ມາຮູ້ຈັກ 10 ປະເທດ ທີ່ ສປປ.ລາວ ນຳເຂົ້າ ແລະສົ່ງອອກສິນຄ້າ

10 ປະເທດທີ່ ສປປ ລາວ ສົ່ງອອກຫຼັກ

ສິນຄ້າສົ່ງອອກຫຼັກປະກອບມີ ແຮ່ທອງ 58,91ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງຂອງທີ່ເຮັດດ້ວຍທອງແດງ 39,74 ລ້ານ ໂດລາສະຫະລັດ, ໝາກກ້ວຍ 16,10 ລ້ານ ໂດລາສະຫະລັດ, ເຍື່ອໄມ້ ແລະ ເຍື່ອໄມ້ຈາກເສັ້ນໄຍເຊລລູອື່ນໆ 15,07 ລ້ານ ໂດລາສະຫະລັດ, ​ໂຄງຮ່າງ ແລະ ຊີ້ນສ່ວນກ້ອງບັນທຶກພາບ 21,03, ເຄື່ອງດື່ມ (ນໍ້າອັດລົມ, ນໍ້າ, ເຄື່ອງດືມຊູຸກໍາລັງ) 23,02 ລ້ານ ໂດລາສະຫະລັດ, ຄໍາປະສົມ ແລະ ຄໍາແທ່ງ 14,95 ລ້ານ ໂດລາສະຫະລັດ, ມັນຕົ້ນ 3,62 ລ້ານ ໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 19,22 ລ້ານ ໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 17,57 ລ້ານ ໂດລາສະຫະລັດ ແລະ ກາເຟ (ບໍ່ທັນປຸງແຕ່ງ) 11,02 ລ້ານໂດລາສະຫະລັດ ແລະ ສິນຄ້າອື່ນໆ

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກປະກອບມີ ຣຊ ໄທ 104,31 ລ້ານ ໂດລາສະຫະລັດ,​ ສປ ຈີນ130,9 5 ລ້ານ ໂດລາສະຫະລັດ, ສສ ຫວຽນນາມ 92,20 ລ້ານ ໂດລາສະຫະລັດ, ອິນເດຍ 15,07 ລ້ານ ໂດລາສະຫະ ລັດ, ຍີ່ປຸ່ນ 7,61 ລ້ານ ໂດລາສະຫະລັດ, ເຢຍລະມັນ 7,40 ລ້ານ ໂດລາສະຫະລັດ, ສ ອາເມລິກາ 1,47 ລ້ານ ໂດລາສະຫະລັດ, ຣຊ ກໍາປູເຈຍ 2,29 ລ້ານ ໂດລາສະຫະລັດ, ອັງກິດ 1,90 ລ້ານ ໂດລາສະຫະລັດ,​ ແລະ ສິວິດເຊີແລນ 2,19 ລ້ານ ໂດລາສະຫະລັດ.

10 ປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ

ໝວດສິນຄ້ານໍາເຂົ້າຫຼັກປະກອບມີ ພາຫະນະທາງບົກ 42,43ລ້ານ ໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະ ກອນໄຟຟ້າ 27,75 ລ້ານ ໂດລາສະຫະລັດ,​ ນໍ້າມັນກາຊວນ 57,96 ລ້ານ ໂດລາສະຫະລັດ, ອຸປະກອນກົນຈັກ 47,63 ລ້ານ ໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ 48,44 ລ້ານ ໂດລາສະຫະລັດ, ເຄື່ອງດືມຊະນິດຕ່າງໆ 26,48 ລ້ານ ໂດລາສະຫະລັດ, ຊີ້ນສ່ວນອາໄຫລ່ລົດ 18,66 ລ້ານ ໂດລາສະຫະລັດ, ນໍ້າມັນແອັດຊັງ 12,74 ລ້ານ ໂດລາສະຫະລັດ, ເຫຼັກເສັ້ນ ແລະ ເຫຼັກຮູບປະພັນ 16,86 ລ້ານ ໂດລາສະຫະລັດ, ໄຟຟ້າ 4,92ລ້ານ ໂດລາສະຫະລັດ ແລະ ອື່ນໆ.

ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກປະກອບມີ ຮຊ ໄທ 309,51 ລ້ານ ໂດລາສະຫະລັດ, ສປ ຈີນ 150,87 ລ້ານ ໂດລາສະຫະລັດ, ສສ ຫວຽດນາມ 52,48 ລ້ານ ໂດລາສະຫະລັດ, ຍີ່ປຸ່ນ 7,26 ລ້ານ ໂດລາສະຫະລັດ, ສ ເກົາຫຼີ 5,96 ລ້ານ ໂດລາສະຫະລັດ, ອິນໂດເນເຊຍ 1,56 ລ້ານ ໂດລາສະຫະລັດ, ສິງກາໂປ 1,30 ລ້ານ ໂດລາສະຫະລັດ, ເຢຍລະມັນ 1,02 ລ້ານ ໂດລາສະຫະລັດ, ສ ອາເມລິກາ 2,24 ລ້ານ ໂດລາສະຫະລັດ,​ ແລະ ແບນຊິກ 1,60 ລ້ານ ໂດລາສະຫະລັດ,

ມູນຄ່າສະຖິຕິການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 5 ປີ 2019 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ. ສໍາລັບມູນຄ່າການສົ່ງອອກໄຟຟ້າ ພວກເຮົາຈະເອົລົງພາຍຫຼັງໄດ້ເກັບກໍາຕົວເລກສະຖິຕິຄົບຖ້ວນ ແລະ ຊັດເຈນແລ້ວ.

ແຫຼ່ງຂໍ້ມູນ: ກົມການນໍາເຂົ້າແລະສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...