ຕົ້ນປີນີ້! ເມືອງຫົງສາ ເກັບລາຍຮັບເຂົ້າງົບປະມານ ໄດ້ 4 ຕື້ 600 ລ້ານກວ່າກີບ

ອີງຕາມບົດສະຫຼຸບລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນ່ຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນທ້າຍປີ 2019 ຂອງຫ້ອງການ-ການເງິນເມືອງຫົງສາ ແຂວງໄຊຍະບູລີໃຫ້ຮູ້ວ່າ:

ໃນສົກງົບປະມານປີນີ້, ເມືອງຫົງສາ ໄດ້ຮັບຕົວເລກແຜນລາຍຮັບທັງໝົດ 6 ຕື້ 461 ລ້ານກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 50,33% ຫຼຸດລົງ 49,77% (ສາເຫດຫຼຸດ ຍ້ອນແຂວງໄດ້ແບ່ງຂັ້ນຄຸ້ມຄອງຄືນໃໝ່ ເປັນຕົ້ນ ຫົວໜ່ວຍທີ່ອອກທະບຽນຢູ່ແຂວງ ແມ່ນໃຫ້ເສຍອາກອນຢູ່ແຂວງ ແລະ ເມືອງຫົງສາ ແມ່ນບໍ່ໄດ້ສ່ວນແບ່ງຈາກອາກອນເງິນເດືອນຂອງໂຄງການໄຟຟ້າຫົງສາ) ໃນນັ້ນ, ແຜນລາຍຮັບຈາກສ່ວຍສາອາກອນ 6 ຕື້ 261 ລ້ານກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 49,54% ຫຼຸດລົງ 50,46%.

ແຜນລາຍຮັບຈາກຊັບສິນ 200 ລ້ານກີບ ທຽບໃສ່ແຜນການປີຜ່ານມາເທົ່າກັບ 100%. ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານໄດ້ທັງໝົດ 4 ຕື້ 607 ລ້ານກວ່າກີບ ເທົ່າກັບ 71,32%ຂອງແຜນການປີ ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 142,65% ທຽບໃສ່ໃນໄລຍະດຽວກັນຂອງປີຜ່ານມາເທົ່າກັບ 50,36% ສາເຫດຫຼຸດຍ້ອນບໍ່ມີຂໍ້ມູນໃນການຈັດເກັບ. ໃນນັ້ນ, ຮັບຈາກສ່ວຍສາອາກອນປະຕິບັດໄດ້ 4 ຕື້ 539 ລ້ານກວ່າກີບ ເທົ່າກັບ 72,50%ຂອງແຜນການປີ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 145,01% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 50.45%. ຮັບຈາກຄຸ້ມຄອງຊັບສິນຂອງລັດປະຕິບັດໄດ້ 68 ລ້ານກວ່າກີບ ເທົ່າກັບ 34,14% ຂອງແຜນການປີ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 68,27% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 45.18%.

ດ້ານລາຍຈ່າຍງົບປະມານໃນສົກປີ 2019 ເມືອງຫົງສາ ມີແຜນລາຍຈ່າຍທັງໝົດ 13 ຕື້ 422 ລ້ານກວ່າກີບ. ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ ລາຍຈ່າຍທັງໝົດ 6 ຕື້ 064 ລ້ານກວ່າກີບ ເທົ່າກັບ 45,18% ຂອງແຜນການປີ, ທຽບໃສ່ແຜນການ 6 ເດືອນຕົ້ນປີ ເທົ່າກັບ 90,35% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເທົ່າກັບ 94.16%. ໃນນັ້ນ, ຈ່າຍເງິນເດືອນ-ເງິນອຸດໜູນ 3 ຕື້ 242 ລ້ານກວ່າກີບ, ຈ່າຍເງິນນະໂຍບາຍ ແລະ ເງິນຊ່ວຍໜູນຕ່າງໆ 990 ລ້ານກວ່າກີບ, ຈ່າຍບໍລິການໄດ້ 1 ຕື້ 281 ລ້ານກວ່າກີບ,ຈ່າຍດັດສົມສົ່ງເສີມ, ຊ່ວຍໜູນ ແລະ ບຳລຸງໄດ້ 246 ລ້ານກວ່າກີບ ແລະ ຈ່າຍລົງທຶນຂອງລັດໄດ້ 300 ລ້ານກວ່າກີບ.

ແຫຼ່ງຂໍ້ມູນ:
ພາບ-ຂ່າວ: ກິດຕິສັກ ບົວໄລ

Midia Laos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...