ ຈະບອກລະຫັດຂອງແຕ່ລະສີ ການທີ່ເຮົາຈະໃສ່ລະຫັດຂອງສີ ຈະຊ່ວຍເຮັດໃຫ້ເຮົາໄດ້ສີທີ່ຕ້ອງການແບບທີ່ສີບໍ່ຄາດເຄື່ອນໄປສີອື່ນ.
Uigradients


Uigradients ເວັບໄຊເປັນແບບທີ່ໃຫ້ເຮົາເຫັນຕົວຢ່າງສີໃຫຍ່ໆເລີຍ ເຊິ່ງສ່ວນຫຼາຍແບບທີ່ໃຫ້ເລືອກຈະເປັນແບບ Gradiants ແລະ ຈະບອກຊື່ວ່າສີແບບນັ້ນເໝາະກັບໃຊ້ແບບໃດ.
Colormind

Colormind ຈຸດພິເສດຂອງເວັບນີ້ ແມ່ນເຮົາສາມາດອັບໂຫຼດຮູບລົງໄປແລ້ວມັນຈະວິເຄາະເອົາສີໃນຮູບພາບມາໃຫ້ເຮົາ ວ່າມີສີໃດແນ່ ແລະ ເຮົາຍັງສາມາດໂຫຼດແບບສີຂອງຜູ້ໃຊ້ງານອື່ນໆໄດ້ອີດດ້ວຍ.
Coolors



Coolors ເວັບນີ້ຄ້າຍກັບ Colormind ທີ່ເຮົາສາມາດອັບໂຫຼດຮູບລົງໄປແລ້ວເອົາໂທນສີພາຍໃນຮູບມາໃຊ້ງານ ແລະ ມີແບບສີອື່ນທໃຫ້ເລືອກ.
Cssgradient


Cssgradient ເວັບນີ້ສາມາດເບິ່ງໂທນສີຂອງຮູບໄດ້ ແລະ ບອກລະຫັດຂອງແຕ່ລະສີ ພ້ອມກັບລະດັບຄວາມແຈ້ງມືດຂອງສີວ່າຢູ່ລະດັບໃດ ແລະ ຍັງມີໃຫ້ເລືອກໂທນສີທີ່ຫຼາກຫຼາຍເຊັ່ນ ສີຟ້າ ກໍຈະມີສີຟ້າໃນແບບຕ່າງໆໆ.