ລັດຖະບານ ເນັ້ນໜັກທ້ອງຖິ່ນຕ້ອງເປັນເຈົ້າການກວດກາ ແລະຄຸ້ມຄອງເຄມີສວນກ້ວຍ

ລັດຖະບານລະບຸວ່າປະຈຸບັນບໍ່ໄດ້ຫ້າມເລື່ອງການປູກກ້ວຍໃນລາວແຕ່ກ່ອນປູກຕ້ອງໄດ້ຮັບອະນຸຍາດຈາກລັດຄັກແນ່ແລະຕ້ອງປູກແບບປອດສານພິດເປັນມິດກັບທຳມະ ຊາດເພື່ອບໍ່ໃຫ້ເກີດຜົນກະທົບຕໍ່ສິ່ງແວດລ້ອມລວມທັງຄົນ ແລະສັດທັງນີ້ໄດ້ມອບໃຫ້ແຕ່ລະະທ້ອງຖີ່ນເປັນເຈົ້າການໃນການກວດກາ ແລະ ຄຸ້ມຄອງການນຳໃຊ້ສານເຄມີໃນສວຍກ້ວຍຂອບເຂດທົ່ວປະເທດ.

ໜື່ງໃນຫຼາຍບັນຫາທີ່ຍົກຂຶ້ນມາຫາລືໃນກອງປະຊຸມລັດຖະບານເປີດກ້ວງທີ່ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ ກໍແມ່ນການກວດກາ ແລະຄຸ້ມຄອງການປູກກ້ວຍໃນລາວໂດຍຜົນກອງປະຊຸມລະບຸວ່າ: ປະຊາຊົນລາວປູກກ້ວຍມາແຕ່ດົນນານລັດຖະບານບໍ່ໄດ້ຫ້າມການປູກກ້ວຍ, ແຕ່ຕ້ອງສົ່ງເສີມການປູກແບບປອດສານພິດ ແລະເປັນມິດກັບທຳມະຊາດເພື່ອເປັນສິນຄ້າສົ່ງອອກຕ່າງປະເທດທັງນີ້ກອງປະຊຸມມອບໃຫ້ເຈົ້າຖິ່ນຕ່າງໆ ເປັນເຈົ້າການໃນການສືບຕໍ່ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງໂຄງການປູກກ້ວຍທີ່ໄດ້ຮັບການອານຸຍາດແລ້ວໃຫ້ຫັນມາປູກແບບປອດສານພິດ, ໃຫ້ນຳມາໃຊ້ຝຸ່ນຫຼືປຸ໋ຍຊີວະພາບພ້ອມບໍ່ໃຫ້ໃຊ້ສານເຄມີທີ່ເປັນອັນຕະ ລາຍໃນກໍລະນີກວດເຫັນການກະທໍາຜິດແມ່ນໃຫ້ຢຸດຕິ ແລະ ແກ້ໄຂບັນຫາຢ່າງທັນການ.

ສຳລັບໂຄງການທີ່ຈະລົງທືນໃໝ່ໃຫ້ປະກອບບົດວິພາກເສດຖະກິດ-ເຕັກນິກຕາມລະບຽບການການລົງທຶນ ແລະລະບຽບການກ່ຽວຂ້ອງຢ່າງເຂັ້ມງວດຄຽງຄູ່ກັນນີ້ກໍ່ໃຫ້ເອົາໃຈໃສ່ສົ່ງເສີມການຜະລິດພືດກະສິກຳອື່ນທີ່ເປັນມິດຕໍ່ສິ່ງແວດລ້ອມເພື່ອເປັນການດຸ່ນດຽນຕາມຄວາມຕ້ອງການຂອງທ້ອງຕະຫຼາດ ແລະ ຕາມທ່າແຮງຂອງແຕ່ລະທ້ອງຖິ່ນ.

ແນວໃດກໍດີຕາມຂໍ້ມູນຈາກລັດເປີດເຜີຍກ່ອນໜ້ານີ້ຮູ້ວ່າ: ການປູກກ້ວຍໃນລາວປະຈຸບັນແມ່ນມີເນື້ອທີ່ປະມານ 15 ພັນເຮັກຕາສ່ວນໃຫຍ່ແມ່ນເປັນການລົງທຶນຂອງຄົນຈີນທີ່ປູກເພື່ອສົ່ງໄປຍັງປະເທດຕົນໃນນັ້ນມີພຽງ 15 ບໍລິສັດເທົ່ານັ້ນທີ່ດຳເນີນການປູກໄດ້ມາດຕະຖານກະສິກຳສະອາດຈຶ່ງໄດ້ກາຍເປັນບັນຫາໃຫ້ແກ່ປະຊາຊົນຜູ້ທີ່ຢູ່ໃກ້ຄຽງໃນຜ່ານມາກໍຄືປະຈຸບັນມີຄວາມເປັນຫ່ວງກ່ຽວກັບສານເຄມີຈາກສວນກ້ວຍເພາະຫຼາຍໂຄງການແມ່ນຄົນຈີນໄປເຊົ່າດິນນຳປະຊາຊົນປູກເລີຍໂດຍບໍ່ໄດ້ຮັບອະນຸຍາ ດຈາກພາກລັດພ້ອມຮຽກຮ້ອງໃຫ້ໜ່ວຍງານທີ່ກ່ຽວຂ້ອງຈົ່ງເອົາຈິງເອົາຈັງໃນການຕິດຕາມກວດກາ ແລະ ຄຸ້ມຄອງການນຳໃຊ້ສານເຄມີທຸກໂຄງການສວນກ້ວຍ.

ແຫຼ່ງຂໍ້ມູນ: ເສດຖະກິດ-ສັງຄົມ

ຂຽນໂດຍ: ຂຸນນໍ້າມຶກ 

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...