ມູນນິທິຊາວພຸດໄຕ້ຫວັນ ຊີຈື ຊ່ວຍປິ່ນປົວ ພະຍາດ ໃຫ້ປະຊາຊົນແຂວງອັດຕະປື

ຢູ່ໂຮງໝໍແຂວງອັດຕະປື, ມູນນິທິຊາວພຸດໄຕ້ຫວັນ ຊີຈື ສປ ຈີນ ໄດ້ສົມທົບກັບອຳນາດການປົກຄອງແຂວງອັດຕະປື ຈັດກິດຈະກໍາກວດປີ່ນປົວພະຍາດ, ສະໜອງຢາ ແລະ ໃຫ້ຄຳປຶກສາ ໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນແຂວງອັດຕະປື ທັງນີ້ ກໍເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການສາທາລະນະສຸກທີ່ມີຄຸນນະພາບ ແລະ ໄດ້ຮັບການປິ່ນປົວຖືກກັບພະຍາດທີ່ກວດພົບ.

ຜ່ານການຈັດກິດຈະກຳດັ່ງກ່າວ ມີປະຊາຊົນມາກວດສຸຂະພາບ ທັງໝົດ 1.500 ກວ່າຄົນ, ໃນນັ້ນມີຜູ້ບໍລິການກວດທົ່ວໄປຈຳນວນ 920 ຄົນ, ຝັງເຂັມ 284 ຄົນ, ກວດແຂ້ວ 266 ຄົນ ແລະ ຜ່າຕັດນ້ອຍ 40 ຄົນ ຜ່ານການກວດຂອງແພດພົບວ່າ ຫລາຍຄົນມີພະຍາດໜັກທີ່ສາມາດປິ່ນປົວໄດ້ ແລະ ໄດ້ຮັບການແນະນຳໃຫ້ຄຳປຶກສາ, ມີບາງຈຳນວນກໍນຳສົ່ງເຂົ້າໂຮງໝໍແຂວງ ເພື່ອສືບຕໍ່ຮັກສາໂດຍໃຫ້ຖືກຕ້ອງຕາມຫລັກການຂອງແພດໃນຂັ້ນຕອນຕໍ່ໄປ.

ແຫຼ່ງຂໍ້ມູນ: ສຳນັກຂ່າວສານປະເທດລາວ

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...