ເມືອງໄຊຍະບູລີຈັດ ງານປະກວດສິນລະປະວັນນະຄະດີບັນດາເຜົ່າ ແລະ ຂັບລໍາທ້ອງຖິ່ນ

ເມືອງ ໄຊຍະບູລີໄດ້ຈັດ ງານປະກວດ ສິນລະປະວັນນະຄະດີບັນດາເຜົ່າ, ຂັບລໍາທ້ອງຖີ່ນ, ນັກຮ້ອງສຽງດີຕິດພັນກັບງານຕະຫຼາດນັດຂື້ນທີ່ເດີ່ນທະນາຄານພົງສະຫວັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນແທນທີແກ້ວກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊຍະບູລີ, ມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ພະນັກງານວິຊາການ ພ້ອມດ້ວຍມວນຊົນຊາວໄຊຍະບູລີເຂົ້າຮ່ວມ.

ທ່ານ ບຸນແທນ ທີແກ້ວ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ ໄຊຍະບູລີ ໄດ້ກ່າວເຖີງ ຈຸດປະສົງຂອງການຈັດງານໃນຄັ້ງນີ້ກໍ່ແມ່ນເພື່ອເປັນການສືບຕໍ່ອານຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງບັນດາເຜົ່າໃນແຂວງກໍ່ຄືເມືອງ ໄຊຍະບູລີ.

ລາຍການທີ່ສະແດງປະກອບມີບົດຟ້ອນ, ຮ້ອງເພັງ ແລະ ຄັບລໍາທີ່ມາຈາກບ້ານ, ໂຮງຮຽນພາຍໃນເມືອງ ໄຊຍະບູລີ ແລະ ສູນພັດທະນາເດັກຂອງແຂວງ ປະກອບມີ 26 ລາຍການ ໃນນີ້ບົດຟ້ອນມີ 8 ລາຍການ, ຮ້ອງເພັງ 12 ລາຍການ ແລະ ຄັບລຳມີ 4 ລາຍການ.

ແຫຼ່ງຂໍ້ມູນ: ສົມພົງ Medialaos

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.