ພົບຫຼັກຖານຢາປົວພະຍາດວັນນະໂລກ ຢູ່ໃນໃບລານເກົ່າແກ່ຂອງລາວ

ວັນນະໂລກເປັນພະຍາດໜຶ່ງທ່ີພວມຂົ່ມຂູ່ແຮງຕໍ່ມວນມະນຸດ, ທົ່ວໂລກມີຜູ້ຕິດເຊື້ອເຖິງ 2 ຕື້ຄົນ, ເທົ່າກັບ 1/3 ປະຊາກອນຂອງໂລກ, ທົ່ວໂລກມີຜູ້ເປັນວັນນະໂລກແລ້ວ 8 ລ້ານຄົນ ແລະ ເສຍຊີວິດ 3 ລ້ານຄົນ/ປີ. 

ໃນ ສປປ ລາວ ກໍ່ຍັງມີຜູ້ຕິດເຊື້ອພະຍາດນີ້ບໍ່ໜ້ອຍ. ຕາມສະຖິຕິ ປີ 2011 ໃຫ້ຮູ້ວ່າມີຜູ້ຕິດເຊື້ອປະມານ 4.000 ຄົນ/ປີ ແລະ ກວດພົບເຊື້ອແລ້ວ 3.000 ຄົນ. 

ການປິ່ນປົວວັນນະໂລກມມີ 2 ທາງເລືອກ ການນຳໃຊ້ຢາຫຼວງເຊັ່ນ  isoniazid, rifampin, pyrazinamide ແລະ ethambutol, ເຖິງວ່າບໍ່ໄດ້ເສຍຄ່າ ແຕ່ລາຄາຢາແມ່ນສູງຫຼາຍເຊື້ອທ່ອນວັນນະໂລກ Mycobacterium tuberculosis ມັກຈະລື້ງຢາ.

ດັ່ງນັ້ນ, ນັກວິທະຍາສາດຈຶ່ງຫັນມາຄົ້ນຄ້ວານໍາໃຊ້ຢາຈາກພືດ. ສປປ ລາວ ມີມູນເຊື້ອດ້ານການນຳໃຊ້ຢາພື້ນ ເມືອງ ແລະ ມີຄວາມອຸດົມຮັ່ງມີດ້ານຊີວະນາໆພັນທ່ີເປັນຢາ. ໜັງສືໃບລານລາວໄດ້ນຳໃຊ້ມາຕັ້ງແຕ່ສະໄໝ ຄສ. 1400s. ໄດ້ຂຽນໄວ້ໃນໃບລານ

ຕໍາລາຢາພື້ນເມືອງເກົ່າແກ່ເປັນພາສາທໍາຈາກໜັງສືໃບລານ

ໄດ້ຖືກເກັບຮັກສາໄວ້ຕາມສະຖານທີ່ຕ່າງໆເຊັ່ນ: ໃນຊຸມຊົນ, ຕາມວັດວາອາຣາມ, ຫ້ອງສະມຸດແຫ່ງຊາດ ແລະ ສະຖາບັນການແພດ ແລະ ການຢາພື້ນເມືອງລາວ. ສະຖາບັນການແພດ ແລະ ການຢາພື້ນເມືອງລາວໄດ້ມີຄວາມພະຍາຍາມສຶກສາຕຳລາໜັງສືເກົ່າແກ່ທີ່ບັນພະບຸລຸດໄດ້ນຳໃຊ້ຕົວຈິງ ເພື່ອມາຮັບໃຊ້ແກ່ສັງຄົມ.

ເປົ້າໝາຍແມ່ນສຶກສາພະຍາດຊ້ຳເຮືອ ແລະ ປົວຍາກໃນນັ້ນມີວັນນະໂລກ ແລະ ພະຍາດອື່ນໆທີ່ຮ້າຍແຮງ. ການຄົ້ນຄ້ວາໄດ້ມີການຮ່ວມກັບສະຖາບັນການສຶກສາທາງເພສັດສາດຕ່າງປະເທດ

ຕົ້ນຕີນຕັ່ງເຕ້ຍ ເປັນຕົ້ນໄມ້ເປັນຢາຂອງລາວທີ່ປົວພະຍາດວັນນະໂລກ

ແຫຼ່ງຂໍ້ມູນ: ພາເຂົ້າລາວ

https://www.phakhaolao.la/stories/ການນຳໃຊ້ຢາພື້ນເມືອງລາວເລີ່ມຕົ້ນແຕ່ເມື່ອໃດ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.