Sunday, May 31, 2026
Kbank Laos โอน รับ จ่าย
-->

ລັດຖະ​ບານປັບປຸງໂຄງສ້າງ ການລົງທຶນເພື່ອຊຸກຍູ້ເສດຖະກິດຂອງ​ຊາດ.

ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄຳ​ສັ່ງ​ເລກ​ທີ12/ນຍ ວ່າ​ດ້ວຍ​ການຈັດ​ຕັ້ງ​ປະ​ຕິ​ບັດ 8 ມາດ​ຕະ​ການ​ຊຸກ​ຍູ້​ເສດ​ຖະ​ກິດ ຂອງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ ທີ່​ໄດ້​ລາຍ​ງານ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ບານ​ເປີດກວ້າງ ​ຄັ້ງ​ທີ່​ຜ່ານ​ມາ​ນີ້ວ່າ ໄດ້​ມີ​ການກວດ​ກາ​ຄືນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຂອ​ງ​ລັດ ​ທີ່​ຍັງ​ບໍ່​ທັນ​ໄດ້​ປະ​ຕິ​ບັດ ແລະ ເຫັນ​ວ່າ​ມີ​ປະ​ສິດ​ທິ​ຜົນ​ຕ່ຳ, ມູນ​ຄ່າ​ສູງ​ເກີນ​ຄວນ, ເຊິ່ງ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໄດ້​ມີ​ການ​ແຕ່ງ​ຕັ້ງ​ຄະ​ນະ ​ໂດຍ​ປະ​ກອບ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ເປັນ​ຕົ້ນ​ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ, ກະ​ຊວງ​ກະ​ສິ​ກຳ ແລະ ປ່າ​ໄມ້, ອົງ​ການກວດ​ກາ​ລັດ​ຖ​ະ​ບານ ເພື່ອ​ລົງ​ກວດ​ກາ​ບັນ​ດາ​ໂຄງ​ການ​ໃຫຍ່ ທີ່​ຍັງ​ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ມີ​ມູນ​ຄ່າ​ສູງ​ເກີນ​ຄວາມ​ຈຳ​ເປັນ.

ມາ​ຮອດ​ປັດຈຸ​ບັນ​ ​ມີ​ໂຄງ​ການ​ຈຳ​ນວນ​ໜຶ່ງ​ຖືກ​ໂຈະ ເຊັ່ນ: ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ໂຄງ​ການ​ທາງ​ລຽບ​ຊາຍ​ແດນ​ຂອງ​ແຂວງ​ບໍ​ລິ​ຄຳ​ໄຊ. ພ້ອມ​​ສົມ​ທົບ​ກັບ​ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ມີ​ໂຄງ​ການ​ຈຳ​ນວນ​ໜຶ່ງ ​ ທີ່​ສາ​ມາດ​ດັດ​ຫລຸດ​ມູນ​ຄ່າ​ການ​ລົງ​ທຶນ​ໄດ້; ມີ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ ຂອງ​ພາກ​ສັງ​ຄົມ ແລະ ທຸ​ລະ​ກິດ ເຂົ້າ​ໃນ​ການ​ພັດ​ທະ​ນາ​ໂຄງ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ​ໃນ​ຮູບ​ແບບ​ການ​ລົງ​ທຶນ​ຮ່ວມ​ ລະ​ຫວ່າງ​ພາກ​ລັດ ແລະ ເອ​ກະ​ຊົນ ໃນ​ຮູບ​ແບບ​ກໍ່​ສ້າງ, ດຳ​ເນີນ​ງານ ແລະ​ ມອບ​ໂອນ (BOT) ແລະ ການ​ລົງ​ທຶນ​ຮ່ວມ​ ລະ​ຫວ່າງ​ພາກ​ລັດ ​ ແລະ ເອ​ກະ​ຊົນ (PPP) ເພື່ອ​ຫລຸດ​ຜ່ອນ​ພາ​ລະ​ແບກ​ຫາບ​ຂອງ​ລັດ ແລະ ໄດ້​ອອກ​ຂໍ້​ກຳ​ນົດ ມາດ​ຕະ​ການ​ນຳ​ໃຊ້​ທຶນ​ຊ່ວຍ​ເຫລືອ​ ເພື່ອ​ການ​ພັດ​ທະ​ນາ ​ແລະ ຍົກ​ປະ​ສິດ​ທິ​ຜົນ​ ຂອງການ​ນຳ​ໃຊ້​ທຶນ ​ ແມ່ນ​ກຳ​ລັງ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ເຂົ້າ​ຮ່າງ​ຍຸດ​ທະ​ສາດ ທຶນ​ຊ່ວຍ​ເຫ​ລືອ​ ເພື່ອ​ການ​ພັດ​ທະ​ນາ​ ຫລື ODA.

Cr.KPL
ຮູບ​ປະ​ກອບ:
encrypted-tbn0.gstatic.com
www-investasian-com.

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

Related posts

Latest posts

🌟 12 ປີມີເທື່ອດຽວ! ເປີດດວງ 12 ລາສີ ເດືອນພຶດສະພາ 2026

ຖືເປັນຈັງຫວະທອງຂອງຊີວິດ! ເປີດຄຳທຳນາຍດວງຊະຕາ ເດືອນພຶດສະພາ 2026 ດາວພະຫັດ ກາຍເປັນ "ມະຫາອຸດ" ໃນຮອບ 12 ປີ. ເດືອນນີ້ຖືວ່າເປັນ “ມຸງຄຸນຊ້ອນມຸງຄຸນ” ສົ່ງຜົນຕໍ່ທັງ 12 ລາສີ. ໃຜຈະເຮັງ ໃຜຈະປັງ ຫຼື ໃຜຕ້ອງລະວັງ? ມາເບິ່ງນຳກັນເລີຍ! ກຽມຮັບພະລັງມຸງຄຸນຄັ້ງໃຫຍ່ທີ່ສຸດໃນຮອບ 12 ປີ 🚀

ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ຊີພີ ອໍລ໌ ລາວ ຈັດກິດຈະກໍາຍົກລະດັບ  ຄຸນນະພາບສິນຄ້າ ແລະ ພັດທະນາຜູ້ປະກອບການທ້ອງຖິ່ນ

ພິທີເປີດກອງປະ​ຊຸມເຜີຍ​ແຜ່​ການຍົກລະດັບຄຸນນະພາບສິນຄ້າຂອງ ສປປ ລາວ ເພື່ອພັດທະນາຜູ້ປະກອບການ ແລະ ຄູ່ຮ່ວມທຸລະກິດ ໃນການເຂົ້າເຖິງຕະຫຼາດຈຳໜ່າຍສິນຄ້າຂອງຮ້ານ 7-ELEVEN Laos ຄັ້ງທີ 1 ປີ 2026 ເຊີ່ງມີຜູ້ປະກອບການ ແລະ ຄູ່ຄ້າໃຫ້ຄວາມສົນໃຈເຂົ້າຮ່ວມເປັນຈໍານວນຫຼາຍ

“ພຣະສ່ຽງທວາຍ” ທີ່ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ

ພຣະສ່ຽງທວາຍ ທີ່ປະດິດສະຖານຢູ່ທີ່ ຫໍພຣະໄສຍາດ ວັດຊຽງທອງ ນະຄອນຫລວງພຣະບາງ ເປັນພຣະເກົ່າແກ່ອີກອົງຫນຶ່ງ ທີ່ຜູ້ຄົນທັງຫລາຍໄດ້ສຳຜັດ ແລະຍົກຍໍຂຶ້ນເປັນປະຈຳ ພຣະອົງນີ້ເປັນເນື້ອທອງສຳຣິດ ສີອອກທອງນາກ ເປັນພຣະປັດເຈກພຣະພຸດທະເຈົ້າ ປະດິດສະຖານຢູ່ຫໍພຣະໄສຍາດຂອງວັດຊຽງທອງ ເມື່ອກ່ອນແມ່ນເອົາໄວ້ຫໍແຫ່ງນີ້ເປັນປະຈຳ ເມື່ອຫລາຍປີຜ່ານມາທາງວັດແມ່ນໄດ້ຂຶ້ນເກັບຮັກສາໄວ້ ແຕ່ຈະອາຣາດທະນາລົງມາໃຫ້ພຸດທະບໍຣິສັດທັງຫລາຍໄດ້ຍົກຍໍ ສ່ຽງທວາຍ ໃນຍາມທີ່ມີພິທີອາຣາດທະນາພຣະເຈົ້າໝ່ານລົງຫົດສົງພ້ອມ