ປະກາດເມືອງຍົມມະລາດ ຈົບຊັ້ນມັດທະຍົມສຶກສາຕອນ ຕົ້ນບຳລຸງ

ພາຍຫລັງຈັດຕັ້ງປະຕິບັດການຮຽນ- ການສອນຊັ້ນມັດທະຍົມຕອນຕົ້ນ ບຳລຸງ ໂດຍໄດ້ກຳນົດຄາດໝາຍ ແລະ ເງື່ອນໄຂທີ່ມີຄວາມພ້ອມຂອງບ້ານ ແລະ ໄດ້ປະຕິບັດຕາມ 3 ແຜນງານຄື: ການຂະຫຍາຍໂອກາດການເຂົ້າຮຽນ, ການປັບປຸງຄຸນນະພາບ ແລະ ຄວາມສອດຄ່ອງ ແລະ ແຜນການບໍລິຫານ ແລະ ຄຸ້ມຄອງການສຶກສາ.

ສໍາລັບການຈັດຕັ້ງປະຕິບັດການຮຽນ -ການສອນ ຊັ້ນມັດທະຍົມຕົ້ນບຳລຸງ ແມ່ນໄດ້ແບ່ງອອກເປັນ 4 ໄລຍະຄື: ໄລຍະທີ 1 ແຕ່ປີ 2012-2014 ໄດ້ປະຕິບັດການຮຽນ-ການສອນໃນ 27 ບ້ານ, ມີກຸ່ມເປົ້າໝາຍໃນເກນອາຍຸ 15-35 ປີ ເຂົ້າຮ່ວມ 605 ຄົນ, ສາມາດຮຽນຈົບ ແລະ ສອບເສັງໄດ້ 100%; ໄລຍະທີ 2 ປີ 2014-2015 ຈັດຕັ້ງ ໃນ 3 ບ້ານ, ມີຜູ້ເຂົ້າຮ່ວມ 91 ຄົນ, ສາມາດສອບເສັງໄດ້ 81 ຄົນ ເທົ່າກັບ 89,01%; ໄລຍະທີ 3 ປີ 2015-2016 ປະຕິບັດໃນ 8 ບ້ານ, ມີຜູ້ເຂົ້າຮ່ວມ 174 ຄົນ, ສອບເສັງໄດ້ 167 ຄົນ ເທົ່າກັບ 95,97% ແລະ ໄລຍະທີ 4 ປີ 2016-2017 ຈັດຕັ້ງປະຕິບັດໃນ 8 ບ້ານ, ມີຜູ້ເຂົ້າຮ່ວມ 175 ຄົນ, ສອບເສັງໄດ້ 165 ຄົນເທົ່າກັບ 94,28%. ໂດຍລວມແລ້ວ ໃນທົ່ວເມືອງ ມີກຸ່ມເປົ້າໝາຍ ທີ່ຍັງບໍ່ຈົບມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນມັດທະຍົມຕອນຕົ້ນບຳລຸງ ທັງໝົດ 1.082 ຄົນ, ສາມາດສອບເສັງໄດ້ທັງໝົດ 1.018 ຄົນ ເທົ່າກັບ 94,09%.

​​ເຂົ້າ​ຮ່ວມ​ໃນ​ພິທີມີ ທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ, ມີການນຳຈາກພະແນກການ, ເມືອງອ້ອມຂ້າງ, ຄະນະພັກຂັ້ນບ້ານ ຕະຫລອດເຖິງ ພະນັກງານຄູ-ອາຈານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ.

Cr.KPL

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...