ຊົມເຊີຍຜົນສຳເລັດ ການພົບປະສອງຝ່າຍ ສປປລາວ ແລະ ສ.ເກົາຫຼີ

ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປລາວ ພ້ອມຄະນະ ແລະ ທ່ານ ມູນ ແຈອິນ ປະທານາທິບໍດີແຫ່ງ ສ.ເກົາຫຼີ ພ້ອມຄະນະ ທີ່ໄດ້ມີຂຶ້ນຢູ່ສຳນັກງານປະທານປະເທດ ນະຄອນຫຼວງວຽງຈັນ ສປປລາວ.

ໄດ້ມີພິທີລົງນາມເອກະສານຮ່ວມມື ລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ຈຳນວນ 04 ສະບັບ ໃນຂົງເຂດການພັດທະນາເສດຖະກິດ, ກະສິກຳ ອຸດສາຫະກຳ ແລະ ການຄ້າ, ຂໍ້ມູນຂ່າວສານ, ການສື່ສານ ແລະ ເຕັກໂນໂລຊີ ແລະ ເອກະສານທີ່ສອງຝ່າຍຮ່ວມລົງນາມໃນຄັ້ງນີ້, ປະກອບມີ:

1. ສັນຍາຂອບການຮ່ວມມືລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ວ່າດ້ວຍທຶນຮ່ວມມື ເພື່ອການພັດທະນາເສດຖະກິດຂອງ ສ.ເກົາຫຼີ ໄລຍະປີ 2020-2023 ໂດຍການລົງນາມລະຫວ່າງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປລາວ ກັບທ່ານນາງ ກັງ ກຽງ ຮວາ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ

2. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານກະສິກຳ ລົງນາມໂດຍ ທ່ານ ພວງປະຣີສັກ ປຣະວົງວຽງຄຳ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ແຫ່ງ ສປປລາວ ກັບທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ເກົາຫຼີ ປະຈຳ ລາວ

3. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານ ການປະກອບການທຸລະກິດໃໝ່ ແລະ ນະວັດຕະກຳ ລົງນາມໂດຍທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າແຫ່ງ ສປປລາວ ກັບທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫຼີ ປະຈຳລາວ

4. ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານຂໍ້ມູນຂ່າວສານ, ການສື່ສານ ແລະ ເຕັກໂນໂລຊີ ລົງນາມໂດຍ ທ່ານ ບຸນສະເຫລີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານແຫ່ງ ສປປລາວ ກັບທ່ານ ຊິນ ຊອງ ຊຸນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກົາຫລີ ປະຈຳລາວ.

ແຫຼ່ງຂໍ້ມູນ: Sourioudong Sundara

InsideLaos
InsideLaoshttp://insidelaos.com
Online Journalists at insidelaos.com.

More from author

1 ຄວາມ​ຄິດ​ເຫັນ

  1. ສັນຍາຂອບການຮ່ວມມືລະຫວ່າງ ສປປລາວ ແລະ ສ.ເກົາຫຼີ ວ່າດ້ວຍທຶນຮ່ວມມື ເພື່ອການພັດທະນາເສດຖະກິດຂອງ ສ.ເກົາຫຼີ ໄລຍະປີ 2020-2023 ໂດຍການລົງນາມລະຫວ່າງທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະ ຊວງການຕ່າງປະເທດ ແຫ່ງ ສປປລາວ ກັບທ່ານນາງ ກັງ ກຽງ ຮວາ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ

    ສັນຍານີ້ຫມາຍຄວາມວ່າແນວໃດ

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...