ຊົມເຊີຍ! ກອງ​ກວດກາ​ປ່າ​ໄມ້ ​ແຂວງ​ໄຊ​ຍະ​ບູລີ ປ່ອຍ​ສັດປ່າ​ທີ່ຢຶດ​ໄດ້​ຄືນ​ສູ່​ທຳ​ມະ​ຊາດ

ເມື່ອບໍ່ດົນມານີ້, ກອງ ກວດກາປ່າໄມ້, ພະແນກກະ ສິກໍາ ແລະ ປ່າໄມ້ ແຂວງ ໄຊ ຍະບູລີ ໄດ້ນໍາເອົາສັດປ່າທີ່ ຢຶດໄດ້ຈາກແມ່ຄ້າ ປະກອບມີ ເຕົ່າ, ແລນ ແລະ ອົ້ນ ລວມມູນ ຄ່າ 2 ລ້ານກວ່າກີບໄປປ່ອຍ ຄືນສູ່ທໍາມະຊາດເຂດອະນຸລັກຊ້າງລາວອ່າງນໍ້າຕຽນ ເມືອງ ແລະ ແຂວງໄຊຍະບູລີ, ເພື່ອ ເປັນການອະນຸລັກຮັກສາເຮັດໃຫ້ສັດທີ່ຫາຍາກດັ່ງກ່າວໄດ້ມີການແຜ່ຂະຫຍາຍພັນຕໍ່ໄປ, ໂດຍການເຂົ້າຮ່ວມຂອງທ່ານ ກອງທຽນ ວິໄລພອນ ຮອງ ຫົວໜ້າກອງກວດກາປ່າໄມ້ ແຂວງ ແລະ ທ່ານ ເດວິດຕາງ ໜ້າສູນອະນຸລັກຊ້າງລາວ ອ່າງນໍ້າຕຽນ, ພ້ອມພາກ  ສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮອງຫົວໜ້າກອງ ກວດກາປ່າໄມ້ແຂວງກ່າວ ວ່າ: ທ້າຍເດືອນມິຖຸນາຜ່ານມາ ເຈົ້າໜ້າທີ່ຂອງຕົນໄດ້ສົມທົບກັບເຈົ້າໜ້າທີ່ປ່າໄມ້ເມືອງ ລົງກວດກາສະກັດກັ້ນການ ຊື້-ຂາຍສັດປ່າຢູ່ຕະຫລາດ ເທສະບານເມືອ ໄຊຍະບູລີ, ຈຶ່ງ ໄດ້ຍຶດສັດປ່າດັ່ງກ່າວ  ແລະ ນໍາມາປ່ອຍຄືນສູ່ທໍາມະຊາດ. ຄັ້ງນີ້ເຊິ່ງການກະທຳດັ່ງ ກ່າວແມ່ນຜິດຕໍ່ກົດໝາຍວ່າ ດ້ວຍສັດນໍ້າ ແລະ ສັດປ່າ ສະບັບເລກທີ 07/ສພຊ, ລົງໃນວັນທີ 24 ທັນວາ 2007.

 ທ່ານໃຫ້ຮູ້ຕື່ມວ່າ: ໃນ ໄລຍະຜ່ານມາເຈົ້າໜ້າທີ່ໄດ້ ຈັດຕັ້ງພະນັກງານລົງເຜີຍ ແຜ່ກົດໝາຍກ່ຽວກັບການ ຄຸ້ມຄອງສັດນໍ້າ ແລະ ສັດປ່າ ໃຫ້ປະຊາຊົນຢູ່ບັນດາເມືອງ- ບ້ານທີ່ຫລໍ່ແຫລມ ແລະ ມີ ຄວາມສ່ຽງສູງຕໍ່ການລ່າສັດ ນໍ້າ-ສັດປ່າ, ເຊິ່ງໄດ້ຕິດປ້າຍ ໂຄສະນາ ເພື່ອໃຫ້ປະຊາຊົນ ບັນດາເຜົ່າມີຄວາມເຂົ້າໃຈ, ຮັບຮູ້ຕໍ່ລະບຽບກົດໝາຍສັດ ນໍ້າ-ສັດປ່າ. ພ້ອມທັງລົງຕິດ ຕາມກວດກາ, ເກັບກໍາຂໍ້ມູນ ບຸກຄົນເປົ້າໝາຍຕ່າງໆ ເຂົ້າ ມາສຶກສາອົບຮົມ ແລະ ເຮັດ ບົດບັນທຶກເພື່ອບໍ່ໃຫ້ກັບມາ ເຄື່ອນໄຫວທີ່ຜິດຕໍ່ລະບຽບ ກົດໝາຍອີກ.

ແຫຼ່ງຂໍ້ມູນ: ໜັງສືພິມລາວພັດທະນາ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...